ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສປຊ ເພີ່ມການຂໍທຶນຊ່ວຍເຫຼືອ COVID-19 ເປັນ 10.3 ຕື້ໂດລາ


ພະນັກງານສາທາະລະນະສຸກຄົນນຶ່ງຂ້າເຊື້ອບໍລິເວນທີ່ຢູ່ໃກ້ກັບໂລງສົບ ພ້ອມກັບຊາກສົບຂອງຜູ້ທີ່ໄດ້ເສຍຊີວິດເມື່ອບໍ່ດົນມານີ້ຍ້ອນໄວຣັສໂຄໂຣນາ ທີ່ບ້ານຄົນຊະລາ. ເມືອງ ໂຄຈາແບມບາ, ປະເທດ ໂບລີເວຍ. 16 ກໍລະກົດ, 2020.
ພະນັກງານສາທາະລະນະສຸກຄົນນຶ່ງຂ້າເຊື້ອບໍລິເວນທີ່ຢູ່ໃກ້ກັບໂລງສົບ ພ້ອມກັບຊາກສົບຂອງຜູ້ທີ່ໄດ້ເສຍຊີວິດເມື່ອບໍ່ດົນມານີ້ຍ້ອນໄວຣັສໂຄໂຣນາ ທີ່ບ້ານຄົນຊະລາ. ເມືອງ ໂຄຈາແບມບາ, ປະເທດ ໂບລີເວຍ. 16 ກໍລະກົດ, 2020.

ອົງການສະຫະປະຊາຊາດໄດ້ເພີ່ມການຮ້ອງຂໍທຶນຂອງເຂົາເຈົ້າໃນວັນສຸກມື້ນີ້ ເພື່ອຕໍ່ສູ້ກັບຜົນກະທົບດ້ານສຸຂະພາບ ແລະ ເສດຖະກິດຂອງ COVID-19 ໃນບາງປະເທດທີ່ມີຄວາມສ່ຽງທີ່ສຸດໃນໂລກເປັນສິບພັນສາມຮ້ອຍລ້ານໂດລາ, ໂດຍເຕືອນວ່າຖ້າບໍ່ ດຳເນີນການດຽວນີ້ມັນອາດມີການສູນເສຍຊີວິດຢ່າງນັບບໍ່ ຖ້ວນ ແລະ ເປັນເງິນຫຼາຍພັນຕື້ໂດລາຕໍ່ໄປ.

ຫົວໜ້າດ້ານມະນຸດສະທຳຂອງອົງການສະຫະປະຊາຊາດ ທ່ານມາກ ໂລຄັອກ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ນອກຈາກຈະລົງມືເຮັດດຽວນີ້, ພວກເຮົາຄວນກຽມພ້ອມສຳລັບໂສກນາດຕະກຳຕໍ່ມະ ນຸດທີ່ມີຄວາມຮ້າຍແຮງຂຶ້ນຫຼາຍຄັ້ງ ແລະ ການທຳລາຍຫຼາຍກວ່າຜົນກະທົບຕໍ່ສຸຂະພາບໂດຍກົງຂອງໄວຣັສ.”

ໃນທ້າຍເດືອນມີນາທີ່ຜ່ານມາ, ອົງການສະຫະປະຊາຊາດໄດ້ຂໍເງິນສອງພັນລ້ານໂດລາ ສຳລັບປະມານ 40 ປະເທດເພື່ອຮັບມືກັບ COVID-19, ເຊິ່ງເປັນໂຣກທີ່ມີສາເຫດ ມາຈາກໄວຣັສ ໂຄໂຣນາສາຍພັນໃໝ່. ໃນຂະນະທີ່ໄວຣັສດັ່ງກ່າວຍັງສືບຕໍ່ແຜ່ລາມຢູ່, ເຂົາເຈົ້າໄດ້ເພີ່ມການຂໍເງິນນັ້ນເປັນ ຫົກພັນເຈັດສິບລ້ານໂດລາ. ເຊິ່ງມີພຽງນຶ່ງພັນຫົກຮ້ອຍສີ່ສິບລ້ານໂດລາ ຂອງທຶນທີ່ວ່ານັ້ນຖືກໄດ້ຮັບ.

ການຂໍເງິນທີ່ຖືກທົບທວນຄືນໃນວັນສຸກມື້ນີ້ ເພື່ອຊ່ວຍປະຊາຊົນ 250 ລ້ານຄົນໃນ 63 ປະເທດ ຕົ້ນຕໍແມ່ນໃນ ອາຟຣິກາ, ຕາເວັນອອກກາງ ແລະ ອາເມຣິກາລາຕິນ. ຈາກຫຼາຍກວ່າ ສິບສາມລ້ານຫົກແສນ ກໍລະນີ ຂອງ COVID-19 ໃນທົ່ວໂລກນັ້ນ, ປະມານນຶ່ງສ່ວນສາມແມ່ນຢູ່ໃນບັນດາປະ ເທດທີ່ອົງການສະຫະປະຊາຊາດພະຍາຍາມຈະຊ່ອຍເຫຼືອ. ໃນນັ້ນແມ່ນ ອາເມຣິກາລາຕິນ ທີ່ເປັນ ພາກພື້ນທີ່ຖືກກະທົບໜັກສຸດ.

ເງິນ ສິບພັນສາມຮ້ອຍລ້ານໂດລາ ຈະຖືກແບ່ງໃຫ້ບັນດາສິບອົງການຂອງ ສະຫະປະຊາຊາດ ລວມມີອົງການອະນາໄມໂລກ, ເຊິ່ງແມ່ນຜູ້ນຳໜ້າການຕອບຮັບ ຕໍ່ COVID-19 ຂອງອົງການນັ້ນ, ຫຼາຍອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ອົງການກາແດງສາກົນ ແລະ ວົງເດືອນແດງ.

ບັນດາປະເທດທີ່ຮັ່ງມີກວ່າ ແມ່ນໄດ້ຕອບຮັບພາຍໃນປະເທດຕໍ່ວິກິດການດ້ານເສດຖະກິດທີ່ຕົກຕໍ່າຍ້ອນໄວຣັສດັ່ງກ່າວ ດ້ວຍເງິນຫຼາຍກວ່າ 11 ພັນຕື້ໂດລາ ໃນໂຄງການກະຕຸ້ນເສດຖະກິດ, ຫຼືປະ ມານ 10 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນຂອງໂລກ.

ທ່ານ ໂລຄັອກ ໄດ້ກ່າວວ່າ “ພວກເຮົາຄາດວ່າ ຄ່າໃຊ່ຈ່າຍຂອງການປົກປ້ອງປະຊາກອນທີ່ທຸກ ຍາກທີ່ສຸດ 10 ເປີເຊັນຂອງໂລກ ຈາກຜົນກະທົບທີ່ຮ້າຍແຮງທີ່ສຸດຂອງໂຣກລະບາດ ແລະ ພາວະເສດຖະກິດຕົກຕໍ່າຂອງໂລກແມ່ນ 90 ພັນລ້ານໂດລາ, ນັ້ນແມ່ນຕໍ່າກວ່າ 1 ເປີເຊັນຂອງໂຄງການກະຕຸ້ນເສດຖະກິດທີ່ບັນດາປະເທດຮັ່ງມີໄດ້ກຳນົດຂຶ້ນເພື່ອປົກປ້ອງເສດຖະກິດໂລກ.”

ທ່ານໄດ້ກ່າວວ່າ ການດຳເນີນການດຽວນີ້ຈະຊ່ວຍປະຢັດເງິນ ແລະ ຊີວິດໃນໄລຍະຍາວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG