ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະປະຊາຊາດ ທຳນາຍວ່າ ອັດຕາຄົນຫວ່າງງານ ຈະເພີ້ມຂື້ນ ຢູ່ໃນທົ່ວໂລກ


ຄົນງານອັຟການິສຖານ ກຳລັງຊ້ວນຖ່ານຫີນ ຢູ່ນອກນະຄອນ Kabul ມີລາຍໄດ້ມື້ນຶ້່ງ ປະມານ 10 ໂດລາ.
ຄົນງານອັຟການິສຖານ ກຳລັງຊ້ວນຖ່ານຫີນ ຢູ່ນອກນະຄອນ Kabul ມີລາຍໄດ້ມື້ນຶ້່ງ ປະມານ 10 ໂດລາ.

ອົງການ​ສະຫະ​ປະຊາ​ດ ​ເຕືອນວ່າ ອັດຕາການ​ຫວ່າງ​ງານ​ຢູ່​ທົ່ວ
​ໂລກ ຈະ​ເພີ້​ມ ຂື້ນ​ໃນໄລຍະ​ຫ້າ​ປີ​ຂ້າງ​ໜ້າ ​ເຮັດ​ໃຫ້ 212 ລ້ານ​
ຄົນ​ ບໍ່ມີວຽກການເຮັດ ​ໃນ​ປີ 2019.

ລາຍ​ງານ​ໃໝ່​ສະບັບ​ນຶ່ງ ຂອງອົງການ​ແຮງ​ງານ​ສາກົນ ຫລື ILO
ໄດ້ອ້າງ​ເຖິງ​ການຟື້ນໂຕຄືນທີ່ບໍ່ມີຄວາມເຂັ້ມແຂງຂອງເສດຖະ
ກິດ​ໂລກ ນັບ​ຕັ້ງ​ແຕ່​ໄດ້ເກີດ ສະພາບເສດຖະກິດຕົກຕ່ຳ​ ໃນປີ
2008 ເປັນຕົ້ນມາ. ລາຍງານສະບັບນີ້ ​ຍັງ​ເຕືອນ​ວ່າ ອັດຕາຄົນ
​ຫວ່າງ​ງານ ບວກໃສ່ກັບຄວາມບໍ່ສະເໝີພາບອື່ນໆທີ່ພວມ ເພີ້ມ
ຂຶ້ນນັ້ນ ​ອາດ​ເຮັດ​ກໍ່ໃຫ້ເກີດ ຄວາມວຸ້ນວາຍທາງດ້ານສັງຄົມ ​
ໂດຍ​ສະ​ເພາະ ຈາກ​ພວກ​ຊາວ​ໜຸ່ມ ​ອາຍຸຫລະຫວ່າງ 15 ປີຫາ
24 ປີ.

ອົງການ ILO ກ່າວ​ວ່າ ພວກ​ທີ່ຢູ່ໃນ​ກຸ່ມ​ອາຍຸ​ດັ່ງກ່າວ ແມ່ນ​ສາມ​ເທົ່າ​ທີ່ມີທ່າທາງວ່າ ​ຈະ​ຫວ່າງ​ງານ ຫລາຍ​ກວ່າ​ກຸ່ມ​ອຶ່ນໆ.

​ໃນ​ຂະນະ​ທີ່​ຮູບ​ພາບ​ການ​ຫວ່າງ​ງານ​ດີ​ຂື້ນ​ຢູ່​ໃນສະຫະລັດແລະ​ຍີ່ປຸ່ນ ​ແຕ່ໂຕເລກ ​ແມ່ນຍັງ​
ສູງ​ຢູ່​ ໃນບັນດາປະເທດທີ່ມີເສດຖະກິດ​ກ້າວໜ້າໃນ​ຢູ​ໂຣບຈຳນວນນຶ່ງ.

ອົງການ ILO ທຳນາຍ​ວ່າ ຮູບ​ພາບ​ຄົນ​ຫວ່າງງາ​ນຈະ​ມືດມົວ ​ຢູ່​ໃນບັນດາປະເທດອາຣັບ ​
ແລະ​ບາງເຂດຂອງອາ​ເມຣິກາລາຕິນ ​ແລະທະເລ​ຄາຣິບ​ບຽນ. ລາຍ​ງານ​ກ່າວ​ວ່າ ພວກ
​ຄົນງານ​ຢູ່​ເອ​ເຊຍ​ໃຕ້ ​ແລະ​ເຂດ​ໃຕ້ທະ​ເລ​ຊາຍ Sahara ໃນ ອາຟຣິກາ ເປັນ​ພວກ​ທີ່​ຕົກ
ຢູ່ໃນອັນຕະລາຍ​ຫຼາຍທີ່​ສຸດ​ທີ່​ຈະ​ສູນ​ເສຍ​ວຽກ​ການ.

XS
SM
MD
LG