ພົນລະເຮືອນຂອງອັຟການິສຖານ ໄດ້ຖືກສັງຫານໂດຍ ກອງກຳລັງຂອງສະຫະລັດ
ແລະ ລັດຖະບານອັຟການິສຖານ ຫຼາຍກວ່າ ກອງກຳລັງຂອງກຸ່ມຕາລີບານ ແລະພວກ
ກະບົດອື່ນໆ ອີງຕາມການກ່າວຂອງອົງການສະຫະປະຊາຊາດ.
ຢູ່ໃນບົດລາຍງານ ທີ່ໄດ້ຖືກເປີດເຜີຍ ໃນວັນພຸດວານນີ້ ອົງການສະຫະປະຊາຊາດ
ກ່າວວ່າ ໃນ 3 ເດືອນທຳອິດຂອງປີ 2019 ກຳລັງທີ່ສະໜັບສະໜຸນລັດຖະບານ ໄດ້ກໍ່
ໃຫ້ພວກພົນລະເຮືອນ ອັຟການິສຖານ ສູນເສຍຊີວິດ 305 ຄົນ ແລະ 303 ຄົນ ໄດ້ຮັບ
ບາດເຈັບ ໃນຂະນະດຽວກັນ ກຸ່ມກະບົດທັງຫຼາຍ ໄດ້ສັງຫານ ພົນລະເຮືອນ 227 ຄົນ
ແລະເຮັດໃຫ້ 736 ຄົນບາດເຈັບ.
ເຄິ່ງນຶ່ງຂອງຈຳນວນພົນລະເຮືອນທີ່ສູນເສຍຊີວິດ ຈາກການປະຕິບັດການທາງອາກາດ
ທັງໝົດ ປະກອບດ້ວຍພວກແມ່ຍິງ ແລະເດັກນ້ອຍ ອີງຕາມລາຍງານດັ່ງກ່າວ.
ແຕ່ໂດຍລວມແລ້ວ ມັນເປັນໄຕມາດທຳອິດຂອງປີນີ້ ທີ່ມີການລົ້ມຕາຍໜ້ອຍທີ່ສຸດ
ນັບຕັ້ງແຕ່ປີ 2013 ເປັນຕົ້ນມາ.
ອົງການສະຫະປະຊາຊາດ ໄດ້ໃຫ້ເຫດຜົນຂອງຈຳນວນຕົວເລກທີ່ຕ່ຳລົງນັ້ນ ຕໍ່ການຫຼຸດ
ລົງ ໃນການໂຈມຕີດ້ວຍລະເບີດສະຫຼະຊີບ ໃນປະເທດທີ່ສູ້ລົບກັນຢູ່ນີ້.
ບົດລາຍງານ ຂອງສະຫະປະຊາຊາດ ກ່າວວ່າ “ມັນບໍ່ເປັນທີ່ຈະແຈ້ງຂາວວ່າ ການຫຼຸດ
ລົງ ໃນຈຳນວນພົນລະເຮືອນທີ່ເສຍຊີວິດນັ້ນ ແມ່ນມີຜົນກະທົບ ຈາກການເອົາມາດ
ຕະການໃດໆ ທີ່ຈະປົກປ້ອງພົນລະເຮືອນ ໃຫ້ດີຂຶ້ນກວ່າເກົ່າ ຈາກທຸກພັກຝ່າຍທີ່ຂັດ
ແຍ້ງກັນ ຫຼືວ່າ ເປັນຍ້ອນການເຈລະຈາ ທີ່ມີຢູ່ຕໍ່ເນື່ອງລະຫວ່າງທຸກພັກຝ່າຍທີ່ຂັດ
ແຍ້ງກັນຢູ່ນີ້.”
“ເປັນໜ້າຕື່ນຕົກໃຈ ທີ່ຈຳນວນຕົວເລກຂອງພົນລະເຮືອນ ຖືກສັງຫານ ແລະພິການ
ແມ່ນຍັງສືບຕໍ່ຫຼາຍຂຶ້ນ ໃນແຕ່ລະວັນ. ທຸກຝ່າຍທັງໝົດ ຕ້ອງເຮັດຫຼາຍໄປກວ່ານີ້
ເພື່ອປົກປັກຮັກສາຊີວິດຂອງພວກພົນລະເຮືອນ” ນັ້ນແມ່ນຄຳເວົ້າຂອງທ່ານ ທາດາມີຊິ ຢາມາໂມໂຕ ຜູ້ຕາງໜ້າພິເສດ ຂອງສະຫະປະຊາຊາດ ປະຈຳອັຟການິສຖານ ທີ່ໄດ້ກ່າວ
ໄປ. ທ່ານກ່າວຢ້ຳຕື່ມວ່າ “ທຸກຝ່າຍທັງໝົດ ຕ້ອງເຮັດຫຼາຍກວ່ານີ້ ເພື່ອປົກປັກຮັກສາ
ຊີວິດຂອງພວກພົນລະເຮືອນໄວ້.”