ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ປະນາມ ການສັງຫານ ພວກທະຫານ ກຳລັງຮັກສາສັນຕິພາບ ໃນປະເທດມາລີ


ກຳລັງຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ເຂົ້າຮ່ວມ ໃນພິທີລະລຶກເຖິງເພື່ອນທະຫານຂອງພວກເຂົາເຈົ້າ ທີ່ໄດ້ເສຍຊີວິດ ຢູ່ຖານທັບ ຂອງ MINUSMA ໃນເມືອງ ບາມາໂຄ ຂອງປະເທດມາລີ, ວັນທີ 27 ກັນຍາ 2017.
ກຳລັງຮັກສາສັນຕິພາບ ຂອງອົງການສະຫະປະຊາຊາດ ເຂົ້າຮ່ວມ ໃນພິທີລະລຶກເຖິງເພື່ອນທະຫານຂອງພວກເຂົາເຈົ້າ ທີ່ໄດ້ເສຍຊີວິດ ຢູ່ຖານທັບ ຂອງ MINUSMA ໃນເມືອງ ບາມາໂຄ ຂອງປະເທດມາລີ, ວັນທີ 27 ກັນຍາ 2017.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ປະນາມດ້ວຍ“ຖ້ອຍຄຳທີ່ແຮງສຸດ”
ສຳລັບການໂຈມຕີ ທີ່ຮ້າຍແຮງຂອງພວກຫົວຮຸນແຮງ ໃນວັນເສົາວານນີ້ ຕໍ່ຄ້າຍທະຫານ
ຂອງອົງການສະຫະປະຊາຊາດ ຢູ່ໃນພາກເໜືອຂອງປະເທດມາລີ.

ທະຫານຄົນນຶ່ງຂອງກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ຈາກເບີກີນາ ຟາໂຊ
ໄດ້ເສຍຊີວິດ ໃນການໂຈມຕີ ຕໍ່ຄ້າຍທະຫານໃນເມືອງ ທິມບັກທູ ແລະ ພວກຄົນຈຳນວນ
ນຶ່ງ ກໍໄດ້ຮັບບາດເຈັບ ລວມທັງ ທະຫານຈາກປະເທດຝຣັ່ງ 7 ຄົນ.

ອົງການຂ່າວ ເອພີ ລາຍງານວ່າ ພວກໂຈມຕີ 15 ຄົນ ຖືກຂ້າຕາຍ ໃນການໂຈມຕີຕອບ
ໂຕ້ຄືນ.

ກອງທັບບົກຂອງຝຣັ່ງ ກ່າວວ່າ ການບຸກໂຈມຕີ ນັ້ນ ເຫັນວ່າ “ໂດຍສະເພາະ ແມ່ນຊັບ
ຊ້ອນຫຼາຍ ແລະມີຄວາມສັບສົນ”
ເຊິ່ງພວກຄົນຮ້າຍບາງສ່ວນ ເຂົ້າໄປໃນຄ້າຍທະຫານ
ໄດ້ ດ້ວຍການປອມໂຕເປັນຄະນະກຳລັງຮັກສາສັນຕິພາບ ຂອງສະຫະປະຊາຊາດ ຫຼື
ຮູ້ຈັກກັນວ່າ MINUSMA ນັ້ນ.

ທ່ານ ຊອນ-ປີແອຣ ລາຄຣົວສ໌, ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຮັກສາການດ້ານການປະຕິບັດການ ຂອງກຳລັງຮັກສາສັນຕິພາບ, ເຂົ້າຮ່ວມໃນການສຳພາດ ກັບອົງການຂ່າວ ຣອຍເຕີ ໃນນະຄອນ ບຣາຊີເລຍ ຂອງບຣາຊີລ, ວັນທີ 27 ພະຈິກ 2017.
ທ່ານ ຊອນ-ປີແອຣ ລາຄຣົວສ໌, ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຮັກສາການດ້ານການປະຕິບັດການ ຂອງກຳລັງຮັກສາສັນຕິພາບ, ເຂົ້າຮ່ວມໃນການສຳພາດ ກັບອົງການຂ່າວ ຣອຍເຕີ ໃນນະຄອນ ບຣາຊີເລຍ ຂອງບຣາຊີລ, ວັນທີ 27 ພະຈິກ 2017.

ຫົວໜ້າ MINUSMA ທ່ານ ມາຮາມັຕ ຊາເລ ອັນນາດິຟ ໄດ້ກ່າວໃນຖະແຫລງການ
ສະບັບນຶ່ງ ວ່າ “ການໂຈມຕີນີ້ ສະແດງໃຫ້ເຫັນອີກຄັ້ງນຶ່ງ ຄວາມຂີ້ຂາດຕາຂາວ ຂອງ
ພວກກຸ່ມກໍ່ການຮ້າຍ ທີ່ປະເຊີນໜ້າກັບການສືບຕໍ່ຕ້ານຢັນຂອງອົງການສະຫະປະຊາ
ຊາດ ແລະ ຄູ່ພາຄີຂອງອົງການ ທີ່ມີຄວາມເດັດດ່ຽວແບບບໍ່ຍອມທໍ້ຖອຍ.”

ທ່ານ ຊອນ-ປີແອຣ ລາຄຣົວສ໌ ຫົວໜ້າກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ
ໄດ້ກ່າວໃນທວີດເຕີ ວ່າ: “ຄວາມເດັດດ່ຽວຂອງພວກເຮົາ ທີ່ຈະສະໜັບສະໜູນ ສັນຕິ
ພາບ ຢູ່ໃນມາລີ ຍັງຄົງໜຽວແໜ້ນຢູ່.”

ສະພາດັ່ງກ່າວ ໄດ້ເຕື່ອນວ່າ “ການໂຈມຕີ ທີ່ແນເປົ້າໝາຍໃສ່ ພວກກຳລັງຮັກສາສັນ
ຕິພາບ ອາດຖືວ່າ ເປັນອາຊະຍາກຳສົງຄາມ ພາຍໃຕ້ກົດໝາຍສາກົນ.”

ສະພາຄວາມໝັ້ນຄົງ ກ່າວ “ຢ້ຳອີກວ່າ ການກະທຳຂອງການກໍ່ການຮ້າຍໃດໆ ແມ່ນ
ອາຊະຍາກອນ ແລະ ບໍ່ຖືກຕ້ອງ ໂດຍບໍ່ຄຳນຶງເຖິງແຮງຈູງໃຈຂອງພວກເຂົາເຈົ້າ
ຈະຢູ່ແຫ່ງຫົນໃດກໍຕາມ ໃນເວລາໃດກໍຕາມ ແລະ ໂດຍພວກຄົນຜູ້ໃດກໍຕາມ ທີ່ໄດ້
ກຳທຳລົງໄປ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກດ

XS
SM
MD
LG