ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

​ປະຊາກອນ​ຂອງ​ໂລກ​ ໄດ້​ເຖິງ​ຂີດ​ໝາຍ 7 ພັນ​ລ້ານ​ຄົນ​ແລ້ວ (ເບິ່ງວີດີໂອ)


ແອນ້ອຍ Danica Camacho ຖືກກອດອູ້ມໄວ້ໂດຍແມ່ຂອງລາວ ທີ່ຊື່ວ່າ Camille ໃນຂະນະທີ່ທັງສອງແມ່ລູກໄດ້ຖືກເຂັນ ອອກມາຈາກຫ້ອງປະສູດ ຂອງໂຮງໝໍຂອງລັດ ທີ່ຊື່ວ່າ Fabella ບໍ່ພໍເທົ່າໃດນາທີ ທີ່ແອນ້ອຍໄດ້ເກີດໃນວັນຈັນ ທີ 31, 2011 ທີ່ນຸຄອນຫລວງມະນີລາຂອງຟີລິບປິນ

ອົງການສະຫະ​ປະຊາ​ຊາດ​ກ່າວ​ວ່າ ຈໍານວນ​ປະຊາກອນ​ຂອງ​ໂລກ​ ໄດ້​ເຖິງ​ຂີດ​ໝາຍ 7 ພັນ
​ລ້ານ​ຄົນ​ແລ້ວ.

ເດັກ​ເກີດ​ໃໝ່​ເປັນ​ຄົນທີ 7 ພັນ​ລ້ານຈໍານວນ​ນຶ່ງ​ ກໍາລັງ​ໄດ້​ຮັບ​ການ​ໃຫ້​ກຽດໃນ​ທົ່ວ​ໂລກ.
ຟີ​ລິບ​ປິນ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ປະ​ເທດ​ທໍາ​ອິດ​ ທີ່ສະ​ເຫລີ​ມສະ​ຫລອງວັນ​ເກີດສັນຍາ​ລັກ
​ດັ່ງກ່າວ​ນີ້ ​ໂດຍ​ມີ​ທາລົກ​ຍິງ​ຄົນ​ນຶ່ງ​ ທີ່​ເກີດ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້​ ທີ່​ກຸງ​ມາ​ນີລາ.

ສະຫະ​ປະຊາ​ຊາດ​ມອງ​ເບິ່ງຈໍານວນ 7 ພັນ​ລ້ານ​ຄົນ​ນີ້ວ່າ ​ເປັນ​ຮ່ອງຮອຍ​ອັນ​ນຶ່ງ​ຂອງ​ການ
​ມີ​ອາຍຸ​ຍືນ​ກວ່າ​ແຕ່​ກ່ອນຂອງຜູ້​ຄົນ​ແລະ​ອັດຕາ​ການ​ລອດ​ຊີວິດທ່ີດີ​ຂຶ້ນຂອງ​ທາລົກເກີດ​ໃໝ່.

ທ່ານ Richard Kellodge ຊຶ່ງ​ເປັນຜູ້​ນຶ່ງ​ໃນ​ບັນດາ​ພວກ​ຂຽນ​ລາຍ​ງານ​ຈາກ​ກອງ​ທຶນ​ປະຊາ
ກອນ​ຂອງ​ສະຫະປະຊາ​ຊາດ ກ່າວ​ວ່າ ຫລາຍ​ໆປະ​ເທດ​ທີ່​ມີ​ລາຍ​ໄດ້​ຕໍ່າ​ໃນເຂດ​ໃຕ້​ທະ​ເລ​ຊາຍ
ຊາ​ຮາຣາ ​ໃນທະວີບ​ອະ​ຟຣິກາ​ ແລະ​ບາງ​ປະ​ເທດ​ໃນ​ພາກ​ພື້ນ​ເອ​ເຊຍ ​ໄດ້​ເຫັນ​ຈໍານວນປະຊາ
ກອນ​ເພີ່ມ​ຂຶ້ນ ​ໃນ​ອັດຕາໄວ​ກ່ວາການ​ເຕີບ​ໂຕ​ຂອງ​ເສດຖະກິດ.

ພົນລະ​ເມືອງ​ ຈໍານວນ 4,200 ລ້ານ​ຄົນ​ໃນ​ເອ​ເຊຍ​ນັ້ນ ​ເຮັດ​ໃຫ້ພາກ​ພື້ນດັ່ງກ່າວ​ເປັນ​ຂົງ​ເຂດ
​ທີ່​ມີ​ພົນລະ​ເມືອງ​ຫລາຍ​ກວ່າ​ໝູ່​ໃນ​ໂລກ.

ພົນລະ​ເມືອງ​ໃນ​ອາ​ຟຣິກາ​ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ 3 ​ເທົ່າ​ໂຕເປັນ 3,600 ລ້ານ​ຄົນ ​ໃນ​ຕອນ
ເລີ້ມ​ຕົ້ນ​ສັດຕະວັດ​ໜ້າ.

ອັດຕາ​ການຈະ​ເລີ​ນພັນ​ໃນ​ຫລາຍ​ປະ​ເທດ​ໃນ​ຢູ​ໂຣບ​ແລະ​ຍີ່ປຸ່ນ​ໄດ້​ລົດ​ລົງ​ ຕໍ່າກວ່າ​ອັດຕາ​ການ
​ທົດ​ແທນຫລື​ການເກີດ​ ຊຶ່ງ​ພາ​ໃຫ້​ມີ​ຄວາມ​ເປັນຫ່ວງ​ວ່າ​ ຈະ​ມີ​ການ​ຂາດ​ແຄນ​ແຮງ​ງານ​ແລະ​
ຜົນ​ຜະລິດ​ ຊຶ່ງ​ອາດສາມາດ​ເປັນ​ໄພ​ຄຸກ​ຄາມ​ຕໍ່​ຄຸນ​ນະພາ​ບຂອງ​ຊີວິດ​ໄດ້.

ເບິ່ງວີດີໂອ ລາຍງານທີ່ກ່ຽວຂ້ອງກັນ:

XS
SM
MD
LG