ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ລິເລີ້ມແຜນການ ຊ່ອຍແມ່ຍິງແລະເດັກ


ອົງການສະຫະປະຊາຊາດ ຈະເປີດເຜີຍແຜນການ ມູນຄ່າ 40 ພັນລ້ານໂດລາ ເພື່ອຊ່ອຍປັບປຸງສຸຂະພາບອະນາໄມ ຂອງພວກແມ່ຍິງແລະເດັກນ້ອຍຢູ່ໃນທົ່ວໂລກ ໃນວັນພຸດ ມື້ນີ້.

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki Moon ຈະປະກາດລິເລີ້ມ ໂຄງການດັ່ງກ່າວ ຢ່າງເປັນທາງການ ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຂ້າງ​ໜ້າ​ນີ້ທີ່ ແນໃສ່ເພື່ອໃຫ້ການຊ່ອຍຊີວິດ ຂອງພວກແມ່ຍິງ ແລະ ເດັກນ້ອຍ 16 ລ້ານຄົນ ໃນໄລຍະ 5 ປີຂ້າງໜ້າ.

ການປະກາດທີ່ວ່ານີ້ ມີຂຶ້ນໃນມື້ສຸດທ້າຍ ຂອງການພົບປະສຸດຍອດເປັນເວລາ 3 ມື້ ເພື່ອ ຊັງຊາຕີລາຄາ ເບິ່ງຄວາມກ້າວໜ້າ​ໃນ​ການ​ປະຕິບັດ​ເປົ້າ​ໝາຍການຕໍ່ຕ້ານຄວາມທຸກຍາກ 8 ຂໍ້ຂອງອົງການສະຫະປະຊາຊາດ ທີ່ໄດ້ຕັ້ງໄວ້ໃນປີ 2000 ທີ່ຮວມທັງການຫຼຸດຜ່ອນຄວາມ ທຸກຍາກ ຢ່າງ​ແສນ​ສາຫັດ ການຄໍ້າປະກັນ​ໃຫ້​ເດັກນ້ອຍ​ ໃນ​ທົ່ວ​ໂລກ​ ໄດ້ຮັບການສຶກສາ ຂັ້ນປະຖົມ ການຢຸດຕິ ການແຜ່ລະບາດຂອງເຊື້ອ HIV ແລະໂຣກເອດສ໌ ແລະການຫຼຸດ ຜ່ອນ ການເສຍຊີວິດຂອງແມ່ແລະເດັກ.

ອົງການສະຫະປະຊາຊາດກ່າວວ່າ ການໃຊ້ຈ່າຍເງິນ ເພື່ອປັບປຸງສຸຂະພາບຂອງພວກແມ່ຍິງ ແລະເດັກນ້ອຍນັ້ນ ຊ່ອຍຫຼຸດຜ່ອນຄວາມທຸກຍາກ ແລະກະຕຸກຊຸກຍູ້ ໃຫ້ເສດຖະກິດເຕີບໂຕ.

ອົງການສະຫະປະຊາຊາດເວົ້າວ່າ ເງິນຈຳນວນ 40 ພັນລ້ານໂດລາທີ່ວ່ານີ້ ແມ່ນໃຫ້ຄຳໝັ້ນ ສັນຍາໂດຍລັດຖະບານ ຂອງປະເທດຕ່າງໆ ມູນນິທິ ທຸລະກິດ ແລະບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ.

ປະທານາທິບໍດີ ແລະນາຍົກລັດຖະມົນຕີ ຈາກ 140 ປະເທດ ກຳລັງປະຊຸມກັນ ເປັນເວລາ 3 ມື້ ໃນກອງປະຊຸມ ເປົ້າໝາຍການພັດທະນາ ສະຫັດສະຫວັດ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ມີກຳນົດ ທີ່ຈະໄປກ່າວຄຳປາໄສ ຕໍ່ກອງ ປະຊຸມດັ່ງກ່າວ ໃນວັນພຸດມື້ນີ້ ໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ.

ກອງ​ປະຊຸມນີ້ ມີຂຶ້ນກ່ອນໜ້າກອງປະຊຸມອະພິປາຍ ຂອງຜູ້ນຳປະເທດຕ່າງໆ ທີ່ສະມັດຊາ ໃຫຍ່ສະຫະປະຊາຊາດ ຊຶ່ງຈະເລີ້ມຂຶ້ນ ໃນວັນພະຫັດມື້ອື່ນນີ້.

XS
SM
MD
LG