ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສປຊ ກ່າວວ່າ ໂຣກລະບາດ ໄດ້ກີດກັນ ການເຂົ້າເຖິງ ການຄຸມກຳເນີດ ຢູ່ໃນ 115 ປະເທດ ທີ່ມີລາຍໄດ້ຕ່ຳ ຫາປານກາງ


ພະນັກງານແພດ ລົມກັບຜູ້ຍິງຄົນນຶ່ງ ທີ່ກຳລັງຢູ່ໃນການຕິດຕາມເບິ່ງ ພາຍຫຼັງຈາກໄດ້ສັກຢາວັກຊີນກັນໄວຣັສໂຄໂຣນາ ຫຼືພະຍາດ COVID-19, ຢູ່ທີ່ສູນກາງການແພດ ຊັນເວ (Sunway Medical Centre), ໃນເມືອງ ຊູບັງ ໄຈຢາ ຂອງມາເລເຊຍມ ວັນທີ 12 ມີນາ 2021.
ພະນັກງານແພດ ລົມກັບຜູ້ຍິງຄົນນຶ່ງ ທີ່ກຳລັງຢູ່ໃນການຕິດຕາມເບິ່ງ ພາຍຫຼັງຈາກໄດ້ສັກຢາວັກຊີນກັນໄວຣັສໂຄໂຣນາ ຫຼືພະຍາດ COVID-19, ຢູ່ທີ່ສູນກາງການແພດ ຊັນເວ (Sunway Medical Centre), ໃນເມືອງ ຊູບັງ ໄຈຢາ ຂອງມາເລເຊຍມ ວັນທີ 12 ມີນາ 2021.

“ການຖືພາບໍ່ສາມາດຢຸດຢັ້ງໂຣກລະບາດ ຫຼືວິກິດການໃດໆ. ພວກເຮົາຕ້ອງຮັບ ປະກັນວ່າ ພວກແມ່ຍິງແລະພວກຍິງສາວຄວນເຂົ້າເຖິງຢາຄຸມກຳເນີດແລະການຮັກສາສຸຂະພາບ ໃນລະຫວ່າງຖືພາ ທີ່ຊ່ອຍຊີວິດພວກເຂົາໄດ້ຢ່າງບໍ່ມີການລົບກວນ” ນັ້ນແມ່ນຄຳເວົ້າຂອງທ່ານນາງ ນາຕາເລຍ ຄາເນມ ຜູ້ອຳນວຍການບໍລິ ຫານ ກອງທຶນເພື່ອປະຊາກອນແຫ່ງສະຫະປະຊາຊາດ ຫຼື UNFPA ຊຶ່ງເປັນອົງການຈັດຕັ້ງສາກົນຮັບຜິດຊອບໃນດ້ານສຸຂະພາບທາງເພດແລະການຈະເລີນພັນ ທີ່ໄດ້ກ່າວໃນຄຳຖະແຫລງ ເມື່ອວັນຫັດວານນີ້.

ອົງການ UNFPA ໄດ້ລາຍງານວ່າ ພວກແມ່ຍິງເກືອບ 12 ລ້ານຄົນ ຢູ່ໃນ 115 ປະເທດທີ່ມີລາຍໄດ້ຕໍ່າແລະປານກາງນັ້ນ ແມ່ນບໍ່ສາມາດເຂົ້າເຖິງການບໍລິການດ້ານຢາຄຸມກຳເນີດໄດ້ ໂດຍສະເລ່ຍແລ້ວ ປະມານ 3.6 ເດືອນ ໃນປີກາຍນີ້ ຍ້ອນໂຣກລະບາດ ອັນເປັນຜົນເຮັດໃຫ້ພວກແມ່ຍິງທີ່ຖືພາ 1 ລ້ານ 4 ແສນຄົນນັ້ນ ບໍ່ໄດ້ຮັບການດູແລສຸຂະພາບ.

ເຖິງຢ່າງໃດກໍຕາມ “ປະຊາຄົມນານາຊາດ ໄດ້ປຸ້ມລຸມກັນເພື່ອແກ້ໄຂາສະຖານະການທີ່ຮ້າຍແຮງນີ້” ເຖິງແມ່ນຈະມີທາງຕັນ ເພື່ອການຄຸມກຳເນີດກໍຕາມ, ດັ່ງທີ່ທ່ານນາງຄາເນມ ໄດ້ກ່າວໄປນັ້ນ.

ອົງການສະຫະປະຊາຊາດກ່າວໃນຖະແຫລງການວ່າ “ໃນຖານະທີ່ເປັນຜູ້ຈັດຊື້ຢາຄຸມກຳເນີດ ທີ່ໃຫຍ່ທີ່ສຸດຂອງໂລກ ສຳລັບບັນດາປະເທດທີ່ກຳລັງພັດທະນາ, ອົງການ UNFPA ໄດ້ຮ່ວມມືກັບຄູ່ພາຄີຂອງຕົນ ຈາກລັດຖະບານຕ່າງໆ ກຸ່ມ ສັງຄົມພົນລະເຮືອນ ແລະພາກສ່ວນເອກະຊົນ ແລະເອົາມາດຕະການເພື່ອບັນ ເທົາໃນທັນທີ” ຕໍ່ຜົນກະທົບຂອງໂຣກລະບາດ. ອົງການສະຫະປະຊາຊາດກ່າວຕໍ່ໄປວ່າ “ອົງການ UNFPA ໄດ້ຮັບທຶນມາແລ້ວກ່ອນໜ້ານີ້ ຈາກລັດຖະບານຕ່າງໆ ໂດຍເພີ້ມລາຍຊື່ຂອງບັນດາຜູ້ສະໜອງ ໃສ່ບັນຊີຂອງຕົນ ແລະໄດ້ຕິດຕາມເບິ່ງຢ່າງໃກ້ຊິດລະດັບສິນຄ້າຄົງຄ້າງໃນໂລກ, ການຖ່າຍໂອນຄັງສະສົມທີ່ມີເກີນໄປນັ້ນ ໃຫ້ບັນດາປະເທດທີ່ຕ້ອງການໃຊ້ຢ່າງຮີບດ່ວນ ນອກເໜືອຈາກມາດຕະການອື່ນໆ. ເນື່ອງຈາກຄວາມໝັ້ນໝາຍຮ່ວມກັນນີ້ ແລະການເອົາມາດຕະການທີ່ວ່ອງໄວ, ຄວາມສັບສົນວຸ້ນວາຍໃນການເຂົ້າເຖິງການວາງແຜນຄອບຄົວ ແມ່ນບໍ່ຄ່ອຍຮ້າຍແຮງກວ່າທີ່ມັນອາດຈະເປັນ.”

“ມ້ວນແຂນເສື້ອຂອງທ່ານຂຶ້ນ ແລະເຮັດພາກສ່ວນຂອງທ່ານ” ອະດີດປະທານາທິບໍດີ ສະຫະລັດ ຈອຣ໌ຈ ບຸດຊ໌ ກ່າວໃນການປຸກລະດົມຄັ້ງໃໝ່ ຕໍ່ສາທາລະນະຊົນ ໂດຍຊຸກຍູ້ໃຫ້ຊາວອາເມຣິກັນ ໄປສັກຢາວັກຊີນກັນໄວຣັສໂຄໂຣນາ. ທ່ານບຸດຊ໌ ແລະພັນລະຍາທ່ານນາງລໍຣາ ໄດ້ເປັນຜູ້ນຳສະເໜີຢູ່ໃນວີດີໂອໂຄສະນາ ພ້ອມກັນກັບ ອະດີດປະທານາທິບໍດີ ສະຫະລັດ ຄົນອື່ນໆອີກສາມທ່ານ ຄື ທ່ານບາຣັກ ໂອບາມາ, ທ່ານບີລ ຄລິນຕັນ ແລະ ທ່ານຈິມມີ ຄາເຕີ ແລະພ້ອມທັງພັນລະຍາຂອງພວກເພິ່ນ ເຊັ່ນ ທ່ານນາງມິແຊລ ໂອບາມາ, ທ່ານນາງຮີລລາຣີ ຄລິນຕັນ ແລະທ່ານນາງໂຣຊາລີນ ຄາເຕີ.

“ຢາວັກຊີນນີ້ ໝາຍເຖິງຄວາມຫວັງ” ອະດີດປະທານາທິບໍດີ ໂອບາມາ ໄດ້ກ່າວໄປໃນການປຸກລະດົມດັ່ງກ່າວ.

ເດັນມາກ ນໍເວ ແລະ ໄອຣ໌ແລນ ໄດ້ໂຈະການນຳໃຊ້ຢາວັກຊີນຂອງອາສຕຣາຊີເນກາ ເປັນການຊົ່ວຄາວໃນຂະນະທີ່ທາງການສືບສວນເບິ່ງວ່າ ຢາວັກຊີນດັ່ງກ່າວ ເຊື່ອມໂຍງກັບການເຮັດໃຫ້ເລືອດກ້າມ ຫຼືບໍ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG