ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາ​ງ​ ນິກກີ ເຮ​ລີ ກ່າວວ່າ ປາ​ແລສ​ໄຕ​ນ໌ “ບໍ່​ຈິງຈັງ” ກ່ຽວກັບ​ຂັ້ນ​ຕອນ​​ ສັນຕິພາບ


ແມ່ຍິງຊາວປາ​ແລສ​ໄຕ​ນ໌ ຄົນນຶ່ງ ໄດ້ນຳລູກຂອງລາວໄປກວດ ທີ່ຫ້ອງສຸກສາລາ ທີ່ດຳເນີນງານໂດຍ UNRWA ທີ່ສູນອົບພະຍົບ ຊາຕີ, ເມືອງກາຊາ, 14 ມັງກອນ 2018.
ແມ່ຍິງຊາວປາ​ແລສ​ໄຕ​ນ໌ ຄົນນຶ່ງ ໄດ້ນຳລູກຂອງລາວໄປກວດ ທີ່ຫ້ອງສຸກສາລາ ທີ່ດຳເນີນງານໂດຍ UNRWA ທີ່ສູນອົບພະຍົບ ຊາຕີ, ເມືອງກາຊາ, 14 ມັງກອນ 2018.

ທ່ານ​ນາ​ງນິກກີ ​ເຮ​ລີ ​ໄດ້​ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ອຳນາດການປົກຄອງ​ປາ​ແລສ​ໄຕ​ນ໌
​ແມ່ນ “ບໍ່​ຈິງຈັງ” ກ່ຽວ​ກັບ​ຂັ້ນ​ຕອນສັນຕິພາບ ​ແລະ​ໄດ້​ຂົ່ມຂູ່​ວ່າ​ຈະ​ໂຈະການ​ຊ່ອຍ​ເຫຼືອ​
ໃນ​ອະນາ​ຄົດ ຖ້າ​ຫາກ​ວ່າ​ພວກ​ເຂົາ​ເຈົ້າ ບໍ່​ດຳ​ເນີນການ​ໄປ​ສູ່​ການ​ເຈລະຈານັ້ນ.

“ພວກ​ເຮົາ​ຈະ​ບໍ່​ໃຫ້​ລາງວັນ​ສຳລັບ​ການ​ປະພຶດ​ທີ່​ບໍ່ດີ,” ທ່ານ​ນາງ​ເຮ​ລີ ​ໄດ້​ບອກ​ກັບ​ນັກ
​ຂ່າວ​ວີ​ໂອ​ເອ ທ່ານ​ນາງ ກຣີຕາ​ ແວນ ຊັສ​ເຕີ​ເຣັນ​ໃນ​ການ​ໃຫ້ສຳ​ພາດ ທີ່​ຫ້ອງການ​ຂອງ​
ທ່ານ​ນາງ. ​ແລະ​ທ່ານ​ນາງ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ມີຊາວ​ປາ​ແລສ​ໄຕນ໌ ທີ່​ຕາມ​
ພື້ນຖານແລ້ວ​ກ່າວວ່າ ພວກ​ເຂົາ​ເຈົ້າ​ຈະ​ຕັດ​ສະຫະລັດ ອອກ​ການ​ຂັ້ນ​ຕອນ​ສັນຕິພາບ,
ພວກ​ເຂົາ​ເວົ້າ​ວ່າ ພວກ​ເຂົາ​ບໍ່​ຢາກ​ມີ​ສ່ວນ​ພົວພັນໃດໆ​ກັບ​ພວກ​ເຮົາ,”
ຊຶ່ງ​ທ່ານ​ນາງ​
ເຮ​ລີ ​ໄດ້​ກ່າວ​ໄວ້​ເຊັ່ນ​ນັ້ນ.

ຫລັກຈາກ ການ​ຕັດສິນ​ໃຈ​ຂອງ​ປະທານາທິບໍດີ​ທຣຳ ​ໃນ​ວັນ​ທີ 6 ທັນວາຜ່ານມາ ທີ່​ໃຫ້​
ຮັບ​ຮູ້​ເຖິງເຈຣູຊາ​ເ​ເລັມ ​ເປັນ​ເມືອງ​ຫຼວງ​ຂອງ​ອິສຣາ​ແອ​ລ ​ແລະ​ໃຫ້​ຍ້າຍ​ສະຖານທູດ
​ສະ​ຫະລັດ ​ໄປທີ່​ນັ້ນ, ປະທານາທິບໍດີ​ປາ​ແລສ​ໄຕ​ນ໌ ທ່ານ​ມັກ​ມູດ ອາ​ບາສ ​ໄດ້​ກ່າວ​ວ່າ
ສະຫະລັດ ບໍ່​ແມ່ນ​ເປັນ​ຜູ້​ໄກ່​ເກ່ຍ ອີກ​ຕໍ່​ໄປ​ແລ້ວ.

ເຊີນຊົມ: ຄວາມຄິດເຫັນຂອງທ່ານ​ນາ​ງ ​ເຮ​ລີ ເວົ້າກ່ຽວກັບ​ປາ​ແລສ​ໄຕ​ນ໌ວ່າ ພວກ​ເຮົາ​
ຈະ​ບໍ່​ໃຫ້​ລາງວັນ​ ສຳລັບ​ການ​ປະພຶດ​ທີ່​ບໍ່ດີ.

Haley on Palestinians: 'Not Going to Reward Bad Behavior'
please wait

No media source currently available

0:00 0:00:21 0:00

“ພວກ​ເຮົາ​ຈະ​ບໍ່​ຍອມຮັບ​ບົດບາດ​ໃດ​ໆ​ຂອງ​ສະຫະລັດ ​ໃນ​ຂັ້ນ​ຕອນ​ການ​ປະຕິບັດ​ງານ​
ທາງ​ການ​ເມືອງ​ນັບຈາກ​ນີ້​ໄປ. ​ເພາະວ່າ ແມ່ນ​ການ​ລຳອຽງຢ່າງສິ້ນເຊີງ​ຕໍ່​ອິສຣາ​ແອ​ລ,”

ທ່ານ ​ອັບ​ບາສ​ໄດ້​ກ່າວ​ຕໍ່​ກອງ​ປະຊຸ​ມສຸກ​ເສີນ ​ຂອງ​ອົງການ ການຮ່ວມມື​ອິສລາ​ມ ຫຼື OIC ​
ທີ່ນະຄອນ​ອິສຕັນ​ບູລ ​ໃນ​ວັນ​ທີ 13 ທັນວາຜ່ານມາ​ນີ້.

​ໃນ​ວັນ​ອັງຄານ​ມື້​ນີ້ ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ປະກາດ​ວ່າ ຕົນຈະໂຈະ
ການຈ່າຍ​ເງິນ​ຈຳນວນ 65 ລ້ານ​ໂດ​ລາ ໃນ​ງວດ​ທຳ​ອິດ​ຂອງ​ປີ 2018 ຈາກຈຳ​ນວນ​ເງິນ
125 ລ້ານ​ໂດ​ລາ ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ ທີ່​ສະໜັບສະໜຸນ ​ພວກອົບພະຍົບປາ ​
ແລັສ​ໄຕນ໌ ທີ່​ຮູ້​ກັນ​ໃນຊື່ຫຍໍ້​ວ່າ​ UNRWA.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ໂຄສົກກະຊວງການຕ່າງປະເທດ ທ່ານນາງແຮເຕີ ນາວເອີດ ກ່າວໃນການຖະແຫຼງຂ່າວໃນວໍຊີງຕັນ, 9 ສິງຫາ 2017.
ໂຄສົກກະຊວງການຕ່າງປະເທດ ທ່ານນາງແຮເຕີ ນາວເອີດ ກ່າວໃນການຖະແຫຼງຂ່າວໃນວໍຊີງຕັນ, 9 ສິງຫາ 2017.

XS
SM
MD
LG