ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫົວໜ້າຝ່າຍອົບພະຍົບ ຂອງ ສປຊ ເວົ້າວ່າ ມີການກວດລ້າງ ຊາວມຸສລິມ ໃນ ອາຟຣິກາກາງ (ສະໄລດ໌/ວີດີໂອ)


ຂ້າຫລວງໃຫຍ່ຮັບຜິດຊອບດ້ານອົບພະຍົບ ສປຊ ທ່ານ Antonio Guterres
ຂ້າຫລວງໃຫຍ່ຮັບຜິດຊອບດ້ານອົບພະຍົບ ສປຊ ທ່ານ Antonio Guterres
ຫົວໜ້າອົງການອົບພະຍົບ ຂອງສະຫະປະຊາຊາດ ທ່ານ Antonio
Guteres ກ່າວວ່າ ພາກຕາເວັນຕົກ ຂອງສາທາລະນະລັດອາຟຣິ
ກາກາງ ໄດ້ມີການກວດລ້າງຊາວມຸສລິມສ່ວນໃຫຍ່ ອອກໄປແລ້ວ
ໃນຂະນະທີ່ທ່ານ ແລະບຸກຄົນອື່ນໆ ຮ້ອງຂໍຄວາມຊ່ອຍເຫຼືອ ຈາກ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ.

ທ່ານ Guteres ກ່າວຕໍ່ສະພາຄວາມໝັ້ນຄົງໃນວັນພະຫັດວານນີ້
ວ່າ ບໍ່ມີການໄປຢ້ຽມຢາມຄັ້ງໃດໃນຮອບ 8 ປີທີ່ຜ່ານມາໃນຖານະ ຂ້າຫຼວງໃຫຍ່ອົບພະຍົບ ຂອງສະຫະປະຊາຊາດ ທີ່ໄດ້ສ້າງຄວາມ ເຈັບປວດໃຫ້ແກ່ທ່ານ ຫລາຍໄປກວ່າສາທາລະນະລັດອາຟຣິກາ
ກາງ. ທ່ານເວົ້າວ່າຄວາມໂຫດຫ້ຽມ ຄວາມອຳມະຫິດ ແລະຄວາມ
ໄຮ້ມະນຸດສະທຳ ແມ່ນເປັນທີ່ໜ້າຕື່ນຕົກໃຈ.


ສະພາຄວາມໝັ້ນຄົງ ພວມພິຈາລະນາກ່ຽວກັບວ່າ ຈະສົ່ງກຳລັງຮັກສາສັນຕິພາບ ຈຳນວນ 12,000 ຄົນ ໄປຍັງສາທາລະນະລັດອາຟຣິກາກາງ ຫຼືບໍ່ ບ່ອນທີ່ພວມມີການສູ້ລົບກັນ ລະ ຫວ່າງຊາວມຸສລິມ ແລະທະຫານບ້ານຄຣິສຕຽນ ທີ່ໄດ້ເຮັດໃຫ້ພົນລະເຮືອນ ເສຍຊີວິດໄປ ແລ້ວຈຳນວນນຶ່ງ ແລະອີກຫລາຍຮ້ອຍພັນຄົນ ບໍ່ມີບ່ອນພັກພາອາໄສ ແລະຕ້ອງໄດ້ຫລົບ ໜີເພື່ອເອົາຊີວິດລອດ.

ລັດຖະມົນຕີການຕ່າງປະເທດ ຂອງສາທາລະນະລັດ ອາຟຣິກາກາງ ທ່ານ Toussaint Kongo-Doudou ກ່າວວ່າ ລັດຖະບານຂອງທ່ານແມ່ນຍິນດີຕ້ອນຮັບກອງກຳລັງຂອງ ອົງການສະຫະປະຊາຊາດ. ທ່ານກ່າວຕໍ່ສະພາຄວາມໝັ້ນຄົງວ່າການຢູ່ລອດຂອງສາທາ ລະນະລັດອາຟຣິກາກາງແມ່ນກາງຕໍ່ເລື່ອງນີ້.

ເອກອັກຄະລັດຖະທູດຝຣັ່ງປະຈຳອົງການສະຫະປະຊາຊາດທ່ານ Gerard Araud ກ່າວ
ວ່າ ທ່ານຈະນຳສະເໜີຍັດຕິສະບັບນຶ່ງກ່ຽວກັບກອງກຳລັງຮັກສາສັນຕິພາບພາຍໃນສອງ ສາມອາທິດຂ້າງໜ້ານີ້ ແລະຄາດຄະເນວ່າ ຄົງຈະໄດ້ຮັບການອະນຸມັດ ແຕ່ທ່ານກໍເວົ້າວ່າ ເປັນທີ່ຄາດກັນວ່າຈະມີການເຈລະຈາດ້ວຍຄວາມຍຸ່ງຍາກ ກ່ຽວກັບຄ່າໃຊ້ຈ່າຍຂອງກອງ
ກຳລັງທີ່ວ່ານີ້.

Central Africa Republic
please wait

No media source currently available

0:00 0:01:50 0:00
XS
SM
MD
LG