ລາຍງານເວົ້າວ່າ ພວກ 49 ປະເທດທີ່ທຸກຈົນທີ່ສຸດຂອງ
ໂລກ ແມ່ນໄດ້ຜ່ານພົ້ນສະພາບການຕົກຕໍ່າຂອງເສດຖະ
ກິດໂລກນັ້ນ ໄປໄດ້ດີສົມຄວນ ແຕ່ລາຍງານກໍເວົ້າອີກວ່າ
ພວກປະເທດທຸກຈົນເຫລົ່ານີ້ ຍັງຕົກຢູ່ໃນອັນທີ່ເອີ້ນວ່າ
ກົງກວຽນຂອງສະພາບການຂຶ້ນໆລົງໆ ທີ່ໄດ້ຄຸກຄາມ ເສດຖະກິດຂອງພວກເຂົາເຈົ້າ ມາເປັນເວລາດົນນານນັ້ນ.
ລາຍງານເວົ້າຕໍ່ໄປວ່າ ພວກປະເທດທີ່ດ້ອຍພັດທະນາທັງ
ຫລາຍຈະຕ້ອງພັດທະນາສະມັດຕະພາບຂອງພວກເຂົາເຈົ້າ
ໃນການຜະລິດສິນຄ້າທີ່ມີມູນລະຄ່າເພິ່ມ ສູງກ່ວາເກົ່າ ແລະ
ການບໍລິການຕ່າງໆນັ້ນ ໃຫ້ໄດ້ຫລາຍປະເພດຍິ່ງຂຶ້ນໂດຍ
ການເສີມຂະຫຍາຍການລົງທຶນ ແລະວິວັດທະນາການໃໝ່.
ລາຍງານເຕືອນວ່າ ຖ້າບໍ່ດັ່ງນັ້ນແລ້ວ ພວກປະເທດທຸກຈົນ
ເຫລົ່ານີ້ ຈະມີຄວາມຍາກລໍາບາກ ໃນການບັນລຸການລຸດ
ຜ່ອນຄວາມທຸກຈົນທີ່ເປັນຮູບທໍາ ແລະຍືນຍົງຖາວອນ.
ທ່ານສຸພະໄຊ ພານິດຊະພັກ ເລຂາທິການຂອງ
UNCTAD ກ່າວວ່າ ພວກປະເທດດ້ອຍພັດທະນາແມ່ນອາໃສກາງຕໍ່ນໍາການສົ່ງອອກສິນຄ້າ
ວັດຖຸດິບຫລັກໆ ແລະການຜະລິດທີ່ມີມູນລະຄ່າເພິ່ມຕໍ່ານັ້ນຫລາຍເກີນໄປ ຊຶ່ງທ່ານສຸພະໄຊ ກ່າວຊີ້ແຈງຕໍ່ໄປວ່າ:
“ພວກປະເທດ ດ້ອຍການພັດທະນາ ຫລື LDC ໄດ້ສະແດງໃຫ້ເຫັນແນວໂນ້ມ ໃນທາງບວກ ໃນການເຄື່ອນໄຫວທາງດ້ານການຄ້າຕ່າງໆ ແຕ່ສ່ວນໃຫຍ່ແມ່ນໄດ້ຮັບກໍາລັງຂັບດັນຈາກສິນຄ້າວັດຖຸດິບ ຊຶ່ງສ່ວນໃຫຍ່ແມ່ນ ນໍ້າມັນແລະແກ໊ສ ແລະສິນຄ້າຫລັກເຫລົ່ານີ້ທັງໝົດ. ພວກປະເທດເຫລົ່ານີ້ ບໍ່ສາມາດຈະໄດ້ຮັບຜົນປະ ໂຫຍດຈາກແນວໂນ້ມໃດໆຂອງໂລກ ເພື່ອຈະດຶງໂຕເອງອອກຈາກການອາໄສ ກາງຕໍ່ ທີ່ເພີ່ມທະວີຂຶ້ນນັບມື້ ຕໍ່ພວກສິນຄ້າວັດຖຸດິບເຫລົ່ານີ້.”
ທ່ານສຸພະໄຊກ່າວວ່າ ຜ່ານມາ ພວກປະເທດເຫລົ່ານີ້ ແມ່ນໄດ້ກະຈາຍກິດຈະກໍາການຜະ
ລິດຂອງຕົນ ອອກໄປກວມເອົາຫລາຍໆປະເພດນັ້ນ ໜ້ອຍຫລາຍ ຊຶ່ງທ່ານກ່າວຕື່ມວ່າ
ມີແຕ່ພວກປະເທດດ້ອຍພັດທະນາໃນຂົງເຂດເອຍເທົ່ານັ້ນ ທີ່ປະສົບຜົນສໍາເລັດໃນການ
ກະຈາຍເສດຖະກິດ ຫລືອຸດສາຫະກໍາການຜະລິດຂອງພວກເຂົາເຈົ້າ ໃຫ້ມີຫລາກຫລາຍ ປະເພດ.
ຕົວເລກຂອງຄວາມທຸກຈົນຊຸດ
ໃໝ່ ປະເມີນວ່າ ຈໍານວນປະຊາ
ຊົນທີ່ດໍາລົງຊີວິດຢູ່ໃນລະດັບທຸກ
ຈົນຮ້າຍແຮງທີ່ສຸດນັ້ນ ແມ່ນໄດ້
ເພີ່ມຂຶ້ນ 3 ລ້ານຄົນ ຕໍ່ປີໃນລະ
ຫວ່າງປີ 2002 ແລະ 2007
ຊຶ່ງເປັນປີແຫ່ງການເຕີບໂຕ
ທາງເສດຖະກິດ ຢູ່ໃນທົ່ວໂລກ
ນັ້ນ. ຕົວເລກສະແດງໃຫ້ເຫັນ
ວ່າ ໃນປີ 2007 ມີປະຊາຊົນ
ຫລາຍກວ່າ 420 ລ້ານຄົນທີ່
ດໍາລົງຊີວິດຢູ່ພາຍໃຕ້ຄວາມທຸກ
ຈົນ ຊຶ່ງແມ່ນຫລາຍເຖິງສອງເທົ່າ
ຂອງປີ 1980.
ພວກນັກເສດຖະສາດປະຈໍາ UNCTAD ໃຫ້ຂໍ້ສັງເກດວ່າ ຈຸດເນັ້ນໃສ່ການສະໜັບສະໜຸນ
ສໍາລັບກຸ່ມປະເທດດ້ອຍພັດທະນາ ຫລື LDC ນັ້ນ ສ່ວນໃຫຍ່ແມ່ນດ້ານການຄ້າ ຊຶ່ງພວກ
ເຂົາເຈົ້າກ່າວວ່າ ເລື້ອງນີ້ແມ່ນຕ້ອງໄດ້ມີການປ່ຽນແປງ ແລະຕ້ອງມີການເນັ້ນໜັກຫລາຍ
ກວ່າເກົ່າ ໃສ່ການຊ່ວຍເຫລືອພວກປະເທດຍາກຈົນ ໃຫ້ເສີມຂະຫຍາຍພາກສ່ວນອື່ນໆ
ຂອງຜົນປະໂຍດທາງເສດຖະກິດນັ້ນ.
ລາຍງານໂຕ້ແຍ້ງເຖິງຄວາມຈໍາເປັນ ທີ່ຈະຕ້ອງໃຫ້ການຊ່ວຍເຫລືອດ້ານການເງິນ ໃນຮູບ
ແບບໃໝ່ ແລະຫລາຍເພີ່ມຂຶ້ນ ເພື່ອສະໜັບສະໜຸນກິດຈະກໍາພາຍໃນປະເທດຂອງກຸ່ມປະ
ເທດດ້ອຍພັດທະນານັ້ນ ແລະວ່າດ້ານເທັກໂນໂລຈີ ແລະຈໍາພວກວັດຖຸດິບ ພ້ອມທັງການ
ປັບຕົວເຂົ້າກັບສະພາວະດິນຟ້າອາກາດປ່ຽນແປງ ແລະການຜ່ອນຄາຍການປ່ຽນແປງຂອງ
ດິນຟ້າອາກາດ ກໍຄວນຈະຍົກຂື້ນມາເປັນບູລິມະສິດ ເຊັ່ນກັນ.
ທ່ານນາງ Zeljko Kozul-Wright ຫົວໜ້າຄະນະຂຽນລາຍງານສະບັບນີ້ ກ່າວວ່າ
ສະພາບໂລກາພິວັດ ແມ່ນບໍ່ໄດ້ສົ່ງຜົນທີ່ດີໆ ຫລືເທົ່າທຽມກັນໃຫ້ກັບທຸກໆຄົນ ຫລື
ທຸກໆປະເທດ. ນາງເວົ້າວ່າກຸ່ມປະເທດດ້ອຍພັດທະນາເປັນຝ່າຍທີ່ສູນເສຍຫລາຍກ່ວາໝູ່.
ນາງກ່າວຕໍ່ໄປວ່າ ກຸ່ມປະເທດດ້ອຍພັດທະນາຈະຕ້ອງຢຸດເຊົາກາງຕໍ່ອາໃສສິນຄ້າສົ່ງອອກ
ຂອງພວກເຂົາເຈົ້າ ເນຶ່ອງຈາກວ່າການທໍາທຸລະກິດແບບເດີມໆແບບນີ້ ຈະບໍ່ນໍາມາຊຶ່ງຄວາມ
ເຕີບໂຕທາງເສດຖະກິດ ໄດ້ເລີຍ ຊຶ່ງນາງ Kozul-Wright ກ່າວຕື່ມວ່າ:
“ນອກນີ້ແລ້ວ ພວກເຮົາຍັງເຊື່ອວ່າ ການເຊຶ່ອມໂຍງກັນລະຫວ່າງໃຕ້ກັບໃຕ້ ກໍຄື
ໃນລະຫວ່າງພວກປະເທດທຸກຍາກນໍາກັນນັ້ນ ແມ່ນໃຫ້ໂອກາດໃນການເຕີບໂຕ
ທີ່ສໍາຄັນ ແກ່ພວກປະເທດທີ່ກໍາລັງພັດທະນາທັງຫລາຍ ໂຮມທັງພວກປະເທດ
ດ້ອຍພັດທະນານັ້ນນໍາ ໂດຍຜ່ານການຄ້າເສລີແລະການຫລັ່ງໄຫລຂອງການລົງທຶນ
ແລະຄວາມຈິງແລ້ວ ເຫດຜົນນຶ່ງສໍາລັບຄວາມສາມາດຟຶ້ນໂຕຄືນສູ່ສະພາບເດີມໄດ້
ຂອງພວກປະເທດດ້ອຍພັດທະນາ ຈາກຜົນກະທົບຂອງສະພາບເສດຖະກິດໂລກ
ຕົກຕໍ່ານັ້ນ ສ່ວນນຶ່ງກໍແມ່ນ ຍ້ອນການເຕີບໂຕຂອງການເຊື່ອມໂຍງກັນເຫລົ່ານີ້ ໃນ
ບໍ່ເທົ່າໃດປີທີ່ຜ່ານມານັ້ນ ແລະມັນເປັນສະພາບການທີ່ແຂງແຮງ ໂດຍສະເພາະຢູ່
ໃນຂົງເຂດເອເຊຍນັ້ນ.”
ລາຍງານເວົ້າວ່າ ກຸ່ມປະເທດດ້ອຍພັດທະນາ ແມ່ນປະເຊີນກັບສະພາບການພາຍໜ້າລະຍະ
ປານກາງ ທີ່ຫຍຸ້ງຍາກ ແລະວ່າ ການລົງທຶນໃນລະດັບຕໍ່າແລະການພັດທະນາດ້ານການເງິນ
ທີ່ອ່ອນແອ ແມ່ນຈະສືບຕໍ່ສ້າງຄວາມເປັນຫ່ວງຢ່າງໜັກໜ່ວງ.
ລາຍງານສະຫລູບວ່າ ເພາະສະນັ້ນ ພວກປະເທດທີ່ຍາກຈົນທີ່ສຸດຂອງໂລກ ແມ່ນຈະໄດ້
ກາງຕໍ່ອາໃສ ຄວາມໄວໃນການຟື້ນຕົວຄືນທາງເສດຖະກິດຢູ່ໃນທົ່ວໂລກເປັນສ່ວນໃຫຍ່
ແລະກາງຕໍ່ການສະໜັບສະໜຸນເພີ່ມຂຶ້ນ ຈາກພວກຕ່າງປະເທດທີ່ໃຫ້ການຊ່ວຍເຫລືອທັງ ຫລາຍນັ້ນ.