ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳຄົນໃໝ່ ຂອງ ອາ​ຟຣິກາກາ​ງ ຈະຟື້ນຟູ ຄວາມປອດໄພ ຢູ່ນະຄອນຫຼວງ ບັງກີ (ສະໄລດ໌)


ປ. ຊົ່ວຄາວ​ຄົນ​ໃໝ່​ ຂອງສາທາລະນະ​ລັດ​ອາ​ຟຣິກາ
ກາ​ງ ທ່ານ Alexandre Nguendet,13 ມັງກອນ14.
ປ. ຊົ່ວຄາວ​ຄົນ​ໃໝ່​ ຂອງສາທາລະນະ​ລັດ​ອາ​ຟຣິກາ ກາ​ງ ທ່ານ Alexandre Nguendet,13 ມັງກອນ14.
ປະທາ​ນາ​ທິບໍດີ​ຊົ່ວຄາວ​ຄົນ​ໃໝ່​ຂອງ ສາທາລະນະ​ລັດ​ອາ​ຟຣິກາ
ກາ​ງ ກ່າວ​ວ່າ ທ່ານ​ກໍາລັງ​ເອົາ​ບາດກ້າວ ​ເພື່ອນໍາ​ເອົາ​ຄວາມ​
ປອດ​ໄພ​ກັບ​ຄືນ​ມາສູ່​ນະຄອນຫລວງ ບັງ​ກີ​ ທີ່​ໄດ້​ຕົກ​ຢູ່​ພາຍໃຕ້
ຄວາມ​ຫວາດ​ຫວັ່ນ​ຢ້ານ​ກົວ ມາ​ເປັນ​ເວລາ 6 ອາທິດ​ແລ້ວ
ຍ້ອນ​ການ​ກໍ່​ຄວາມ​ຮຸນ​ແຮງ​ທາງ​ການ​ເມືອງ​ ​ແລະ​ລະຫວ່າງ
​ຊົນເຜົ່າ ທີ່​ໄດ້​ເຮັດ​ໃຫ້ຊາວ​ເມືອງ​ເກືອບ 5 ​ແສນ​ຄົນ ຕ້ອງ​ກາຍ
​ເປັນ​ອົບ​ພະຍົບ. ​


ໃນ​ການ​ໃຫ້​ສໍາພາດ​ກັບ ວີ​ໂອ​ເອ ພະ​ແນ​ກພາສາ​ຝຣັ່ງ​ໄປ​ຍັງ​ອາ​ຟຣິກາ ທ່ານ Alexandre
Nguendet ກ່າວ​ວ່າ ທ່ານ​ໄດ້​ພົບ​ປະ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນັ້ນ ກັບ​ພວກ​ທະຫານ​ບ້ານ​
ທ້ອງ​ຖິ່ນ ທີ່​ໄດ້​ຕົກລົງ​ທີ່​ຈະ​ສ້າງສັນ​ຕິ​ພາບນໍາ​ກັນ. ທ່ານ Nguendet ​ເວົ້າອີກ​ວ່າ
ນອກ​ນັ້ນ​ແລ້ວ ທ່ານ​ຍັງ​ກໍາລັງ ຈັດ​ຕັ້ງ​ໜ່ວຍ​ງານ​ສະ​ເພາະ​ກິດ​ໜ່ວຍ​ນຶ່ງ​ຂຶ້ນ​ມາ ທີ່​ປະກອບ
​ດ້ວຍທະຫານ​ແລະ​ຕໍາຫລວດ ​ເພື່ອ​ກູ້​ເອົາ​ຄວາມເປັນ​ລະ​ບຽບຮຽບຮ້ອຍຄືນ​ມາ ​ແລະ​ທ່ານ
​ເວົ້າ​ເປັນ​ພາສາ​ຝຣັ່ງ​ວ່າ:ໃນ​ບັນດາ​ພາກສ່ວນປະກອບ​ອາວຸດ​ທັງ​ໝົດ​ນັ້ນ ຂົ້າພະ​ເຈົ້າ​
ຂໍ​ເຕືອນ​ພວກ​ຕໍ່ຕ້ານBalaka ກັບ​ພວກ​ທະຫານ​ບ້ານ Seleka ວ່າ ຊ່ວງ​ເວລາ​
ບຸນ​ແມ່ນສິ້ນ​ສຸດ​ລົງ​ແລ້ວ​ແລະ​ສໍາລັບ​ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ນັ້ນ
ຂ້າພະ​ເຈົ້າ​ຂໍ​ສັ່ງ​ພວກ​ທ່ານ​ໃຫ້​ຍິງ​ໃຫ້​ຕາຍ​ໂລດ ພວກ​ຜູ້​ທີ່​ລົບ​ກວນ​ຄວາມ​ເປັນ
​ລະບຽບ​ຮຽບຮ້ອຍ​ຂອງ​ສາທາລະນະ​ຊົນ ​ເພື່ອ​ໃຫ້ ສັນຕິພາບ​ກັບ​ຄືນ​ມາ
ຄອບ​ງໍາ​ຢູ່​ໃນ​ປະ​ເທດ​ນີ້.”


ອົງການ ​ຊ່ວຍ​ເຫລືອ​ອົບ​ພະຍົບຂອງສະຫະ​ປະຊາ​ຊາດ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຈໍານວນ
ປະຊາຊົນ​ທີ່​ຕ້ອງ​ໄດ້​ອົບ​ພະຍົບຫລົບໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ ເຈົ້າ​ໃນ​ທົ່ວ ສາທາລະນະ
​ລັດ​ອາ​ຟຣິກາ​ກາງ​ນັ້ນ ​ແມ່ນ​ມີ ກາຍ 1 ລ້ານ​ຄົນ​ແລ້ວ ​ໂຮມ​ທັງ 86 ພັນ​ຄົນ ທີ່​ໄດ້​ຫລົບໜີ​
ໄປ​ສູ່​ປະ​ເທດ​ເພື່ອນ​ບ້ານ.
XS
SM
MD
LG