ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລາຍງານຂອງ ສປຊ ສະຫຼຸບວ່າ ພວກຕາລີບານ ແລະ ລັດອິສລາມ ຮ່ວມກັນ ຂ້າປະຊາຊົນ 36 ຄົນ


ຊາວບ້ານກອບກູ້ເອົາສົບຜູ້ເສຍຊີວິດມາ ຜູ້ທີ່ຖືກຂ້າຕາຍໂດຍ
ພວກກະບົດໃນບ້ານ Mirza Olang, ແຂວງ Sar-e Pul, ອັຟການິສຖານ. 15 ສິງຫາ, 2017.
ຊາວບ້ານກອບກູ້ເອົາສົບຜູ້ເສຍຊີວິດມາ ຜູ້ທີ່ຖືກຂ້າຕາຍໂດຍ ພວກກະບົດໃນບ້ານ Mirza Olang, ແຂວງ Sar-e Pul, ອັຟການິສຖານ. 15 ສິງຫາ, 2017.

ການກວດສອບຂັ້ນຕົ້ນຂອງ ອົງການສະຫະປະຊາຊາດໄດ້ສະຫຼຸບວ່າ ພວກກະບົດ
ຕາລີບານ ແລະ ຄົນໃນທ້ອງຖິ່ນ “ທີ່ອ້າງຕົນເອງ” ວ່າຫົວຮຸນແຮງລັດອິສລາມນັ້ນ ໄດ້
ຮ່ວມກັນຂ້າປະຊາຊົນຢ່າງໜ້ອຍ 36 ຄົນ ໃນບ້ານແຫ່ງໜຶ່ງ ຕັ້ງຢູ່ພາກເໜືອຂອງ
ອັຟການິສຖານ ໃນຕົ້ນເດືອນນີ້.

ການຂ້າຄົນຈຳນວນຫຼາຍ ໄດ້ເກີດຂຶ້ນໃນລະຫວ່າງວັນທີ 3 ຫາທີ 5 ເດືອນສິງຫາທີ່
ຜ່ານມາ ບໍ່ດົນຫຼັງຈາກພວກກະບົດໄດ້ບຸກເຂົ້າໄປໃນບ້ານ Mirza Olang ທີ່ມີຊາວ
ມຸສລິມນິກາຍ ຊີໄອ ອາໄສຢູ່ເປັນສ່ວນໃຫຍ່. ບ້ານດັ່ງກ່າວຕັ້ງຢູ່ໃນແຂວງ Sar-e-Pul
ແລະ ບັນດາເຈົ້າໜ້າທີ່ ອັຟການິສຖານ ໃນເວລານັ້ນ ໄດ້ຕັ້ງຕົວເລກຂອງຜູ້ເສຍຊີວິດ
ສູງສຸດວ່າມີຫຼາຍກວ່າ 50 ຄົນ.

ລາຍງານຂອງ ອົງການການຊ່ວຍເຫຼືອ ຂອງອົງການສະຫະປະຊາຊາດໃນ ອັຟການິສ
ຖານ ຫຼື UNAMA ທີ່ຖືກເປີດເຜີຍໃນວັນອາທິດວານນີ້ ໄດ້ກ່າວເນັ້ນວ່າ ພວກຜູ້ເຄາະ
ຮ້າຍ ລວມມີພົນລະເຮືອນ ແລະ ນັກຮົບຝ່າຍລັດຖະບານ ທີ່ຖືກປົດອາວຸດ ກ່ອນຖືກປະ
ຫານຊີວິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG