ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ຮັກສາສັນຕິພາບ ຂອງອົງການ ສປຊ ຖືກຂ້າຕາຍໃນປເທດ ຄົງໂກ


ເຈົ້າໜ້າທີ່ຮັກສາສັນຕິພາບ ທີ່ເຮັດວຽກໃນໜ່ວຍປະຕິບັດ
ພາລະກິດຮັກສາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ
ໃນປະເທດ ສາທາລະນະລັດ ປະຊາທິປະໄຕ ຄົງໂກ (MONUSCO) ຂັບລົດເຂົ້າໄປໃນຫ້ອງການຂອງເຂົາເຈົ້າ ຫຼັງຈາກການອອກລາດຕະເວນໃນຖະໜົນເສັ້ນຕ່າງໆ ໃນລະຫວ່າງການປະທ້ວງຄັ້ງໃຫຍ່ ຕໍ່ຕ້ານປະທານາທິບໍດີ ໂຈເຊັຟ ຄາບິລາ, ນະຄອນຫຼວງ ຄິນຊາຊາ "Kinshasa," 10 ເມສາ, 2017.
ເຈົ້າໜ້າທີ່ຮັກສາສັນຕິພາບ ທີ່ເຮັດວຽກໃນໜ່ວຍປະຕິບັດ ພາລະກິດຮັກສາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໃນປະເທດ ສາທາລະນະລັດ ປະຊາທິປະໄຕ ຄົງໂກ (MONUSCO) ຂັບລົດເຂົ້າໄປໃນຫ້ອງການຂອງເຂົາເຈົ້າ ຫຼັງຈາກການອອກລາດຕະເວນໃນຖະໜົນເສັ້ນຕ່າງໆ ໃນລະຫວ່າງການປະທ້ວງຄັ້ງໃຫຍ່ ຕໍ່ຕ້ານປະທານາທິບໍດີ ໂຈເຊັຟ ຄາບິລາ, ນະຄອນຫຼວງ ຄິນຊາຊາ "Kinshasa," 10 ເມສາ, 2017.

ທະຫານກອງກຳລັງຮັກສາສັນຕິພາບຂອງ ອົງການສະຫະປະຊາຊາດ ຈາກປະເທດ
ປາກິສຖານ ຄົນນຶ່ງໄດ້ຖືກຂ້າຕາຍ ໃນການບຸກໂຈມຕີ ທີ່ປະເທດ ສາທາລະນະລັດ
ປະຊາທິປະໄຕ ຄົງໂກ ໃນວັນເສົາວານ ນີ້. ລາວໄດ້ຖືກສົ່ງໄປປະເທດ ຄົງໂກ ກັບ
ໜ່ວຍປະຕິບັດພາລະກິດຮັກ ສາຄວາມໝັ້ນຄົງອົງການສະຫະປະຊາຊາດ, ເຊິ່ງຮູ້ຈັກ
ໃນອິີກຊື່ນຶ່ງ ເປັນພາສາ ຝຣັ່ງ ວ່າ MONUSCO.

ໂຄສົກເລຂາທິການໃຫຍ່ອົງການສະຫະປະຊາຊາດທ່ານ ແອນໂຕນີໂອ ກູເຕເຣັສ
ກ່າວວ່າ ຜູ້ນຳຂອງອົງການລະດັບໂລກ “ກ່າວປະນາມ ການເຂັ່ນຂ້າກັນ” ທີ່ໄດ້ເກີດ
ຂຶ້ນເມື່ອ ບັນດາເຈົ້າໜ້າທີ່ຮັກສາສັນຕິພາບ ໄດ້ຖືກໂຈມຕີ ໂດຍສະມາຊິກຂອງກຸ່ມຕິດ
ອາວຸດ ໃກ້ກັບເມືອງ ລູລິມບາ "Lulimba," 96 ກິໂລແມັດທາງພາກຕາເວັນຕົກສຽງ
ໃຕ້ຂອງເມືອງ ບາຣາກາ "Baraka" ໃນພາກໃຕ້ແຂວງ ຄິວູ "Kivu." ເຈົ້າໜ້າທີ່ກອງ
ກຳລັງຮັກສາສັນຕິພາບ ຢ່າງໜ້ອຍອີກຄົນນຶ່ງ ໄດ້ຮັບບາດເຈັບໃນການໂຈມຕີດັ່ງກ່າວ.

ອີງຕາມການກ່າວຂອງໂຄສົກເລຂາທິການໃຫຍ່ນັ້ນ, ທ່ານ ກູເຕເຣສ ໄດ້ຮຽກຮ້ອງໃຫ້
ກຸ່ມຕິດອາວຸດທຸກກຸ່ມ ໃນປະເທດ ຄົງໂກ “ວາງອາວຸດ ຂອງພວກເຂົາລົງ ແລະ ຫາຂໍ້
ແກ້ໄຂຄວາມ ບໍ່ພໍໃຈຂອງພວກເຂົາ ຢ່າງ ສັນຕິ.”

ອົງການຂ່າວຝຣັ່ງ ຫຼື AFP ໄດ້ລາຍງານວ່າ ປະທານາທິບໍດີປະເທດ ຄົງໂກ ທ່ານ
ໂຈເຊັຟ ຄາບິລາ "Joseph Kabila" ໄດ້ອ້າງວ່າ ອົງການ MONUSCO ບໍ່ໄດ້ “ລົບ
ລ້າງ” ກຸ່ມຕິດອາວຸດໃດໆໃນເກືອບ 20 ກວ່າປີຜ່ານມາ.

ອົງການຂ່າວ AFP ໄດ້ກ່າວວ່າ ທ່ານ ຄາບິລາ ໄດ້ເຕືອນໜ່ວຍ MONUSCO ວ່າ ບໍ່
ໃຫ້ຖືວ່າ ຄົງໂກ “ເປັນປະເທດພາຍໃຕ້ການ ເບິ່ງແຍງຂອງອົງການສະຫະປະຊາຊາດ”
ແລະ ໄດ້ກ່າວເພີ່ມເຕີມວ່າ ທ່ານຈະ “ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບ ສາຍພົວພັນ
ຂອງພວກເຮົາ” ກັບອົງການ ສະຫະປະຊາຊາດ ໃນບໍ່ເທົ່າໃດວັນທີ່ຈະມາເຖິງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG