ໂຣກລະບາດໄວຣັສໂຄໂຣນາຈະສ້າງຄວາມເສຍຫາຍໂດຍເຮັດໃຫ້ການທ່ອງທ່ຽວຂອງໂລກສູນເສຍລາຍໄດ້ 2 ພັນຕື້ໂດລາ ໃນປີ 2021 ນັ້ນຄືຄຳເວົ້າຂອງອົງການທ່ອງທ່ຽວຂອງສະຫະປະຊາດໄດ້ກ່າວໃນວັນຈັນມື້ນີ້ ໂດຍເອີ້ນການຟື້ນໂຕຄືນຂອງພາກສ່ວນການທ່ອງທ່ຽວນັ້ນວ່າ “ບອບບາງ” ແລະ “ຊັກຊ້າ” ອີງຕາມລາຍງານຂອງອົງການຂ່າວຝຣັ່ງ AFP.
ການພະຍາກອນໂດຍອົງການ ການທ່ອງທ່ຽວຂອງໂລກ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງມາດຣິດຂອງສະເປນ ມີຂຶ້ນໃນຂະນະທີ່ຢູໂຣບ ພວມດີ້ນຮົນຮັບມືກັບການຕິດແປດເພີ້ມຂຶ້ນ ໃນຂະນະທີ່ການລະບາດ ຂອງສາຍພັນໃໝ່ໂຄວິດ-19 ທີ່ເອີ້ນວ່າ Omicron ພວມແຜ່ລາມໄປຍັງທົ່ວໂລກ.
ການເດີນທາງຂອງພວກນັກທ່ອງທ່ຽວລະຫວ່າງປະເທດໃນປີນີ້ ຍັງຈະຢູ່ໃນລະຫວ່າງ 70 ຫາ 75 ເປີເຊັນ ຕ່ຳກວ່າການເດີນທາງຂອງພວກນັກທ່ອງທ່ຽວ 1 ພັນ 500 ລ້ານຄົນທີ່ສູງເປັນປະຫວັດການໃນປີ 2019 ກ່ອນທີ່ໂຣກລະບາດຈະເລີ້ມຂຶ້ນແລະກໍເປັນການຫລຸດລົງທີ່ຄ້າຍຄືກັນໃນປີ 2020 ອີງຕາມອົງການທ່ອງທ່ຽວຂອງໂລກ.
ພາກສ່ວນການທ່ອງທ່ຽວຂອງໂລກໄດ້ສູນເສຍລາຍໄດ້ໄປແລ້ວ 2 ພັນຕື້ໂດລາ ໃນປີກາຍນີ້ຍ້ອນໂຣກລະບາດ ໄວຣັສໂຄໂຣນາ ອີງຕາມອົງການ UNWTO ຊຶ່ງເປັນພາກສ່ວນນຶ່ງທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກວິກິດການດ້ານສາທາລະນະສຸກດັ່ງກ່າວ.
ໃນຂະນະທີ່ອົງການຂອງສະຫະປະຊາຊາດ ທີ່ຮັບຜິດຊອບໃນການສົ່ງເສີມການທ່ອງທ່ຽວ ບໍ່ໄດ້ມີໂຕເລກກ່ຽວກັບວ່າການທ່ອງທ່ຽວຂອງໂລກຈະມີສະພາບແນວໃດສຳລັບປີໜ້າ ແຕ່ການຄາດຄະເນໃນໄລຍະປານກາງນັ້ນ ແມ່ນບໍ່ຄ່ອຍດີປານໃດ.
ຖະແຫຼງການຂອງອົງການທ່ອງທ່ຽວໂລກກ່າວວ່າ “ທັງໆທີ່ເມື່ອບໍ່ດົນມານີ້ໄດ້ຮັບການປັບປຸງໃຫ້ດີຂຶ້ນ ອັດຕາການສັກຢາວັກຊີນ ທີ່ບໍ່ເທົ່າທຽມກັນ ຢູ່ໃນທົ່ວໂລກແລະພະຍາດໂຄວິດສາຍພັນໃໝ່” ເຊັ່ນວ່າ ສາຍພັນແດລຕ້າ ແລະ Omicron “ອາດມີຜົນກະທົບຕໍ່ການຟື້ນໂຕຄືນທີ່ມີການຊັກຊ້າແລະບອບບາງຢູ່ແລ້ວນັ້ນ.”
ການເລີ້ມຈຳກັດຮັດແຄບຕໍ່ການລະບາດຂອງເຊື້ອໄວຣັສແລະການລັອກດາວຢູ່ໃນຫຼາຍໆປະເທດເມື່ອບໍ່ເທົ່າໃດອາທິດທີ່ຜ່ານມານີ້ ສະແດງໃຫ້ເຫັນວ່າມັນເປັນ “ສະຖານະການທີ່ທຳນາຍໄດ້ຍາກຫຼາຍ” ຄືແນວໃດ ນັ້ນຄືຄຳເວົ້າຂອງຊູຣາບ ໂພໂລລີກິສວິລີ (Zurab Pololikashvili) ທີ່ໄດ້ບອກກັບອົງການຂ່າວຝຣັ່ງ.