ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອົບພະຍົບ ຫຼາຍກວ່າ ໜຶ່ງລ້ານຄົນ ສ່ຽງຊີວິດ ເດີນທາງ ຂ້າມທະເລ ໄປເຖິງ ສະຫະພາບຢູໂຣບ


ຊາວອົບພະຍົບຈຳນວນໜຶ່ງ ພັກຜ່ອນ ກ່ອນໜ້າ ຈະເດີນທາງ ຂ້າມໄປຍັງ Austria ຫາເຢຍຣະມັນ ຢູ່ທີ່ເມືອງຊາຍແດນ Achleiten ຂອງ Austria ທີ່ກົງກັນຂ້າມເມືອງ Passau, ຂອງເຢຍຣະມັນ, ວັນທີ 29 ຕຸລາ 2015.
ຊາວອົບພະຍົບຈຳນວນໜຶ່ງ ພັກຜ່ອນ ກ່ອນໜ້າ ຈະເດີນທາງ ຂ້າມໄປຍັງ Austria ຫາເຢຍຣະມັນ ຢູ່ທີ່ເມືອງຊາຍແດນ Achleiten ຂອງ Austria ທີ່ກົງກັນຂ້າມເມືອງ Passau, ຂອງເຢຍຣະມັນ, ວັນທີ 29 ຕຸລາ 2015.

ອົງການອົບພະຍົບຂອງສະຫະປະຊາຊາດ ກ່າວວ່າ ມີພວກ
ອົບພະຍົບຫຼາຍກວ່າ 1 ລ້ານຄົນ ໄດ້ເດີນທາງຂ້າມທະເລ
ເຂົ້າ​ໄປ​ໃນສະຫະພາບຢູໂຣບ ນັບຕັ້ງແຕ່ຕົ້ນປີ 2015 ເປັນ
ຕົ້ນມາ ປຽບທຽບໃສ່ 216,000 ຄົນ ​ໃນ​ປີ​ກ່ອນ​ນັ້ນ.

ອົງການ​ຂ້າ​ຫລວງ​ໃຫຍ່ ​ດ້ານ​ອົບ​ພະຍົບຂອງສະຫະ​ປະຊາ
​ຊາດ ຫລື UNHCR ໄດ້ກ່າວໃນວັນພຸດມື້ນີ້ ວ່າ ຫຼາຍກວ່າ
80 ເປີເຊັນຂອງຊາວອົບພະຍົບ ທີ່ໄດ້ນັບຄັ້ງຫຼ້າສຸດມີ
1,000,573 ຄົນ ໄດ້ຂຶ້ນຝັ່ງທີ່ປະເທດກຣິສ ໂດຍສ່ວນໃຫຍ່
​ແລ້ວ ແມ່ນທີ່ເກາະ Lesbos.

ສ່ວນ​ໃຫຍ່ຂອງພວກອົບພະຍົບ 844,000 ຄົນ ທີ່ໄດ້ຂຶ້ນຝັ່ງຢູ່ກຣິສ ແມ່ນມາຈາກປະເທດ
ເທີກີ. ສ່ວນຈຸອື່ນໆນັ້ນ ໄດ້ເດີນທາງຂ້າມທະເລ Mediterranean ຈາກປະເທດລີເບຍ
ແລະ ໄດ້ຂຶ້ນຝັ່ງຢູ່ປະເທດອີຕາລີ.

ຊາວອົບພະຍົບ ແລະ ຊາວແຮງງານຍົກຍ້າຍຖິ່ນຖານ ຍ່າງໄປຕາມແຄມຊາຍຫາດ ຫຼັງຈາກຂ້າມສ່ວນໜຶ່ງຂອງທະເລ Aegean ຈາກເທີກີ ໄປຍັງເກາະ Lesbos ຂອງກຣິສ, ວັນທີ 12 ທັນວາ 2015.
ຊາວອົບພະຍົບ ແລະ ຊາວແຮງງານຍົກຍ້າຍຖິ່ນຖານ ຍ່າງໄປຕາມແຄມຊາຍຫາດ ຫຼັງຈາກຂ້າມສ່ວນໜຶ່ງຂອງທະເລ Aegean ຈາກເທີກີ ໄປຍັງເກາະ Lesbos ຂອງກຣິສ, ວັນທີ 12 ທັນວາ 2015.

ອົງການດັ່ງກ່າວຂອງ​ສະຫະ​ປະຊາ​ຊາດຍັງ​ເວົ້າອີກວ່າ ປະມານ​ເຄິ່ງໜຶ່ງ​ຂອງ ພວກອົບພະຍົບ ​
ແມ່ນໜີອອກມາຈາກຊີເຣຍ ແລະ ອີກ 21 ເປີ ເຊັນນັ້ນ ແມ່ນມາຈາກອັຟການິສຖານ.

ອົງການ UNHCR ກ່າວຕໍ່ໄປວ່າ ພວກອົບພະຍົບໄດ້ສ່ຽງຊີວິດ ແລະ ສ່ຽງໄພຂຶ້ນເຮືອບັນທຸກ
ທີ່ບໍ່ໝັ້ນຄົງ ເພາະວ່າ ພວກເຂົາເຈົ້າ “ໝົດຄວາມຫວັງ” ເພື່ອທີ່ຈະໄປເຖິງທະວີບຢູໂຣບ
ໃນການສະແຫວງຫາການປົກປ້ອງຈາກສົງຄາມ, ຄວາມຮຸນແຮງ ແລະ ການປາບປາມ
ທາງການເມືອງ ພ້ອມກັນກັບຄວາມທຸກຍາກ ທາງດ້ານເສດຖະກິດ.

ຢ່າງໜ້ອຍມີຊາວອົບພະຍົບ 3,735 ຄົນ ທີ່ໄດ້ເດີນທາງຂ້າມທະເລ Mediterranean ໄປ
ຍັງທະວີບຢູໂຣບ ໄດ້ເສຍຊີວິດ ຫຼື ຫາຍສາບສູນໄປ ໃນປີ 2015.

Europe’s Migrant Challenge Expected to Continue Into 2016
please wait

No media source currently available

0:00 0:02:12 0:00

XS
SM
MD
LG