ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທະຫານຮັກສາ ສັນຕິພາບ UN ຖືກຂ້າຕາຍ ໃນການດັກຊຸ້ມ ໂຈມຕີ ໃນມາລີ


ແຜນທີ່ຂອງປະເທດ ມາລີ, ອາຟຣິກາ.
ແຜນທີ່ຂອງປະເທດ ມາລີ, ອາຟຣິກາ.

ສະມາຊິກ 5 ຄົນຂອງກອງກຳລັງຮັກສາສັນຕິພາບຂອງອົງການສະຫະປະຊາຊາດ ຫຼື UN ໃນປະເທດມາລີ ໄດ້ຖືກຂ້າຕາຍ ແລະຄົນອື່ນໆ ໄດ້ຮັບບາດເຈັບໃນການຊຸ່ມໂຈມຕີໃນວັນ ອາທິດວານນີ້. ອີງຕາມການກ່າວຂອງອົງການສະຫະປະຊາຊາດ.

ການໂຈມຕີໄດ້ເກີດຂຶ້ນໃນໃຈກາງປະເທດ ມາລີ ໃນຂະນະທີ່ທະຫານຫຼາຍຄົນຈາກປະ ເທດ ໂຕໂກ, ເຊິ່ງເປັນພາກສ່ວນໜຶ່ງຂອງກອງກຳລັງຮັກສາຄວາມໝັ້ນຄົງປະສານຮ່ວມແບບຫຼາຍ
ມິຕິ ໃນປະເທດມາລີ ຫຼື MINUSMA ໄດ້ເດີນທາງໃນຂະບວນລົດທະຫານປະມານ 30 ກິໂລ ແມັດທາງພາກຕາເວັນຕົກຂອງເມືອງ Sevare.

ຕອນນີ້ຍັງບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບ ສຳລັບການໂຈມຕີນີ້ເທື່ອ.

ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ກ່າວປະນາມຕໍ່ ການໂຈມຕີ ຜ່ານທາງໂຄສົກທ່ານໜຶ່ງ, ໂດຍເອີ້ນລັດທິກໍ່ການຮ້າຍວ່າເປັນໜຶ່ງໃນໄພ ຂົ່ມຂູ່ທີ່ຮ້າຍແຮງທີ່ສຸດຕໍ່ຄວາມສັນຕິພາບແລະ ຄວາມໝັ້ນຄົງ ພາຍໃນປະເທດ.

ຖະແຫຼງການສະບັບໜຶ່ງຂອງ UN ໄດ້ກ່າວວ່າ “ທ່ານເລຂາທິການໃຫຍ່ຂໍສະແດງຄວາມ ເສົ້າສະຫຼົດໃຈຢ່າງ​ສຸດ​ຊຶ້ງ ມາ​ຍັງບັນດາຄອບຄົວຂອງທະຫານຮັກສາສັນຕິພາບ 5 ຄົນ ຜູ້ທີ່ໄດ້ເສຍຊີວິດໃນສາເຫດຂອງຄວາມສັນຕິພາບ ແລະ ຕໍ່ກັບລັດຖະບານ ແລະ ປະ ຊາຊົນຂອງປະເທດ ໂຕໂກ.”

ການຊຸ່ມໂຈມຕີທີ່ຄ້າຍຄືກັນໃນວັນສຸກທີ່ຜ່ານມານີ້ ໄດ້ຍັງ​ຜົນໃຫ້ທະຫານ ມາລີ 5 ຄົນເສຍ ຊີວິດ ແລະ ໄດ້ຮັບບາດເຈັບຕື່ມອີກ 4 ຄົນ ເມື່ອລົດຂອງພວກເຂົາເຈົ້າໄດ້ໄປຕຳເອົາລະ ເບີດຝັງດິນໃນພາກເໜືອຂອງປະເທດ ແລະ ຕໍ່ມາພວກເຂົາເຈົ້າກໍຖືກຍິງໂດຍມືສັງຫານ ທີ່ບໍ່ຮັບຊາບຊື່.

ຫຼັງຈາກການໂຈມຕີຂອງວັນອາທິດວານນີ້, ຈຳນວນຂອງທະຫານຮັກສາສັນຕິພາບ UN ທີ່ຖືກ​ສັງຫານ ໃນລະຫວ່າງການປະຕິບັດໜ້າທີ່ໃນປະເທດ ມາລີ ກໍໄດ້ເພີ່ມຂຶ້ນເປັນຢ່າງ ໜ້ອຍ 64 ຄົນ, ເຮັດໃຫ້ການສົ່ງທະຫານໄປປະຕິບັດການທີ່​ເປັນອັນຕະລາຍທີ່ສຸດຂອງ UN ຢູ່ໃນໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG