ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອົບພະຍົບປາແລັສໄຕນ໌ ຂອງສະຫະປະຊາ ຊາດ ເປີດເຜີຍວ່າ ເຈົ້າໜ້າທີ່ 29 ຄົນ ຖືກສັງຫານໃນສົງຄາມກາຊາ


ຊາວປາແລັສໄຕນ໌ກວດກາຊາກຫັກພັງ ຫຼັງຈາກການບຸກໂຈມຕີຂອງອິສຣາແອລ ຢູ່ໃກ້ໂຮງຮຽນຂອງອົງການສະຫະປະຊາຊາດ ແລະ ອົງການບັນເທົາທຸກ ແລະ ວຽກງານຂອງອົງການ ສະຫະປະຊາຊາດ ສຳລັບອົບພະຍົບ ປາແລັສໄຕນ໌ (UNRWA) ໃນເມືອງ Khan Yunis, ທາງພາກໃຕ້ຂອງເຂດກາຊາ, ວັນທີ 21 ຕຸລາ 2023.
ຊາວປາແລັສໄຕນ໌ກວດກາຊາກຫັກພັງ ຫຼັງຈາກການບຸກໂຈມຕີຂອງອິສຣາແອລ ຢູ່ໃກ້ໂຮງຮຽນຂອງອົງການສະຫະປະຊາຊາດ ແລະ ອົງການບັນເທົາທຸກ ແລະ ວຽກງານຂອງອົງການ ສະຫະປະຊາຊາດ ສຳລັບອົບພະຍົບ ປາແລັສໄຕນ໌ (UNRWA) ໃນເມືອງ Khan Yunis, ທາງພາກໃຕ້ຂອງເຂດກາຊາ, ວັນທີ 21 ຕຸລາ 2023.

ອົງການອົບພະຍົບປາແລັສໄຕນ໌ຂອງສະຫະປະຊາຊາດ ກ່າວໃນວັນອາທິດວານ ນີ້ວ່າ ພະນັກງານຂອງຕົນ 29 ຄົນ ໄດ້ຖືກສັງຫານຢູ່ໃນເຂດກາຊາ ນັບຕັ້ງແຕ່ ສົງຄາມ ລະຫວ່າງກຸ່ມຫົວຮຸນແຮງຮາມາສ ແລະອິສຣາແອລ ໄດ້ແຜ່ລາມອອກ.

"ພວກເຮົາຕົກໃຈ ແລະໂສກເສົ້າ. ໃນປັດຈຸບັນນີ້ ໄດ້ຮັບການຢັ້ງຢືນແລ້ວວ່າ ເພື່ອນຮ່ວມງານຂອງພວກເຮົາ 29 ຄົນຢູ່ໃນເຂດກາຊາໄດ້ຖືກສັງຫານຕັ້ງແຕ່ ວັນທີ 7 ເດືອນຕຸລາ," ອົງການບັນເທົາທຸກ ແລະ ວຽກງານຂອງອົງການ ສະຫະປະຊາຊາດ ສຳລັບອົບພະຍົບ ປາແລັສໄຕນ໌ ຫຼື UNRWA ຂຽນໃນສື່ ສັງຄົມ X, ເຊິ່ງໃນເມື່ອກ່ອນແມ່ນ Twitter, ເຮັດໃຫ້ຈໍານວນຜູ້ເສຍຊີວິດທີ່ເປັນ ພະນັກງານທີ່ຖືກເປີດເຜີຍໃນວັນເສົາເພີ້ມຂຶ້ນເປັນ 17 ຄົນ.

"ເຄິ່ງນຶ່ງຂອງເພື່ອນຮ່ວມງານເຫຼົ່ານີ້ແມ່ນຄູສອນຂອງ UNRWA," ອົງການນັ້ນ​ໄດ້​ກ່າວ ກ່ຽວ​ກັບ ຍອດ​ຜູ້​ເສຍ​ຊີ​ວິດຫຼ້າສຸດຂອງຕົນ.

ປະຊາຊົນໃນເຂດກາຊາຫຼາຍພັນຄົນໄດ້ຊອກຫາບ່ອນພັກອາໄສຢູ່ທີ່ສູນຂອງ UNRWA ນັບຕັ້ງແຕ່ອິສຣາແອລ ໄດ້ເລີ້ມປະຕິບັດການໂຈມຕີທາງອາກາດ ເພື່ອຕອບໂຕ້ການໂຈມຕີຂອງກຸ່ມຮາມາສ ໃນອິສຣາແອລ ທີ່ເຮັດໃຫ້ 1,400 ຄົນເສຍຊີວິດ.

ອີງຕາມກະຊວງສາທາລະນະສຸກເຂດກາຊາ, ຊາວ​ປາ​ແລັດສ​ໄຕນ໌ ​ຫຼາຍ​ກວ່າ 4,600 ຄົນ​ໄດ້​ຖືກສັງຫານ​ໃນ​ການ​ໂຈມ​ຕີ​ທາງ​ອາກາດດັ່ງກ່າວ, ​ໂດຍອິສຣາ​ແອ​ລ​ ຍັງ​ໄດ້​ຕັດ​ການ​ສະໜອງ​ນ້ຳມັນ, ນ້ຳ, ສະບຽງ​ອາຫານ ​ແລະ ​ໄຟຟ້າໃຫ້ກັບ​ເຂດ​ທີ່​ທຸກ​ຍາກດັ່ງກ່າວ.

ມີ​ຜູ້​ອົບ​ພະຍົບ 12 ຄົນເສຍ​ຊີວິດ ​ແລະ​ເກືອບ 180 ຄົນ​ໄດ້​ຮັບ​ບາດ​ເຈັບ​ຢູ່​ໂຮງຮຽນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ, ​ໃນ​ຂະນະ​ທີ່​ສະຖານທີ່ປະຕິບັດງານຂອງ UNRWA ຈໍານວນ 38 ແຫ່ງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ອົງການໄດ້ກ່າວ.

ໃນຖະແຫຼງການອີກສະບັບນຶ່ງ, UNRWA ໄດ້ເຕືອນວ່າການສະຫນອງເຊື້ອໄຟ ຂອງຕົນໃນເຂດກາຊາ ຈະຫມົດ "ພາຍໃນສາມມື້."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG