ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ເປັນຫ່ວງ ຄວາມຮຸນແຮງ ທີ່ເພີ່ມຂຶ້ນ ຢູ່ອັຟການີສຖານ


ເຫດການຮຸນແຮງ ໃນອັຟການີສຖານ
ເຫດການຮຸນແຮງ ໃນອັຟການີສຖານ
ອົງການ​ສະຫະ​ປະຊາ​ຊາດ​ເວົ້າ​ວ່າ ​ເຫດການ​ຮຸນ​ແຮງ​ ທີ່​ຍັງ​ຜົນ​ໃຫ້ພະນັກ​ງານ​ໃຫ້ການ​ຊ່ວຍ​ເຫຼືອ​ເກົ້າຄົນ​ ເສຍ​ຊີວິດ ​ເມື່ອ​ບໍ່​ດົນ​ມາ​ນີ້​ ຢູ່​ໃນ​ອັຟກາ​ນີສຖານ ​ແມ່ນເນັ້ນ​ຢໍ້າ​ ເຖິງ​ຄວາມ​ສ່ຽງ​ທີ່​ເພີ່ມ​ສູງ​ຂຶ້ນຕໍ່​ຂະ​ບວນການ​ນໍາ​ສົ່ງ​ສະ ບຽງ​ຊ່ວຍ​ເຫຼືອ​ແລະ​ການ​ບໍ່​ເຄົາລົບ​ຕໍ່​ພະນັກງານ​ເພື່ອ​ມະນຸດສະ​ທໍາ​ທີ່​ມີເພີ່ມ ​ຂຶ້ນຢູ່​ໃນ​ປະ​ເທດດັ່ງກ່າວ.

ທ່ານ Mark Bowden ​ເຈົ້າໜ້າ​ທີ່​ປະສານ​ງານ​ດ້ານ​ມະນຸດສະ​ທໍາ​ຂອງ​ຢູ​ເອັນ ປະ​ຈໍາ​ອັຟກາ​ນີສຖານ ​ເວົ້າ​ວ່າ ທ່ານ​ເປັນ​ຫ່ວງ​ທີ່​ສຸດ ກ່ຽວ​ກັບ​ຄວາມ ຮຸນ​ແຮງ​ທີ່​ເພີ່ມ​ທະວີ​ຂຶ້ນ ຊຶ່ງ​ເກີດ​ຂຶ້ນ​ໃນ​ຂະນະ​ທີ່​ກໍາລັງ​ປະສົມ ຂອງ​ເນ​ໂຕ້​ຕຽມທີ່​ຈະ​ຖອນ​ອອກ​ຈາກ​ປະ​ເທດ​ ໃນ​ປີໜ້າ​ນີ້.

​ໃນ​ຖະ​ແຫຼງການ​ສະບັບ​ນຶ່ງ​ເມື່ອ​ວັນເສົາວານ​ນີ້ ທ່ານ Bowden ​ເວົ້າ​ວ່າ ​ເຫດການ​ຮຸນ​ແຮງ​ກໍາລັງ​ເກີດ​ຂື້ນ​ໃນ​ຊ່ວງ​ເວລາ​ທີ່​ອັຟກາ​ນີສຖານ​ຕົກ​ຢູ່​ໃນ ການ​ຫັນ​ປ່ຽນ​ທີ່​ລໍາບາກ ຫຼາຍ ທີ່ອາດເຮັດ​ໃຫ້ ​ມີຄວາມ​ຕ້ອງການດ້ານ​ມະ ນຸດສະ​ທໍາ​ເພີ່ມ​ຂຶ້ນອີກ​ກໍໄດ້.

ຢູ​ເອັນ​ເວົ້າ​ວ່າ ຕົນ​ໄດ້ຈົດ​ບັນທຶກ​ 237 ​ເຫດການ ຊຶ່ງ​ເປັນ​ເຫດການຕໍ່ຕ້ານ ​ພວກ​ພະນັກ ງານ​ ​ສະຖານ​ທີ່ ​ແລະ​ຊັບ​ສິນ ​ຂອງ​ອົງການເພື່ອ​ມະນຸດສະ​ທໍາ ຢູ່​ໃນ​ອັຟກາ​ນີສຖານ ​ໃນ​ປີ​ນີ້ ​ໂຮມ​ທັງເຮັດ​ໃຫ້​ມີ​ຜູ້ເສຍ​ຊີວິດ 36 ຄົນ.

​ເມື່ອ​ວັນພຸດ​ຜ່ານມາ​ນີ້ ພວກ​ມື​ປືນ​ທີ່​ສົງ​ໄສ​ວ່າເປັນ​ກຸ່ມ​ຕາ​ລິ​ບານ ​ໄດ້​ຍິງ​ສັງ ຫານ ຄົນ​ງານ​ຊ່ວຍ​ເຫຼືອຫົກ​ຄົນ ຢູ່​ໃນ​ແຂວງ Faryab ທາງ​ພາກ​ເໜືອ​ຂອງປະ​ເທດນັ້ນ.

ລະ​ເບີດ​ລູກ​ນຶ່ງ ​ໄດ້​ສັງຫານ​ຄົນ​ງານ​ຊ່ວຍ​ເຫຼືອສາມ​ຄົນຢູ່​ໃນ​ແຂວງ Uruzgan ທາງພາກ​ ໃຕ້​ຂອງ​ປະ​ເທດ ​ໃນ​ມື້​ຜ່ານ​ມາ.

ລາຍ​ງານ​ປະ​ຈໍາ​ເດືອນ​ຕຸລາ​ສະບັບ​ນຶ່ງ ຈາກ​ຖານ​ຂໍ້​ມູນ​ຄວາມ​ປອດ​ໄພ​ຂອງ ພະນັກງານ​ຊ່ວຍ​ເຫຼືອ ລະບຸ​ວ່າ ອັຟກາ​ນີສຖານ​ເປັນປະ​ເທດ​ທີ່​ອັນຕະລາຍ ທີ່​ສຸດ ສໍາລັບ​ພວກ​ຄົນ​ງານ​ເຫຼົ່ານີ້.

ຖານ​ຂໍ້​ມູນ​ດັ່ງກ່າວ ​ໄດ້​ລວບ​ລວມ​ໂດຍ​ໜ່ວຍ​ງານ Humanitarian Outcomes ຊຶ່ງ​ເປັນ​ທີ​ມງານ​ໃຫ້​ຄໍາ​ປຶກສາ​ ທີ່​ສະໜອງ​ຂໍ້​ມູນ ​ແລະ​ການ​ແນະ​ນໍາ​ດ້ານ​ນະ​ໂຍບາຍຕໍ່​ກຸ່ມ​ໃຫ້ການ​ຊ່ວຍ​ເຫຼືອຕ່າງໆ ​ແລະ​ບັນດາລັດ ຖະບານ ​ທີ່​ໃຫ້​ບໍລິຈາກ​ນັ້ນ.
XS
SM
MD
LG