ຕໍ່ຣັດເຊຍທີ່ໄດ້ສະເໜີສົ່ງກຳລັງ ໄປແທນກຳລັງຮັກສາສັນຕິພາບ
ອອສເຕຣຍ ທີ່ປະຕິບັດງານຢູ່ໃນບໍລິເວນຊາຍແດນຊີເຣຍ ຕິດ
ກັບອິສຣາແອລ ແຕ່ກໍກ່າວວ່າ ການສັບປ່ຽນທີ່ ວ່ານີ້ ແມ່ນເປັນ
ໄປບໍ່ໄດ້.
ປະທານາທິບໍດີ Vladimir Putin ໄດ້ສະເໜີທີ່ຈະສົ່ງທະຫານ
ຣັດເຊຍ ໄປປະຕິ ບັດງານຢູ່ໃນພູພຽງ Golan ຫລັງຈາກອອສ
ເຕຣຍ ໄດ້ຕັດສິນໃຈຖອນທະຫານ ຂອງຕົນ 337 ຄົນ ອອກ
ຈາກກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດ ຍ້ອນການ
ແຜ່ລາມທີ່ນັບມື້ນັບເພີ້ມທະວີຂຶ້ນຂອງບັນຫາຂັດແຍ້ງໃນຊີເຣຍ.
ແຕ່ໂຄສົກຂອງອົງການສະຫະປະຊາຊາດ ທ່ານ Martin Nesirky ກ່າວວ່າ ຣັດເຊຍໄດ້ຖືກຫ້າມບໍ່ໃຫ້ປະກອບສ່ວນຢູ່ໃນກອງກຳລັງດັ່ງກ່າວ ຍ້ອນຣັດເຊຍ ເປັນນຶ່ງໃນຈຳນວນສະມາ
ຊິກຖາວອນ 5 ປະເທດຂອງສະພາຄວາມໝັ້ນຄົງ.
ການຖອນທະຫານອອສເຕຣຍອອກໄປຈາກຂົງເຂດ ແມ່ນເປັນຄວາມເສຍຫາຍ ຄັ້ງຫລ້າສຸດຕໍ່ກຳລັງຮັກສາສັນຕິພາບ.
ທ່ານ Nesirky ກ່າວວ່າ ກຳລັງມີການປະຊຸມກັນລະຫວ່າງເຈົ້າໜ້າທີ່ສະຫະປະ ຊາຊາດ ກັບຜູ້ຕາງໜ້າປະເທດຕ່າງໆ ທີ່ສົ່ງກໍາລັງທະຫານ ໄປຮ່ວມການປະຕິ ບັດງານສະຫະປະຊາ
ຊາດເພື່ອຊອກຫາເບິ່ງວ່າ ສະມາຊິກປະເທດໃດເຕັມໃຈສົ່ງກຳລັງໄປແທນອອສເຕຣຍຊຶ່ງປະກອບເປັນນຶ່ງສ່ວນສາມຂອງກຳລັງທັງໝົດ.