ສະຫະປະຊາຊາດ ກ່າວວ່າ ການຜະລິດຝິ່ນໃນອັຟການິສຖານ
ໄດ້ເພີ້ມຂຶ້ນສູ່ລະດັບສູງສຸດຄັ້ງໃໝ່ໃນປີນີ້.
ລາຍງານສະບັບໃໝ່ ໂດຍຫ້ອງການວ່າດ້ວຍຢາເສບຕິດແລະ
ອາຊະຍາກຳຂອງສະຫະປະຊາຊາດ ຫລື UNODC ກ່າວວ່າ
ການເກັບກ່ຽວຝິ່ນຂອງປະເທດໄດ້ກະໂດດຂຶ້ນ 17 ເປີເຊັນ ຈາກ
ລະດັບຂອງປີກາຍນີ້ຂຶ້ນ ເປັນປະມານ 6400 ໂຕນ.
ລາຍງານສະບັບນີ້ ກ່າວວ່າ ເນື້ອທີ່ທີ່ໃຊ້ປູກຝິ່ນທັງໝົດ ໃນອັຟກາ
ນິສຖານ ໄດ້ຂະຫຍາຍອອກ 7 ເປີເຊັນໃນປີນີ້ ເປັນປະມານ 224
ພັນເຮັກຕາ.
ບັນດານັກວິເຄາະ ກ່າວວ່າ ອັຟການິສຖານຜະລິດຝິ່ນ ຫຼາຍກວ່າ 80 ເປີເຊັນຂອງປະລິ
ມານຝິ່ນທີ່ຜິດກົດໝາຍທັງໝົດຂອງໂລກ ແລະຜົນກຳໄລ ທີ່ໄດ້ຈາກການຄ້າຂາຍຝິ່ນທີ່
ຜິດກົດໝາຍນີ້ ຊ່ອຍເປັນເງິນທຶນສຳລັບການກໍ່ການກະບົດຂຶ້ນຂອງກຸ່ມຕາລີບັນ.
ສະຫະລັດ ໄດ້ໃຊ້ຈ່າຍເງິນ 7 ພັນ 800 ລ້ານດອນລາເພື່ອປາບປາມການຄ້າຂາຍຝິ່ນໃນອັຟການີສຖານ ນັບຕັ້ງແຕ່ສະຫະລັດ ໄດ້ບຸກເຂົ້າໄປໃນອັຟການິສຖານ ໃນປີ 2001 ເປັນ
ຕົ້ນມາ.
ທ່ານ Jean-Luc Lemahieu ຈາກຫ້ອງການ UNODC ກ່າວວ່າ ການຄ້າຂາຍຝິ່ນກວມ
ເປັນປະມານ 20 ເປີເຊັນຂອງຍອດຜະລິດຮວມ ພາຍໃນປະເທດທັງໝົດຂອງອັຟການິສ
ຖານ ແລະກ່າວຕໍ່ໄປວ່າ ອຸດ ສາຫະກຳດັ່ງກ່າວວ່າຈ້າງແຮງານໂດຍທາງອ້ອມຫຼາຍກວ່າ 410 ພັນຄົນ.
ອີງຕາມໜັງສືພິມ The Wall Street Journal ກໍແມ່ນວ່າ ໃນລະດູເກັບກ່ຽວປີນີ້ ຝິ່ນແຫ້ງ ຂາຍກັນໃນລາຄາ 114 ດອນລາຕໍ່ກິໂລ ຊຶ່ງເປັນລາຄາ 20 ເປີເຊັນ ຫລຸດຈາກປີກາຍນີ້.