ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າໜ້າທີ່ ສປຊ ຄົນໜຶ່ງ ແລະ ພົນລະເຮືອນ 2 ຄົນ ເສຍຊີວິດ ທີ່ມາລີ


ພວກເຈົ້າໜ້າທີ່ສາທາລະນະສຸກ ຢືນຢູ່ຂ້າງນອກຮ້ານອາຫານ La Terrasse ບ່ອນທີ່ພວກຫົວຮຸນແຮງ ສັງຫານປະຊາຊົນ 5 ຄົນ ທີ່ເມືອງ ບາມາໂກ, ວັນທີ 7 ມີນາ 2015.
ພວກເຈົ້າໜ້າທີ່ສາທາລະນະສຸກ ຢືນຢູ່ຂ້າງນອກຮ້ານອາຫານ La Terrasse ບ່ອນທີ່ພວກຫົວຮຸນແຮງ ສັງຫານປະຊາຊົນ 5 ຄົນ ທີ່ເມືອງ ບາມາໂກ, ວັນທີ 7 ມີນາ 2015.

ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ຂອງ​ສະຫະ​ປະຊາ​ຊາດ​ຄົນ​ໜຶ່ງ
ກັບ​ພົນລະ​ເຮືອນ​ສອງ​ຄົນ ​ໄດ້​ເສຍ​ຊີວິດ ​ໃນ​ເຫດ​ລະດົມ​ຍິງ​ຈະ
​ຫລວດ​ໃສ່​ຄ້າ​ຍ​ແຫ່ງ​ໜຶ່ງ​ຂອງສະຫະ​ປະຊາ​ຊາດ ແລະບໍລິ​ເວນ​
ໃກ້​ໆ ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ​ມາລີ.

ຄຳ​ຖະ​ແຫລ​ງສະບັບ​ໜຶ່ງ​ຂອງສະຫະ​ປະຊາ​ຊາດ ກ່າວ​ວ່າ ມີ​
ທະຫານ​ອີກ 8 ຄົນ​ໄດ້​ຮັບ​ບາດເຈັບ ​ແລະ​ວ່າ ຈະ​ຫລວດ​ໄດ້​ຕົກ
ຖື​ກພົນລະ​ເຮືອນ​ຢູ່​ນອກ​ຄ້າຍ ​ເຮັດ​ໃຫ້​ສອງຄົນ​ເສຍ​ຊີວິດ ແລະ​
4 ຄົນ​ບາດ​ເຈັບ.

ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ຝ່າຍ​ໃດ​ເປັນ​ຜູ້​ທຳ​ການ​ໂຈມ​ຕີຄັ້ງ​ນີ້
ທີ່ມີ​ຂຶ້ນໃນ​ເຊົ້າ​ວັນ​ອາທິດ​ມື້ນີ້​ເອງ ​ນຶ່ງ​ມື້ ຫຼັງ​ຈາກ​ພວກ​ມື​ປືນ​ຈຸ​ນຶ່ງໄດ້​ສັງຫານ​ປະຊາຊົນ​ຢ່າງ
ໜ້ອຍ 5 ຄົນ ​ແລະເຮັດ​ໃຫ້ບາດ​ເຈັບ​ຕື່ມ​ອີກ​ຫຼາຍຄົນ ​ໃນ​ການ​ໂຈມ​ຕີ​ຮ້ານ​ອາຫານ​ແຫ່ງ​ນຶ່ງ
ໃນນະຄອນຫຼວງ Bamako ຂອງ​ມາລີ​.

ການ​ໂຈມ​ຕີໃນ​ວັນ​ເສົາ​ວານ​ນີ້ ທີ່​ຮ້ານ​ອາຫານ La Terrasse ​ໄດ້​ມີ​ຂຶ້ນ​ໃນ​ຊົ່ວ​ໂມງ​ຕອນເຊົ້າ.
ຕຳຫຼວດ​ເວົ້າ​ວ່າ ມື​ປືນ​ຄົນ​ນຶ່ງ​ທີ່ໃສ່ໝວກ​ປິດໜ້າ ໄດ້ແລ່ນ​ເຂົ້າ​ໄປ​ໃນ​ຮ້ານ​ອາຫານ ​ແລະ​ເປີດ​ສາກ
ຍິງ​ປືນ​ໃສ່​ພວກ​ແຂກໃນ​ຮ້ານ​ອາ​ຫານແລ້ວແລ່ນ​ເຂົ້າ​ໄປ​ໃນ​ລົດ​ຄັນ​ນຶ່ງ ບ່ອນ​ທີ່​ມີ​ອີກ​ຄົນ​ນຶ່ງ​
ກຳລັງລໍຖ້າຢູ່​ໃນ​ລົດ ​ແລ້ວ​ພວກ​ເຂົາ​ພາກັນ​ຂັບ​ລົດ​ໜີ​ໄປ​ຢ່າງ​ໄວ.

ມີ 2 ຄົນ​ຖືກ​ຈັບ​ກຸມ​ຫຼັງ​ຈາກ​ເກີດ​ເຫດບໍ່​ດົນ ​ແຕ່​ຕຳຫຼວດ​ບໍ່​ສາມາດ​ຢືນຢັນ​ໄດ້​ວ່າ 2 ຄົນ​ ມີ​ສ່ວນ​ພົວພັນ​ໃດໆ​ຫຼື​ບໍ່? ກັບ​ການໂຈມ​ຕີ​ຄັ້ງ​ນີ້.

Mali attack
please wait
Embed

No media source currently available

0:00 0:00:28 0:00

XS
SM
MD
LG