ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມີອົບພະຍົບ ເພີ່ມຂຶ້ນ ໃນທົ່ວໂລກ ໃນຮອບສິບປີ ຜ່ານມາ


ທ່ານ Antonio Guterres ຂ້າຫຼວງໃຫຍ່ດ້ານອົບພະຍົບຂອງສະຫະປະຊາຊາດ
ທ່ານ Antonio Guterres ຂ້າຫຼວງໃຫຍ່ດ້ານອົບພະຍົບຂອງສະຫະປະຊາຊາດ

ອົງການ​ສະຫະ​ປະຊາ​ຊາ​ດ​ເຕືອນ​ວ່າ ຈຳ​ນວນຂອງ​ພວກອົບ​ພະຍົບ​ຫຼົບ​ໄພ​ຢູ່​ໃນ​ທົ່ວ​ໂລກ​ໄດ້​
ເພີ່ມ​ຂຶ້ນຢ່າງ​ຫຼວງຫຼາຍ​ໃນ​ຮອບ​ທົດ​ສະ​ວັດ​ຜ່ານ​ມາຂະນະ​ທີ່​ບັນຫາ​ຂັດແຍ້​ງ ​ໄພພິບັດ​ທຳ​ມະ
​ຊາດ ​ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ບີບ ບັງຄັບ​ໃຫ້ຜູ້​ຄົນຕ້ອງ​ຫຼົບໜີ​ໄປ​ຈາກ​
ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Antonio Guterres ຂ້າ​ຫຼວງ​ໃຫຍ່​ໃນ​ດ້ານ​ອົບ​ພະຍົບຂອງ​ສະຫະ​ປະຊາຊາດ​ ກ່າວ
​ທີ່​ສຳນັກງານ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ ຢູ່ນະຄອນ​ນິວຢອກໃນວັນ​ພະຫັດ​ວານ​ນີ້ວ່າ
​ໂລກ​ໄດ້​ສ້າງ​ບັນຫາ​ ໃຫ້​ມີ​ການ​ອົບ​ພະຍົບຫຼົບ​ໄພ ​ໄວ​ກວ່າການ​ຊອກ​ຫາ​ທາງ​ແກ້​ໄຂ​ຕໍ່​ບັນ
ຫາ​ເຫຼົ່ານີ້. ທ່ານ Guterres ກ່າວ​ຕື່ມ​ວ່າທ່ານມອງ​ເຫັນ​ວ່າໂລກ​ຂອງ​ເຮົາ​ມີ​ຄວາມ​ສາມາດ
ໜ້ອຍ​ລົງ​ນັບ​ມື້ ​ໃນ​ການ​ຊອກ​ຫາ​ຊ່ອງ​ທາງປ້ອງ​ກັນ ​ແລະ​ ແກ້​ໄຂບັນຫາ​ຂັດ​ແຍ້​ງທາງ​ການ
​ເມືອງ.

ລາຍ​ງານ​ສະບັບ​ນຶ່ງ​ຂອງ​ອົງການ​ຂ້າ​ຫຼວງ​ໃຫຍ່​ອົບ​ພະຍົບສະຫະ​ປະຊາ​ຊາດ​ທີ່​ພິມ​ເຜີຍແຜ່​
ໃນ​ວັນ​ພະຫັດ​ວານ​ນີ້ເວົ້າວ່າ ມີ 43 ລ້ານ​ຄົນ​ຢູ່​ໃນ​ທົ່ວ​ໂລກ​ໄດ້​ຖືກ​ບັງຄັບ ​ໃຫ້ຫຼົບໜີ​ອອກ
​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ພວກ​ເຂົາ​ເຈົ້າຍ້ອນ​ເຫດຜົນ​ຫຼາຍໆຢ່າງຮວມທັງ​ການເຕີບ​
ໃຫຍ່​ຂະຫຍາຍ​ໂຕ​ຂອງ​ປະຊາກອນ ການ​ຂາດ​ແຄນ​ອາຫານ ແລະ​ນໍ້າ​ດື່ມ​ນໍ້າ​ໃຊ້ ຕະຫຼອດ
ທັງ​ການ​ແຂ່ງຂັນ ​ເພື່ອ​ຍາດ​ແຍ່ງ​ເອົາ​ຊັບພະຍາກອນ​ຕ່າງໆ. ລາຍ​ງານແຈ້ງ​ໃຫ້​ຊາບ​ຕື່ມ​ວ່າ
80% ຂອງ​ພວກ​ອົບ​ພະຍົບຫຼົບ​ໄພ​ເຫຼົ່ານີ້​ແມ່ນ​ອາ​ໄສ​ຢູ່​ໃນ​ປະ​ເທດ​ທີ່​ກຳລັງ​ພັດທະນາ.

ນອກ​ນັ້ນ​ແລ້ວ ລາຍ​ງານ​ຂອງ​ອົງການ​ຂ້າ​ຫຼວງ​ໃຫຍ່ໃນ​ດ້ານ​ອົບ​ພະຍົບຂອງ​ສະຫະປະ
ຊາ​ຊາດ​ຍັງ​ເວົ້າວ່າ ​ໃນ​ແຕ່ລະ​ປີ ໄພພິບັດ​ທຳ​ມະ​ຊາດ​ຕ່າງໆ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຫຼົບໜີ​
ໄປຈາກ​ບ່ອນຢູ່​ຂອງ​ພວກ​ເຂົາ​ເຈົ້າຫຼາຍກວ່າ​ບັນຫາ​ຂັດ​ແຍ້​ງ. ລາຍ​ງານ​ຂອງອົງການ​ຂ້າ​
ຫຼວງ​ໃຫຍ່​ໃນ​ດ້ານ​ອົບ​ພະຍົບສະຫະ​ປະຊາ​ຊາດໄດ້ເຕືອນ​ກ່ຽວ​ກັບ​ຊ່ອງ​ຫວ່າງ​ໃນ​ການ​
ໃຫ້​ຄວາມ​ຄຸ້ມ​ຄອງຂອງ​ນາໆ​ຊາດຕໍ່​ປະຊາຊົນ​ທີ່​ຫຼົບໜີ​ໄປ​ຈາກປະ​ເທດ​ຕ່າງໆຍ້ອນ​ການ
​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໂດຍ​ເວົ້າວ່າ ບໍ່​ໄດ້​ມີ​ການ​ພິຈາລະນາ​ວ່າພວກ​ເຂົາ​ເຈົ້າ​ເປັນ
​ອົບ​ພະຍົບ ພາຍ​ໃຕ້​ກົດ ໝາຍ​ລະຫວ່າງ​ປະ​ເທດ.

XS
SM
MD
LG