ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສະຫະປະຊາຊາດ ເພີ່ມການປະຕິບັດການຊ່ວຍເຫຼືອໃນ ຢູເຄຣນ ໃນຂະນະທີ່ຄວາມສຸກເສີນ ດ້ານມະນຸດສະທຳຮຸນແຮງຂຶ້ນ


ທະຫານບ້ານໃນທ້ອງຖິ່ນ, ນາງ ວາເລຣີ, ອາຍຸ 37 ປີ, ອູ້ມລູກໃນຂະນະທີ່ລາວຊ່ວຍເຫຼືອຄອບຄົວທີ່ກຳລັງຫຼົບໜີຂ້າມຂົວທີ່ຖືກທຳລາຍ, ເຂດນອດຂອງນະຄອນຫຼວງ ກີຢິບ. 2 ມີນາ. 2022.
ທະຫານບ້ານໃນທ້ອງຖິ່ນ, ນາງ ວາເລຣີ, ອາຍຸ 37 ປີ, ອູ້ມລູກໃນຂະນະທີ່ລາວຊ່ວຍເຫຼືອຄອບຄົວທີ່ກຳລັງຫຼົບໜີຂ້າມຂົວທີ່ຖືກທຳລາຍ, ເຂດນອດຂອງນະຄອນຫຼວງ ກີຢິບ. 2 ມີນາ. 2022.

ບັນດາອົງການຊ່ວຍເຫຼືອຕ່າງໆຂອງ ສະຫະປະຊາຊາດ ແມ່ນກຳລັງ ເລັ່ງການປະຕິບັດການ ດ້ານມະນຸດສະທຳໃນ ຢູເຄຣນ, ໃນຂະນະທີ່ການຖິ້ມລະເບີດຂອງ ຣັດເຊຍ ໃສ່ຂົງເຂດທີ່ພັກອາໄສພົນລະເຮືອນ ແລະ ພື້ນຖານໂຄງລ່າງໄດ້ຮຸນແຮງຂຶ້ນ ເຮັດໃຫ້ການບາດເຈັບ ແລະ ເສຍຊີວິດຂອງພົນລະເຮືອນໄດ້ເພີ່ມສູງຂຶ້ນ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານ ຈາກນະ ຄອນ ເຈນີວາ, ປະເທດ ສວິດເຊີແລນ, ເຊິ່ງ ພຸດທະສອນ ຈະນຳລາຍລະ ອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລັດຖະບານ ຢູເຄຣນ ໄດ້ລາຍງານວ່າ ການໂຈມຕີທາງອາກາດຂອງ ຣັດເຊຍ ໄດ້ສັງຫານ ຫຼາຍຮ້ອຍຄົນ ແລະ ບາດເຈັບຫຼາຍກວ່າ 1,600 ຄົນ. ການຄຳ ນວນຂອງຫ້ອງການສິດທິທະນຸດ ສະຫະປະຊາຊາດ ແມ່ນເປັນໄປໄດ້ວ່າຈະ ໜ້ອຍກວ່າ, ແຕ່ບັນດາເຈົ້າໜ້າເວົ້າວ່າ ຕົວເລກສູງສຸດທີ່ແທ້ຈິງແມ່ນເບິ່ງຄືວ່າຈະສູງກວ່າທີ່ການຕິດຕາມຂອງເຂົາເຈົ້າ ສາມາດທີ່ຈະຢືນຢັນ.

ໂຄສົກສຳລັບກອງທຶນເດັກ ສະຫະປະຊາຊາດ ທ່ານ ເຈມສ໌ ແອລເດີ, ແມ່ນຢູ່ໃນເມືອງ ລີວິບ ໃນພາກຕາເວັນຕົກຂອງ ຢູເຄຣນ. ທ່ານກ່າວວ່າເມືອງດັ່ງກ່າວແມ່ນວຸ້ນວາຍທີ່ສຸດ, ດ້ວຍປະຊາຊົນຫຼາຍພັນຄົນພະຍາຍາມທີ່ຈະຫຼົບໜີຈາກການຕໍ່ສູ້. ຍ້ອນສະຖານະການທີ່ວຸ້ນວາຍດັ່ງກ່າວ, ທ່ານເວົ້າວ່າມັນເປັນໄປບໍ່ໄດ້ທີ່ຈະຮູ້ວ່າມີຈັກຄົນ ລວມທັງ ເດັກນ້ອຍ, ໄດ້ຖືກຂ້າຕາຍ.

ທ່ານ ແອລເດີ ກ່າວວ່າ “ພວກເຮົາຮູ້ວ່າຫຼາຍໆພັນຄົນແມ່ນມີຄວາມສ່ຽງ. ແລະ ພວກເຮົາຮູ້ວ່າ ເດັກນ້ອຍຫຼາຍກວ່າເກົ່າ, ເຊິ່ງໜ້າເປັນຫ່ວງຫຼາຍ ແມ່ນຈະຕາຍ ຫຼື ໄດ້ຮັບບາດເຈັບໃນເຫດການນີ້ ນອກຈາກວ່າການຕໍ່ສູ້ຈະຈົບລົງ. ມັນມີເດັກນ້ອຍຫຼາຍສິບພັນຄົນທີ່ກຳພ້າພໍ່ແມ່ໃນ ຢູເຄຣນ. ຫຼາຍຄົນໃນນັ້ນແມ່ນຢູ່ໃນບັນດາຕົວເມືອງທີ່ສຳຄັນ, ເຊິ່ງກຳລັງຖືກລະດົມຍິງໃນປັດຈຸບັນນີ້. ສະນັ້ນພວກເຮົາມີຄວາມຢ້ານກົວຫຼາຍສຳລັບເດັກນ້ອຍພວກນີ້.”

ທ່ານ ແອລເດີ ກ່າວວ່າອົງການ UNICEF ໄດ້ເຮັດວຽກກັບທັງສອງຝ່າຍ ກ່ຽວກັບ ສິ່ງທີ່ຮູ້ຈັກກັນດັ່ງກັບສາຍຕິດຕໍ່. ນີ້ແມ່ນເຂດ 500 ກິໂລແມັດ ທີ່ແຍກເຂດແດນທີ່ຖືກໜູນຫຼັງໂດຍ ຣັດເຊຍ ໃນພາກຕາເວັນອອກຂອງ ຢູເຄຣນ ອອກຈາກເຂດທີ່ເຫຼືອຂອງປະເທດ. ທ່ານກ່າວວ່າ ອົງການດັ່ງກ່າວແນເປົ້າ ທີ່ຈະຂະ ຫຍາຍການສະໜັບສະໜູນຂອງເຂົາເຈົ້າຕໍ່ປະຊາຊົນທີ່ມີຄວາມສ່ຽງຫຼາຍສິບພັນຄົນໃນທົ່ວປະເທດ.

ຕົວແທນອົງການອະນາໄມໂລກໃນປະເທດ ໂປແລນ ທ່ານນາງ ພາໂລມາ ຄູຈີ ກ່າວວ່າອົງການດັ່ງກ່າວແມ່ນກຳລັງກະກຽມທີ່ຈະຊ່ວຍເຫຼືອຈຳນວນອົບພະຍົບທີ່ອາດມີຢ່າງຫຼວງຫຼາຍທີ່ເດີນທາງມາຈາກ ຢູເຄຣນ. ໃນການກ່າວ ຈາກນະຄອນ ຫຼວງ ວໍຊໍ ປະເທດ ໂປແລນ ນັ້ນ, ທ່ານນາງກ່າວວ່າ ຜູ້ມາຮອດ ທີ່ໄດ້ຮັບບາດ ເຈັບຈະຕ້ອງໄດ້ຮັບການປິ່ນປົວ. ທ່ານນາງກ່າວວ່າ ມັນຈະມີຄວາມຕ້ອງການເພື່ອປົກປ້ອງ ແລະ ປິ່ນປົວຄົນທີ່ມີພະຍາດຕິດຕໍ່ຄືໂຣກວັນນະໂລກ.

ທ່ານນາງ ຄູຈີ ກ່າວວ່າ “ພວກເຮົາໄດ້ເຫັນຄວາມຕ້ອງການທີ່ຈະສະໜອງການຊ່ວຍເຫຼືອ ແລະ ການສັກຢາວັກຊີນສຳລັບ ໂຄວິດ-19. ພວກເຮົາໄດ້ເຫັນນັບຕັ້ງແຕ່ມັນມີເດັກນ້ອຍຈຳນວນຫຼາຍເຂົ້າມາ, ພວກເຮົາຍັງໄດ້ເຫັນວ່າມັນມີຄວາມຕ້ອງການສຳລັບການສັກຢາວັກຊີນຢ່າງເປັນປະຈຳຄືໄຂ້ໝາກແດງ ຫຼື ການປິ່ນ ປົວຄົນທີ່ມີພະຍາດປະຈຳຕົວ ຄືໂຣກເບົາຫວານ, ໂຣກມະເຮັງ, ບັນຫາຫົວໃຈ.”

ທ່ານນາງ ຄູຈີ ກ່າວວ່າ ການຂົນສົ່ງຢາຊຸດທຳອິດ ແລະ ວັດຖຸການແພດແມ່ນຄາດວ່າຈະໄປຮອດວັນພຸດ. ທ່ານນາງຍັງໄດ້ກ່າວວ່າ ບັນດາຜູ້ຊ່ຽວຊານໃນດ້ານສຸຂະພາບຈິດ, ເຊັ່ນດຽວກັບການປິ່ນ ປົວສຸຂະພາບ ແລະ ການປະຕິບັດການສຸກເສີນ, ຍັງໄດ້ຖືກສົ່ງໄປ.

ໂຄງການອາຫານໂລກ ແມ່ນໄດ້ເປີດການປະຕິບັດການສຸກເສີນ ສາມເດືອນ ເພື່ອສະໜອງການຊ່ວຍເຫຼືອດ້ານອາຫານສຳລັບປະຊາຊົນທີ່ຫຼົບໜີຈາກຄວາມຂັດແຍ້ງ. ໂຄງການອາຫານໂລກກ່າວວ່າ ເຂົາເຈົ້າຈະເພີ່ມການຊ່ວຍເຫຼືອໃຫ້ເຖິງ 3 ລ້ານ 1 ແສນຄົນທີ່ຖືກກະທົບໂດຍການຕໍ່ສູ້ໃນ ຢູເຄຣນ. ເຂົາເຈົ້າໄດ້ກ່າວຕື່ມວ່າພະນັກງານໂຄງການອາຫານໂລກ ຈະຕຽມພ້ອມເພື່ອຊ່ວຍເຫຼືອອົບພະຍົບໃນບັນດາປະເທດທີ່ຢູ່ໃກ້ຄຽງ.

ອົງການອົບພະຍົບສະຫະປະຊາຊາດ ໄດ້ລາຍງານວ່າ ຕົວເລກອົບພະຍົບ ຢູເຄຣນ ໄດ້ເພີ່ມຂຶ້ນເຖິງ 114,000 ຄົນ ນັບຕັ້ງແຕ່ວັນອັງຄານທີ່ຜ່ານມາ ແລະ ຕອນນີ້ແມ່ນມີຫຼາຍກວ່າ 874,000 ຄົນແລ້ວ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG