ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ອົງການ UNHCR ກ່າວວ່າ 1 ລ້ານຄົນ ໄດ້ຫລົບໜີ ອອກຈາກຢູເຄຣນ ພາຍໃນອາທິດທຳອິດ ຂອງການບຸກລຸກໂດຍຣັດເຊຍ


ພວກຜູ້ຄົນທີ່ກຳລັງຫລົບໜີຈາກການບຸກລຸກຢູເຄຣນຂອງຣັດເຊຍ ແຫຍ້ກັນຢູ່ພື້ນທີ່ຂຶ້ນຂອງສະຖານີລົດໄຟ ໃນເມືອງ ປຣາຊີມິສລ໌ (Przemysl) ຂອງໂປແລນ, ວັນທີ 3 ມີນາ 2022.
ພວກຜູ້ຄົນທີ່ກຳລັງຫລົບໜີຈາກການບຸກລຸກຢູເຄຣນຂອງຣັດເຊຍ ແຫຍ້ກັນຢູ່ພື້ນທີ່ຂຶ້ນຂອງສະຖານີລົດໄຟ ໃນເມືອງ ປຣາຊີມິສລ໌ (Przemysl) ຂອງໂປແລນ, ວັນທີ 3 ມີນາ 2022.

ອົງການຂ້າຫຼວງໃຫຍ່ເພື່ອອົບພະຍົບຂອງສະຫະປະຊາຊາດ ຫຼື UNHCR ໄດ້ກ່າວ ໃນວັນພະຫັດວານນີ້ ວ່າ ປະຊາຊົນນຶ່ງລ້ານໄດ້ຫລົບໜີອອກຈາກຢູເຄຣນພາຍໃນອາທິດດຽວທີ່ຜ່ານມານີ້ ຊຶ່ງເປັນນຶ່ງໃນການຫລັ່ງໄຫລອອກຈາກປະເທດຂອງປະຊາຊົນຄັ້ງໃຫຍ່ທີ່ສຸດ ແລະຈຳນວນຫຼາຍທີ່ສຸດ ຂອງສະຖານະການ ບັນ ຫາຂັດແຍ້ງ ໃນຮອບຫຼາຍທົດສະວັດ.

ທ່ານຟີລີໂປ ກຣານດີ ໄດ້ກ່າວໃນຖະແຫລງສະບັບນຶ່ງ ວ່າ “ໃນແຕ່ລະຊົ່ວໂມງ ແຕ່ລະນາທີ ພວກຜູ້ຄົນຈຳນວນຫຼວງຫຼາຍພາກັນໜີຈາກຄວາມເປັນຈິງ ຂອງຄວາມຮຸນແຮງທີ່ໜ້າຢ້ານກົວ. ປະຊາຊົນຈຳນວນນັບບໍ່ຖ້ວນໄດ້ຖືກພັດພາກຈາກເຮືອນຊານບ້ານຊ່ອງໃນປະເທດຂອງຕົນ.” ຖະແຫລງການກ່າວອີກວ່າ “ແລະເວັ້ນເສຍແຕ່ວ່າ ບັນຫາຂັດແຍ້ງຍຸຕິລົງໃນທັນທີ ອີກຫຼາຍລ້ານຄົນ ເປັນໄປໄດ້ສູງ ທີ່ຈະຖືກກົດດັນໃຫ້ໜີອອກຈາກຢູເຄຣນ.”


ການບຸກໂຈມຕີຂອງຣັດເຊຍ ໄດ້ເພີ້ມທະວີຂຶ້ນເຮັດໃຫ້ຫຼາຍຫົວເມືອງ ໃນທົ່ວປະເທດຕົກຢູ່ພາຍໃຕ້ການໂຈມຕີທາງອາກາດແລະທາງພາກພື້ນດິນ ໃນອາທິດທີ່ຜ່ານມາ. ລົດຖັງແລະລົດຫຸ້ມເກາະທັງຫຼາຍຂອງຣັດເຊຍ ສືບຕໍ່ເຄື່ອນຍ້າຍເຂົ້າໄປໃນປະເທດ ແລະເປັນການຄຸກຄາມຕໍ່ຫົວເມືອງໃຫຍ່ຕ່າງໆ.

ທ່ານກຣານດີ ໄດ້ກ່າວຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃນວັນຈັນຜ່ານມາວ່າ ທ່ານບໍ່ເຄີຍເຫັນ “ການຫລັ່ງໄຫລອອກຈາກປະເທດຢ່າງວ່ອງໄວທີ່ບໍ່ໜ້າເຊື່ອເລີຍ ທີ່ໃຫຍ່ທີ່ສຸດ ເປັນທີ່ແນ່ນອນ ພາຍໃນທະວີບຢູໂຣບນັບຕັ້ງ ແຕ່ສົງຄາມແຫຼມບອລກັນ.”

ທ່ານໄດ້ກ່າວວ່າ ເວັ້ນເສຍແຕ່ວ່າ ບັນຫາຂັດແຍ້ງຍຸຕິລົງໃນທັນທີ ປະຊາຊົນກໍຈະສືບຕໍ່ພາກັນຫລົບໜີ.

ທ່ານກຣານດີ ໄດ້ກ່າວໃນວັນຈັນຜ່ານມາວ່າ “ພວກເຮົາກຳລັງວາງແຜນ - ຂໍ ຢ້ຳວ່າ ກຳລັງວາງແຜນ ສຳລັບຊາວອົບພະຍົບຫຼາຍເຖິງສີ່ລ້ານຄົນ ໃນສອງສາມມື້ ແລະສອງສາມອາທິດ ຈະມາເຖິງນີ້.”

ເມື່ອທ່ານໄດ້ແຈ້ງໃຫ້ສະພາບການໃຫ້ສະພາຄວາມໝັ້ນຄົງໃນວັນຈັນນັ້ນ ທ່ານໄດ້ກ່າວວ່າ ປະຊາຊົນຫຼາຍກວ່າ 280,000 ຄົນໄດ້ຫລົບໜີໄປປະເທດໂປແລນແຫ່ງດຽວ. ມາເຖິງວັນພຸດນີ້ ອົງການ UNHCR ໄດ້ກ່າວວ່າ ຈຳນວນຄົນໄດ້ເພີ້ມຂຶ້ນເກືອບສອງເທົ່າ ເຖິງ 547,982 ຄົນ.

ຈຳນວນຂອງຊາວອົບພະຍົບ ແມ່ນຍັງສູງຂຶ້ນຢ່າງວ່ອງໄວຢູ່ໃນປະເທດຮັງກາຣີ ໂມລໂດວາ ສະໂລວາເກຍ ໂຣມາເນຍແລະປະເທດອື່ນໆໃນຢູໂຣບ. ປະຊາຊົນ ເກືອບ 500,000 ຄົນສ່ວນໃຫຍ່ມາຈາກພາກຕາເວັນອອກຂອງຢູເຄຣນ ຍັງໄດ້ສະແຫວງຫາບ່ອນຫລີ້ໄພ ຢູ່ໃນຣັດເຊຍ.

ແຜນທີ່ຂອງຢູໂຣບ ສະແດງໃຫ້ເຫັນ ຈຳນວນການຫລັ່ງໄຫລຂອງຊາວອົບພະຍົບຈາກຢູເຄຣນ ເຂົ້າໄປໃນປະເທດຕ່າງໆໃນຢູໂຣບ, ມາເຖິງວັນທີ 2 ມີນາ 2022, ອີງຕາມ ອົງການ UNHCR.
ແຜນທີ່ຂອງຢູໂຣບ ສະແດງໃຫ້ເຫັນ ຈຳນວນການຫລັ່ງໄຫລຂອງຊາວອົບພະຍົບຈາກຢູເຄຣນ ເຂົ້າໄປໃນປະເທດຕ່າງໆໃນຢູໂຣບ, ມາເຖິງວັນທີ 2 ມີນາ 2022, ອີງຕາມ ອົງການ UNHCR.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG