ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຳລັງ ຮັກສາສັນຕິພາບ ສປຊ 4 ຄົນ ເສຍຊີວິດ ຢູ່ ປະເທດມາລີ


ຄະນະປະຕິບັດງານ ຂອງສະຫະປະຊາຊາດ ທີ່ຮູ້ກັນ ໂດຍຊື່ຫຍໍ້ ເປັນພາສາອັງກິດວ່າ MINUSMA ເຂົ້າຮ່ວມ ພິທີລະນຶກເຖິງ ບັນດາເພື່ອນທະຫານ ທີ່ໄດ້ເສຍຊີວິດ ໃນວັນພຸດ ຢູ່ປະເທດມາລີ ເວລາລົດຂອງພວກເຂົາເຈົ້າ ໄດ້ແລ່ນຢຽບລະເບີດຝັງດິນ.
ຄະນະປະຕິບັດງານ ຂອງສະຫະປະຊາຊາດ ທີ່ຮູ້ກັນ ໂດຍຊື່ຫຍໍ້ ເປັນພາສາອັງກິດວ່າ MINUSMA ເຂົ້າຮ່ວມ ພິທີລະນຶກເຖິງ ບັນດາເພື່ອນທະຫານ ທີ່ໄດ້ເສຍຊີວິດ ໃນວັນພຸດ ຢູ່ປະເທດມາລີ ເວລາລົດຂອງພວກເຂົາເຈົ້າ ໄດ້ແລ່ນຢຽບລະເບີດຝັງດິນ.

ອົງການສະຫະປະຊາຊາດ ກ່າວວ່າ ກຳລັງຮັກສາສັນຕິພາບຂອງຕົນ 4 ຄົນ ໄດ້ເສຍ
ຊີວິດ ໃນວັນພຸດວານນີ້ ເວລາລົດເຂົາເຈົ້າແລ່ນໄປຢຽບລະເບີດຝັງດິນ ຢູ່ໃນເຂດ
ພາກກາງຂອງປະເທດມາລີ.

ຄະນະປະຕິບັດງານຂອງສະຫະປະຊາຊາດ ທີ່ຮູ້ກັນໂດຍຊື່ຫຍໍ້ເປັນພາສາອັງກິດວ່າ
MINUSMA ກ່າວວ່າ ພວກທະຫານທັງ 4 ພວມຢູ່ໃນລະຫວ່າງການເດີນທາງແຕ່
ເມືອງໂບນີ ຫາເມືອງດວານຊາ ໃນເຂດມັອບຕີ້. ນອກນັ້ນ ຍັງມີກຳລັງຮັກສາສັນຕິພາບ
ອີກ 4 ຄົນ ໄດ້ຮັບບາດເຈັບສາຫັດ.

ໃນວັນອັງຄານຜ່ານມາ ກໍມີທະຫານມາລີ 6 ຄົນໄດ້ເສຍຊີວິດໃນເຂດດຽວກັນນີ້ ຍ້ອນ
ອຸບັດຕິເຫດແບບດຽວກັນ.

ໂຄສົກຂອງສະຫະປະຊາຊາດ ທ່ານສເຕັບຟານ ດຸຍຈາຣິກ ກ່າວວ່າ ເລຂາທິການໃຫຍ່
ຂອງອົງການສະຫະປະຊາຊາດ ທ່ານອານໂຕນີໂອ ກິວເຕເຣສ ໄດ້ປະນາມຢ່າງແຮງ
ຕໍ່ການໂຈມຕີກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ແລະທະຫານມາລີ ແຕ່ກໍຢືນ
ຢັດວ່າ “ການກະທຳທີ່ຂີ້ຂາດຕາຂາວ” ດັ່ງກ່າວ ຈະບໍ່ສາມາດຂັດຂວາງ ໃນການຕັດ
ສິນໃຈ ຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ ທີ່ຈະຊ່ອຍສະໜັບສະໜູນ
ປະຊາຊົນມາລີ ໃນການຊອກສະແຫວງຫາສັນຕິພາບ ແລະສະຖຽນລະພາບ.”

ມີກຳລັງຮັກສາສັນຕິພາບສະຫະປະຊາຊາດ 11,000 ຄົນ ປະຕິບັດງານຢູ່ໃນປະເທດ
ມາລີ ນັບແຕ່ປີ 2013 ເປັນຕົ້ນມາ ເພື່ອຮັບມືກັບການກໍ່ກະບົດ ຂອງພວກອິສລາມ
ຫົວຮຸນແຮງ ແລະ ສະພາບຄວາມວຸ້ນວາຍໂດຍທົ່ວໆໄປ.

Mali UN Peacekeepers
please wait
Embed

No media source currently available

0:00 0:00:33 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG