ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ປ​ຊ ​ກ່າວ​ວ່າ ຄວາມ​ກ້າວ​ໜ້​າຂອງ​ແມ່​ຍິງຊັກ​ຊ້າ ແລະຄວ​າມເທົ່າ​ທຽມກັບ​ຜູ້​ຊາຍມີ ທ່າ​ອ່ຽງຖອຍ​ຫລັງ


ຫົວ​ໜ້າ​ບໍ​ລິ​ຫານ​ຫ້ອງ​ການ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ພູມ​ຊີ​ເລ ທ​ລາມ​ໂບ-ນຸກ​ກາ ກ່າວ​ຢູ່ກອງ​ປະ​ຊຸມ​ແມ່​ຍິງ​ສາ​ກົນ ທີ​ນະ​ຄອນ​ເມັກ​ຊິ​ໂກ ວັນ​ທີ 30 ພຶດ​ສະ​ພາ 2019.
ຫົວ​ໜ້າ​ບໍ​ລິ​ຫານ​ຫ້ອງ​ການ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ພູມ​ຊີ​ເລ ທ​ລາມ​ໂບ-ນຸກ​ກາ ກ່າວ​ຢູ່ກອງ​ປະ​ຊຸມ​ແມ່​ຍິງ​ສາ​ກົນ ທີ​ນະ​ຄອນ​ເມັກ​ຊິ​ໂກ ວັນ​ທີ 30 ພຶດ​ສະ​ພາ 2019.

ພວກ​ແມ່​ຍິງ​ກຳ​ລັງ​ສ້າງ​ຄວ​າມ​ກ້າວ​ໜ້າ​ໃນ​ຫຼາຍຢ່າງ​ຢູ່ທົ່ວ​ໂລກ ແຕ່​ວ່າ 25 ປີ​ ຫຼັງ​ຈາກ​ໄດ້​ຮຽກ​ຮ້ອງ​ເອົາ​ບາດ​ກ້າວ​ທີ່​ເປັນ​ຂີດ​ໝາຍ​ຢູ່ກອງ​ປະ​ຊຸມ​ໃນ​ປັກ​ກິ່ງແລ້ວ ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ຄວາມ​ກ້າວ​ໜ້າ​ໄດ້​ຊັກ​ຊ້າລົງ, ຄວາມ​ເທົ່າ​ທຽມກັບ​ຜູ້​ຊາຍ ແມ່ນຖອຍ​ຫຼັງຄືນ​ຊ້ຳ.

ຢູ່​ໃນ​ລາຍ​ງານ​ເຜີຍ​ແຜ່ກ່ອນ​ໜ້າ​ວັນ​ແມ່​ຍິງ​ສາ​ກົນ ຊຶ່ງ​ຈະ​ແມ່ນ​ວັນ​ອາ​ທິດ​ຈະ​ມາ​ເຖິງ​ນີ້ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ພວກ​ຜູ້​ຊາຍ​ຍັງ​ຢູ່​ໃນ​ໜ້າ​ທີ່​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຢ່າງ​ຖ້ວ​ມ​ລົ້ນ, ໄດ້​ເງິນເດືອນ​ຫຼາຍ​ກວ່າ ແລະ​ເຂົ້າ​ຫາ​ວຽກ​ງານ​ທີ່​ດີ ແລະ​ການ​ສຶກ​ສາດີ​ກວ່າ​ແມ່​ຍິງ.

ຍິ່ງໄປ​ກວ່າ​ນັ້ນ ພວກ​ແມ່​ຍິງ​ຢູ່​ໃນ​ຫຼາຍ​ພາກ​ສ່ວນ​ຂອງ​ໂລກ ຍັງ​ພາ​ກັນ​ພະ​ຍ​າ​ຍາມ​ດີ້ນຮົນ​ຕໍ່​ສູ້​ກັ​ບ​ສັງ​ຄົມ​ກີດ​ກັ້ນ ຮວມ​ທັງການແຕ່ງ​ງານ​ແຕ່​ຍັງ​ນ້ອຍ, ບໍ່​ຮູ້​ອ່າ​ນ​ໜັງ​ສື, ຄວາມ​ຮຸນ​ແຮງ​ໃນ​ຄອບ​ຄົວ ແລະ​ຂາດ​ການ​ເຂົ້າ​ຫາ​ການ​ຄຸມ​ກຳ​ເນີດ. ຢູ່​ຊົນ​ນະ​ບົດ ແລະ​ພວກ​ແມ່​ຍິງ​ທ້ອງ​ຖິ່ນ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ໄປ​ກວ່າ​ນັ້ນອີກ​ຈາກ​ການ​ລຳ​ອຽງ ແລະ​ທຸກ​ຍາກ​ລົ​ງ​ໄປ​ອີກເລື້ອຍໆ.

ຫົວ​ໜ້າ​ບໍ​ລິ​ຫານ​ຫ້ອງ​ການ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ພູມ​ຊີ​ເລ ທ​ລາມ​ໂບ-ນຸກ​ກາ ໃນ​ການ​ເລີ້ມ​ຂອງ​ລາຍ​ງາ​ນ​ວັນ​ພະ​ຫັດ​ວານ​ນີ້​ວ່າ “ພ​ວກ​ເຮົາ​ຍັງ​ເຫັນ​ມີ​ຢູ່ ແມ່ນ​ແຕ່​ຢູ່​ໃນ​ພາຍ​ໃນສະ​ພາບ​ການເຫລົ່າ​ນີ້​ ການ​ປ່ຽນ​ແປງ​ທີ່​ເປັນ​ໄປ​ໄດ້ ແລະ​ອາດ​ເຄື່ອນ​ໄຫວ​ໄປ​ໜ້າ.”

ລາຍ​ງານ​ພົບ​ເຫັນ​ວ່າ​ປະ​ເທດ​ລາ​ຕິນ​ອາ​ເມ​ຣິ​ກາ ເປັນ​ນຶ່ງ​ໃນ​ຂົງ​ເຂດ​ທີ່​ບໍ່​ຫຼາຍ ບ່ອນ ທີ່​ພວກ​ແມ່​ຍິງ​ພາ​ກັນ​ເຂົ້າ​ຮ່ວມ​ຢູ່​ໃນ​ແຮງ​ງານ ໄດ້​ເພີ້ມ​ຂຶ້ນ​ໃນ 20 ປີ​ທີ່​ຜ່ານ​ມາ.

ອ່ານ​ຂ່າວ​ນີ້​ເພີ່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG