ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວປາກິສຖານ 5 ລ້ານຄົນ ຕ້ອງການ ຄວາມຊ່ອຍເຫຼືອ ຫຼັງເກີດນໍ້າຖ້ວມ


ຊາວປາກິສຖານ 5 ລ້ານຄົນ ຕ້ອງການ ຄວາມຊ່ອຍເຫຼືອ ຫຼັງເກີດນໍ້າຖ້ວມ
ຊາວປາກິສຖານ 5 ລ້ານຄົນ ຕ້ອງການ ຄວາມຊ່ອຍເຫຼືອ ຫຼັງເກີດນໍ້າຖ້ວມ

ອົງການໃຫ້ຄວາມຊ່ອຍເຫຼືອຂອງສະຫະປະຊາຊາດກ່າວໃນມື້ວັນສຸກວານນີ້ວ່າມີຊາວປາກິສ
ຖານຫຼາຍກວ່າ 5 ລ້ານຄົນ ຕ້ອງການຄວາມຊ່ອຍເຫຼືອທາງດ້ານມະນຸດສະທຳ ລຸນຫຼັງທີ່ໄດ້
ເກີດໄພນໍ້າຖ້ວມໃນຕົ້ນປີນີ້. ອົງການສະຫະປະຊາຊາດກ່າວວ່າເຄິ່ງນຶ່ງຂອງພວກທີ່ຕ້ອງການ ຄວາມຊ່ອຍເຫຼືອແມ່ນພວກເດັກນ້ອຍ.

ໂຄສົກຄົນນຶ່ງຂອງອົງການຢູນີແຊັຟກ່າວວ່າ ການຂາດນໍ້າດື່ມທີ່ສະອາດ ແລະຂາດອາຫານ
ແມ່ນເປັນການສ່ຽງທີ່ຮີບດ່ວນສຸດສຳລັບພວກເດັກນ້ອຍ. ອັດຕາການຂາດອາຫານໃນບໍລິ
ເວນທີ່ໄດ້ຮັບຜົນກະທົບແມ່ນສູງຢູ່ແລ້ວ ກ່ອນເກີດໄພນໍ້າຖ້ວມອີກ.

ສ່ວນໂຄສົກຂອງໂຄງການອາຫານໂລກກ່າວວ່າ ທາງໂຄງການອາຫານໂລກກໍໄດ້ແຈກຢາຍ ການປັ່ນສ່ວນທາງອາຫານໃຫ້ແກ່ເກືອບ 3 ລ້ານຄົນແຕ່ຕ້ອງການເງິນ 70 ລ້ານໂດລາເພື່ອ ສືບຕໍ່ໃນການດຳເນີນຄວາມພະຍາຍາມດັ່ງກ່າວນີ້.

ການຊັ່ງຊາຕີລາຄາຮ່ວມລະຫວ່າງອົງການສະຫະປະຊາຊາດກັບລັດຖະບານປາກິສຖານພົບ
ວ່າ ປະຊາຊົນທີ່ຕ້ອງການຄວາມຊ່ອຍເຫຼືອທາງດ້ານມະນຸດສະທຳສ່ວນໃຫຍ່ແລ້ວແມ່ນຢູ່ໃນ
ແຂວງ Sind ແລະແຂວງ Baluchistan.

ໄພນໍ້າຖ້ວມທີ່ເລີ່ມຂຶ້ນໃນເດືອນສິງຫາຜ່ານມາໄດ້ທຳລາຍຫຼືສ້າງຄວາມເສຍຫາຍໃຫ້ແກ່ເຮືອນ
ຊານບ້ານຊ່ອງເກືອບ 800,000 ຫຼັງ. ມາຈົນຮອດທ້າຍເດືອນຕຸລາຍັງມີປະຊາຊົນທີ່ຍົກຍ້າຍ ບ່ອນຢູ່ບໍ່ສາມາດກັບຄືນບ້ານເດີມໄດ້ເກືອບ 700,000 ຄົນ.

XS
SM
MD
LG