ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ຫລຸດການຮ້ອງ​ຂໍ ໃນ​ການຊ່ວຍເຫຼືອດ້ານມະນຸດສະທຳ ​ສຳ​ລັບອັຟການິສຖານ


ຊາວອັຟານິສຖານ ພາກັນໍລໍຖ້າຮັບການຊ່ວຍເຫລືອອາການ ຈັດຂຶ້ນໂດຍອົງການອາຫານໂລກ World Food Programໃນ ອັຟການິສຖານ ວັນທີ 18 ມັງກອນ 2022
ຊາວອັຟານິສຖານ ພາກັນໍລໍຖ້າຮັບການຊ່ວຍເຫລືອອາການ ຈັດຂຶ້ນໂດຍອົງການອາຫານໂລກ World Food Programໃນ ອັຟການິສຖານ ວັນທີ 18 ມັງກອນ 2022

ທ່າມກາງບັນ​ຫາ​ຫຍຸ້ງ​ຍາກ​ສົບ​ສົນ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບການແກ້ໄຂກັບພວກເຈົ້າໜ້າທີ່ຕາລິບານ ກ່ຽວກັບສິດທິພວກແມ່ຍິງໃນ​ການເຮັດວຽກ ແລະການສຶກສາ ແລະການໃຫ້​ເງິນບໍລິຈາກທີ່​ຫລຸດ​ລົງ​ນັ້ນ ສະຫະຫະຊາຊາດ ໄດ້ຕັດການຊ່ວເຫລືອດ້ານມະນຸດສະທຳ ທີ່ຮ້ອງຂໍໃຫ້ແກ່ອັຟການິສຖານຫລາຍກວ່າ 1 ພັນລ້ານໂດລາ ​ໂດຍບັງຄັບໃຫ້ບັນດາອົງການ​ຕ່າງໆຢຸດເຊົາໃຫ້ການຊ່ວຍເຫລືອທີ່ສຳຄັນແກ່ຫລາຍລ້ານຄົນ.

ໃນເດືອນມີນາ ສະຫະປະຊາຊາດ ໄດ້ມີ​ການຊັກຊ້າ ເພື່ອ​ເລີ້ມແຜນການຮັບ​ມື ​ດ້ານມະນຸດສະທຳ ຫລື HRP ສຳລັບອັຟການິສ​ຖານໂດຍຮ້ອງຂໍ​ໃຫ້ບັນດາຜູ້ບໍລິຈາກ​ເງິນ 4.6 ຕື້ໂດລາ ​ສຳ​ລັບໃນກອງທຶນເພື່ອຊ່ວຍເຫລືອ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ຫລາຍກວ່າ 23 ລ້ານຄົນ. ການຮ້ອງຂໍໄດ້ມີ​ການຊັກຊ້າເປັນເວລາສອງເດືອນ ຫລັງຈາກຕາລິບານໄດ້ປະກາດໃນເດືອນທັນວາ ຫ້າມພວກແມ່ຍິງອັຟກາ​ນິ​ສ ຈາກການເຮັດວຽກໃຫ້ແກ່ ບັນດາອົງການສະຫະປະຊາຊາດ.

ພວກແມ່ຍິງຢູ່ໃນອັຟການິສຖານ ໄດ້​ຖືກຫ້າມບໍ່​ໃນ​ດ້ານການສຶກສາ ແລະເຮັດວຽກຢ່າງບໍ່ມີກຳນົດ ເນື່ອງຈາກ “ສາດສະໜາ ແລະການພິຈາລະນາ ເຖິງປະ ເພນີ” ທີ່ພວກເຈົ້່າໜ້າທີ່ຕາລິບານໄດ້ກ່າວ.

ອົງການຊ່ວຍເຫລືອຫລາຍອົງ​ການໄດ້ໂຈະການປະຕິບັດງານ ໃນການຕອບໂຕ້ຕໍ່ການຫ້າມພວກແມ່ຍິງບໍ່ໃຫ້ເຮັດວຽກ ໃນຂະນະທີ່ບັນດາຜູ້ບໍລິຈາກໄດ້ເຕືອນຈະມີຜົນທີ່ຈະຕິດຕາມມາ ສຳ​ລັບລະບອບ​ການ​ປົກ​ຄອງຕາລິບານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG