ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາໂລກປະຊຸມກັນ ເລື້ອງເປົ້າໝາຍສະຫັດສະຫວັດ


ຜູ້ນໍາໂລກປະຊຸມກັນ ເລື້ອງເປົ້າໝາຍສະຫັດສະຫວັດ
ຜູ້ນໍາໂລກປະຊຸມກັນ ເລື້ອງເປົ້າໝາຍສະຫັດສະຫວັດ

ບັນດາ​ຜູ້ນຳຂອງ​ໂລກ​ໄດ້​ໄປ​ເຕົ້າ​ໂຮມກັນເພື່ອ​ເ​ຂົ້າຮ່ວມ
ກອງ​ປະຊຸມ​ສຸດ​ຍອດຂອງອົງການ​ສະຫະ​ປະຊາ​ຊາດ​ ທີ່​ມີ
ຈຸດປະສົງເພື່ອຈະ​ລົດ​ຜ່ອນ​ຄວາມ​ຍາກຈົນ​ຄວາມ​ຫີ​ວ​ໂຫຍ
ແລະ​ພະຍາດ​ໂຣຄາ​ຕ່າງ​ໆໃນ​ທົ່ວ​ໂລກ​ລົງ​ໃຫ້​ໄດ້​ຢ່າງ​ຫລວງ
ຫລາຍ ພາຍໃນ​ຫ້າ​ປີຂ້າງໜ້າ​ນີ້.

ກອງ​ປະຊຸມ​ເປັນ​ເວລາ 3 ວັນ​ ຊຶ່ງ​ເລີ່​ມ​ແຕ່​ວັນ​ຈັນນີ້​ໃນ​
ນະຄອນ​ນີວຢອກ​ນັ້ນ​ໄດ້​ດຶງເອົາບັນດາປະທານ​າທິບໍດີ​ແລະ
ນາຍົກລັດຖະມົນຕີ ຈາກ 140 ປະ​ເທດ​ມາເຂົ້າ​ຮ່ວມເພື່ອ
ທົບ​ທວນເບິ່ງຄວາມ​ຄືບ​ໜ້າ​ຂອງ​ເປົ້າ​ໝາຍການ​ພັດທະນາ​
ສະຫັດ​ສະຫວັດທີ່​ໄດ້​ຕັ້ງ​ໄວ້​ເມື່ອປີ2000 ນັ້ນ.ໂຄງການ​ລິ ເລິ່ມ​ທີ່​ວ່າ​ນີ້ແມ່ນເພື່ອພະຍາຍາມສ້າງ​ຄວາມ​ກ້າວໜ້າ ໃນ ​8​ ດ້ານດ້ວຍ​ກັນ ອັນ​ມີ​ໂຮມ​ທັງຫາ​ທາງ​ແກ້​ໄຂ​ບັນຫາຂອງ ​ຄວາມຫີ​ວ​ໂຫຍ​ຢ່າງ​ສາຫັດ​, ລົດ​ຜ່ອນການ​ເສຍຊີວິດ​ຂອງ​ເດັກນ້ອຍ, ປັບປຸງ​ສຸ​ຂະພາ​ບຂອງ​ບັນດາ​ແມ່ແລະ​ຮັບປະກັນໃຫ້​ເດັກນ້ອຍ​ໄດ້ຮັບ​ການ​ສຶກ​ສາ​ຂັ້ນ​ຕົ້ນຫລືໃນລະ​ດັບ​ປະຖົມ.

ໃນ​ລາຍ​ງານ​ທີ່​ນໍາອອກ​ເຜີຍ​ແຜ່​ໃນຕົ້ນປີນີ້ ​ອົງການ​ສະຫະ​ປະຊາ​ຊາດຖະ​ແຫລງວ່າ ຖ້າຫາກ
ບໍ່​ມີການ​ດໍາ​ເນີນ​ຄວາມ​ພະຍາຍາມ​ເພິ່ມຕື່ມ​ແລ້ວ​ ພວກຈຸດປະສົງ​ເຫລົ່າ​ນັ້ນຫຼາຍໆ​ອັນ ກໍ​ອາດ​ ບໍ່​ສາມາດ​ເຮັດ​ໄດ້ໃນຫຼາຍ​ປະ​ເທດ.

ບັນຫາ​ເສດຖະກິດໂລກ​ໄດ້ສົ່ງ​ຜົນ​ກະທົບ​ຕໍ່​ຄວາມ​ພະຍາຍາມ​ໃນ​ການ​ຫາ​ທຶນຮອນ​ສໍາລັບໂຄງ ການຕ່າງໆ​ເຫລົ່ານັ້ນ. ​ແຕ່​ທ່ານ Ban Ki-Moon ເລ​ຂາ​ທິການ​ໃຫຍ່ຂອງ​ອົງການສະຫະ​ປະ​ຊາ​ຊາດກ່າວ​ວ່າຄວາມ​ບໍ່​ແນ່ນອນ​ຂອງ​ເສດຖະກິດ​ນັ້ນບໍ່​ແມ່ນ​ຂໍ້ອ້າງ​ໃນ​ການລົດຜ່ອນຄວາມ ​ພະຍາຍາມ​ເພື່ອ​ການພັດທະນາ​ລົງ.

ທາງອົງການ​ສະຫະ​ປະ​ຊາ​ຊາດຖະ​ແຫລງວ່າ ຕົນ​ຄາດ​ວ່າກອງ​ປະຊຸມ​ນີ້​ຈະໄດ້ອັດ​ລົງ​ດ້ວຍ​ ການ​ຮັບ​ຜ່ານແຜນການ​ນຶ່ງເພື່ອ​ສ້າງ​ຄວາມ​ກ້າວ​ໜ້າໃຫ້​ແກ່ການ​ຈັດ​ຕັ້ງປະຕິບັດ​ເປົ້າ​ໝາຍແຕ່ ​ລະ​ຢ່າງໃນຈໍານວນ 8 ຢ່າງ​ນັ້ນ ພາຍ​ໃນ​ ປີ 2015.

XS
SM
MD
LG