ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ສະແດງຄວາມຍິນດີ ນຳການເລີ້ມ ການເຈລະຈາສັນຕິພາບ ຂອງເຢເມນ


<b>İspnaya&rsquo;da Uber ve diğer özel taksi uygulamalarını protesto eden taksiciler, Madrid sokaklarını tıkadı.</b>
<b>İspnaya&rsquo;da Uber ve diğer özel taksi uygulamalarını protesto eden taksiciler, Madrid sokaklarını tıkadı.</b>

ສະຫະລັດ​ສະ​ແດງ​ຄວາມຍິນ​ດີ ຕໍ່ການ​ເຈລະຈາ​ສັນຕິພາບ ທີ່​ໄດ້​ເລີ້ມຂຶ້ນຢູ່​ໃນ​ປະ​ເທດ Kuwait ​ໃນ​ວັນ​ພະຫັດ​ວານ​ນີ້ ຫລັງ​ຈາກ​ໄດ້ມີ​ການ​ຊັກ​ຊ້າ​ເວລາ​ບັນດາ​ຜູ້ຕາງໜ້າ​ຝ່າຍ
​ຄ້ານ ​ບໍ່​ຍອມ​ເຂົ້າຮ່ວມ​ ຍ້ອນ​ມີ​ການ​ຈົ່ມ​ທຸກ​ກ່ຽວ​ກັບ​ການລະ ​ເມີດ​ການຢຸດ​ຍິງ ​ໂດຍ​ກຳລັງ ​ລັດຖະບານ.

​ໂຄສົກ​ກະ​ຊວງຕ່າງປະ​ເທດສະຫະລັດ ທ່ານ John Kirby ກ່າວ​ວ່າ “ພວກ​ເຮົາ​ເຂົ້າ​ໃຈ​ ວ່າທຸກ​ພັກ​ຝ່າຍ​ ​ເວລາ​ນີ້ ​ໄດ້ໄປເຖິງ Kuwait ​ແລະ​ມີ​ກຳນົດ ທີ່ຈະ​ເລີ້ມ​ການເຈລະຈາ​ກັນ." ທ່ານ​ກ່າວ​ເພີ້​ມ​ເຕີມອີກວ່າ ສະຫະລັດ​ເຊື່ອ​ວ່າ ການ​ຢຸດ​ຍິງ​ຢູ່ເຢ​ເມນຫວ່າງ​ມໍ່ໆ​ມາ​ນີ້ ສ່ວນ​ ໃຫຍ່​ແລ້ວ​ແມ່ນ​ຍັງ​ໄດ້​ຮັບ​ການ​ເຄົາລົບ.

ທ່ານ Kirby ກ່າວ​ວ່າ ສະຫະລັດ “ຍັງ​ສືບ​ຕໍ່ເຊື່ອໝັ້ນວ່າ ກາ​ນ​ເຈລະຈາ​ເຫລົ່າ​ນີ້ ​ແມ່ນ​ມີ​ ຄວາມສຳຄັນແກ່​ເຢ​ເມນ​ໃນປັດຈຸ​ບັນ​ນີ້. ພວກ​ເຮົາຂໍ​ຮຽກຮ້ອງ​ໃຫ້ທຸກ​ພັກ​ຝ່າຍ​ຈົ່ງ​ພົວພັນ ​ຢ່າງ​ເຕັມທີ່​ ດ້ວຍ​ຄວາມ​ຈິງໃຈ ​ເພື່ອ​ຈະ​ໄດ້​ຍຸຕິ​ການ​ຂັດ​ແຍ້​ງທາງ​ທະຫານ​ໃນ​ທັນທີ ​ແລະ​ ກັບ​ຄືນ​ໄປ​ສູ່ການ​ດຳ​ເນີນ​ຂັ້ນຕອນ​ທາງການ​ເມືອງ​ຢ່າ​ງສັນຕິ.

ການ​ເຈລະຈາ​ກຳລັງ​ຈັດ​ຂຶ້ນ​ໃນ Kuwait ​ແລະ​ໄດ້​ມີ​ກຳນົດຈະ​ເລີ້​ມ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ. ບັນດາ​ສະມາຊິກ​ຂອງ​ກຸ່​ມກະບົດ Houthis ​ແລະ​ພັກ​ຂອງ​ອະ​ດີດ​ຜູ້ນຳ​ເຢ​ເມນ ທ່ານ Ali Abdullah Saleh ທີ່​ໄດ້​ໜູນ​ຫລັງ​ພວກ​ກະບົດໄດ້​ເດີນທາງ ​ອອກ​ຈາກ​ເຢ​ເມນ​ໃນ​ວັນ​ພຸດ​ ທີ່​ຜ່ານ​ມາ ຫລັງ​ຈາກ​ໄດ້​ຮັບ​ການ​ຄໍ້າປະກັນວ່າການ ​ຢຸດ​ຍິງ​ຈະ​ໄດ້​ຮັບການ​ເຄົາລົບ.

ທູດ​ສະຫະ​ປະຊາ​ຊາດຮັບຜິດຊອບ​ເລື້ອງ​ເຢ​ເມນ ທ່ານ Ismail Ould Cheikh Ahmed ​ ໄດ້​ກ່າວ​ວ່າ ຂັ້ນຕອນ​ການ​ປະຕິບັດ​ງານ​ຈະ​ເພັ່ງ​ເລັງໃສ່​ການ​ຖອນ​ພວກ​ທະຫານ​ບ້ານ ​ແລະ ບັນດາ​ກຸ່ມຕິດ​ອາວຸດ ການມອບອາ​ວຸດ​ໜັກ​ໃຫ້​ແກ່​ລັດຖະ ບານ ການຈັດ​ແຈງ​ກ່ຽວ​ກັບ​ການ​ຮັກສາ​ຄວາມ​ປອດ​ໄພຊົ່ວຄາວ ຈັດ​ຟື້ນຟູ​ສະ​ຖາ ບັນ​ຕ່າງໆ​ຂອງ​ປະ​ເທດ ​ແລະ​ຕັ້ງ​ຄະນະ​ກຳ ມະການ​ພິ​ເສດ​ກ່ຽວ​ກັບ​ພວກ​ນັກ​ໂທດ ​ແລະ​ບັນດາ​ຜູ້​ທີ່​ຖືກ​ຄຸມ​ຂັງ.

ພວກ Houthis ​ໄດ້​ຄວບ​ຄຸມນະຄອນຫລວງ​ Sana’a ຂອງ​ເຢ​ເມນ ນັບ​ຕັ້ງ​ແຕ່​ໄດ້​ຍຶດ​ເອົາ ນະຄອນ​ດັ່ງກ່າວ ​ໃນ​ເດືອນ​ກັນຍາ​ ປີ 2014. ຫົກ​ເດືອນ​ຕໍ່​ມາ ​ເຂົາ​ເຈົ້າ​ໄດ້​ບຸກ​ເຂົ້າ​ໄປ​ໃນ ​ພາກ​ໃຕ້​ ໃນ​ການ​ບຸກໂຈມ​ຕີ ​ທີ່​ນຳ​ໄປ​ສູ່່​ການເຂົ້າຍຶດ​ເອົາເມືອງ​ທ່າ Aden ​ແລະ​ບັງຄັບ​ໃຫ້ ປະທານາທິບໍດີ Abdu Rabu Mansour Hadi ຫລົບ​ໜີ​ໄປ​ຍັງ Saudi Arabia. ​

Yemen Peace Talks
please wait
Embed

No media source currently available

0:00 0:00:30 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG