ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ກ່າວວ່າ ມຽນມາ ປູກຝິ່ນ ເພີ່ມຂຶ້ນ ເປັນປີທີ 6


ຮູບສວນຝິ່ນແຫ່ງນຶ່ງໃນມຽນມາ ຈາກລາຍງານຂອງອົງການຢາເສບຕິດ
ແລະອາດຊະຍາກໍາຂອງອົງການສະຫະປະຊາຊາດ ຫຼື UNODC
ຮູບສວນຝິ່ນແຫ່ງນຶ່ງໃນມຽນມາ ຈາກລາຍງານຂອງອົງການຢາເສບຕິດ ແລະອາດຊະຍາກໍາຂອງອົງການສະຫະປະຊາຊາດ ຫຼື UNODC
ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ການ​ຜະລິດ​ຝິ່ນ​ຢູ່​ໃນ​ມຽນມາ​ ໄດ້​ເພີ່ມ​ ​ຂຶ້ນ​ເປັນ​ປີ​ທີ່​ຫົກ​ລຽນຕິດ ​ເຖິງ​ແມ່ນ​ລັດຖະບານຈະ​ເພີ່ມ​ການ​ດຳ​ເນີນຄວາມ​ພະຍາ​ຍາມຫຼາຍຂຶ້ນ​ເພື່ອ​ປາປ ປາມ​ການ​ຜະລິດ​ຝິ່ນ​ທີ່ນຳ​ໃຊ້​ເພື່ອ​ສະກັດ​ເຮັດ ຜົງ​ເຮ​ໂຣອີນນັ້ນ.

​ໃນ​ລາຍ​ງານ​ປະ​ຈໍາປີ​ຂອງ​ອົງການຄວບ​ຄຸມ​ຢາ​ເສບ​ຕິດແລະ​ອາດຊະຍາ​ກໍາ ​ສະຫະ​ປະຊາ​ຊາດຫຼື UNODC ​ເວົ້າ​ເມື່ອ​ວັນພຸດມື້​ນີ້​ວ່າ ຄວາມ​ພະຍາຍາມ​ຂອງທາງ​ການ​ມຽນມາເພື່ອ ລຶບລ້າງ​ການ​ປູກ​ຝິ່ນແມ່ນ​ໄດ້​ທໍາລາຍ​ໄຮ່​ຝິ່ນ​ໃນ​ເນື້ອ​ທີ່​ເກືອບ 24,000 ​ເຮັກ​ຕ້າ ​ໃນ​ປີ 2012 ຊຶ່ງຫຼາຍກວ່າ​ປີຜ່ານມາ​ເຖິງ​ສາມ​ເທົ່າ. ​ແຕ່​ແນວ​ໃດ​ກໍ​ດີ ດິນ​ດອນ​ທີ່​ໃຊ້​ປູກ​ຝິ່ນໄດ້​ເພີ່ມ​ຂຶ້ນ 17 ​ເປີ​ເຊັນ ​ເປັນ 51,000 ​ເຮັກ​ຕ້າ.

ມຽນມາ ​ຊຶ່ງເປັນ​ປະ​ເທດ​ຜະລິດ​ຝິ່ນ​ລາຍ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກ ລອງ​ຈາກ​ອັຟກາ​ນີສ ຖານ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້​ວ່າ​ ຈະລຶບລ້າງ​ການ​ປູກ​ຝິ່ນ​ຢ່າງ​ສິ້ນ​ເຊີງ​ພາຍ​ໃນ​ປີ 2014. ​ແຕ່ບັດ​ນີ້​ ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ສໍາ​ເລັດ​ຕາມ​ເປົ້າໝາຍ​ດັ່ງກ່າວນັ້ນ ​ຍັງ​ເປັນ​ຄໍາ​ຖາມ​ຢູ່ ​ໃນ​ເມື່ອ​ຂໍ້​ມູນ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ສະ​ແດງ​ໃຫ້​ເຫັນ​ວ່າ ຜົນ​ຜະລິດ​ຝິ່ນ​ແມ່ນ​ເພີ່ມ​ຂຶ້ນທຸກໆ​ປີ ນັບຕັ້ງ​ແຕ່ປີ 2006 ​ເປັນຕົ້ນ​ມາ.

ລາຍ​ງານ​ອົງການ​ສະຫະ​ປະຊາ​ຊາດ ​ເວົ້າ​ວ່າ ລາຄາ​ຝິ່ນ​ທີ່ແພງຂຶ້ນ ບວກ​ກັບ​ຄວາມ​ຮຽກ ຮ້ອງ​ຕ້ອງການທີ່​ມີ​ເພີິ່ມຂຶ້ນ​ຢູ່​ໃນ​ຈີນ​ແລະ​ຂົງ​ເຂດເອ​ເຊຍແຫ່ງ​ ອື່ນໆ ​ແມ່ນ​ດຶງ​ດູດ​ເອົາ​ພວກຊາວ​ໄຮ່​ຊາວ​ສວນ​ທີ່​ທຸກ​ຈົນ​ທັງຫຼາຍ​ໃຫ້​ຫັນ​ມາ​ປູກ​ຝິ່ນ. ​ລາຍ​ງານສະຫະ​ປະຊາ​ຊາດ ຍັງ​ເວົ້າ​ອີກ​ວ່າ ພວກ​ຊາວ​ໄຮ່ຊາວ ສວນຈະ​ສາມາດ​ມີ​ລາຍ​ຮັບຈາກການ​ປູກ​ຝິ່ນຫຼາຍ​ເຖິງ 19 ​ເທົ່າ ກວ່າ​ປູກ​ເຂົ້າ ​ແລະ​ກໍບໍ່​ມີ​ທ່າ​ທີ​ວ່າ​ພວກ​ເຂົາ​ເຈົ້າຈະ​ຫັນ​ເຫ​ໄປຈາກ​ການ​ປູກ​ຝິ່ນ ​ເວັ້ນເສຍ​ແຕ່​ວ່າມີ​ທາງ​ເລືອກ​ອື່ນ ມາ​ທົດ​ແທນວິຖີ​ການ​ດໍາລົງ​ຊີວິດ​ດັ່ງກ່າວ.
XS
SM
MD
LG