ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສປຊ ກ່າວວ່າ ສະຖານະການ ດ້ານມະນຸດສະທຳ ໃນຊີເຣຍ ຊຸດໂຊມລົງ ຢ່າງໜັກ


ຫົວໜ້າ ການຊ່ວຍເຫລືອ ດ້ານມະນຸດສະທຳ ສະຫະປະຊາຊາດ ທ່ານນາງ Valerie Amos.
ຫົວໜ້າ ການຊ່ວຍເຫລືອ ດ້ານມະນຸດສະທຳ ສະຫະປະຊາຊາດ ທ່ານນາງ Valerie Amos.

​ສະຫະ​ປະຊາ​ຊາດ ​ໃນ​ວັນ​ພະຫັດ​ວານ​ນີ້ ໄດ້​ວາດ​ພາບ​ອັນ​ມົວ
​ໝອງເພີ້​ມຂຶ້ນ ກ່ຽວກັບວິ​ກິດ​ການ​ດ້ານ​ມະນຸດ​ສະ​ທຳ ຢູ່​ໃນ​ຊີ
​ເຣຍ.

ຫົວໜ້າ​ຊ່ວຍ​ເຫລືອ ​ດ້ານ​ມະນຸດສະທຳ ສະຫະ​ປະຊາ​ຊາດ
ທ່ານ​ນາງ Valerie Amos ກ່າວ​ວ່າ ຈຳນວນຊາວ​ຊີ​ເຣຍ ທີ່​
ກຳລັງອາໄສ​ຢູ່​ໃນເຂດປິດລ້ອມ​ຕ່າງໆ​ແລະ​ສ່ຽງ​ຕໍ່​ການ​ເສຍ
ຊີວິດດ້ວຍຄວາມໂຫຍ​ຫີ​ວ ຂາດແຄນນຳ້ດື່ມ​ແລະຂາດ​ການ​
ປິ່ນປົວນັ້ນ ​ໄດ້​ເພີ້ມຂຶ້ນເກີືອບສອງ​ເທົ່າ ເປັນປະມານ 440
ພັນຄົນ.

​ໃນ​ຕົ້ນ​ເດືອນ​ນີ້ ສະມາຄົມການ​ແພດຊີ​ເຣຍອາ​ເມຣິກັນ ​ໄດ້ພິມ​ເຜີຍ​ແຜ່​ລາຍງານ ​ໂຕ້​ຖຽງ
ວ່າ ການກະປະມານຂອງສະຫະ​ປະຊາ​ຊາດ​ວ່າ ມີ 212,000 ຄົນ ​ໄດ້​ຖືກຕັດຂາດຈາກ​
ໂລກ​ພາຍ​ນອກ​ນັ້ນ ແມ່ນເປັນ​ຈຳນວນທີ່​ຕໍ່າ​ເກີນໄປ ​ແລະສະ ຫະ​ປະຊາ​ຊາດ ບໍ່ໄດ້ໃຫ້​
ຄວາມ​ສົນ​ໃຈຢ່າງເຕັມທີ່ ​ຕໍ່​ວິ​ກິດ​ການນີ້. ​ມີຊາວ​ຊີ​ເຣຍ ເກືອ​ບ 5 ລ້ານ​ຄົນ​ ພາກັນອາໄສ
​ຢູ່ໃນ​ເຂດ​ທີ່ຍາກລໍາບາກຈະ​ເຂົ້າ​ໄປເຖິງໄດ້.

ທ່ານ​ນາງ Amos ກ່າວ​ວ່າ ຄວາມຄາດຫວັງໃນການມີອາຍຸຍືນຂອງ​ຊາວ​ຊີ​ເຣຍ ແມ່ນກະ
ວ່າ 20 ປີ ໜ້ອຍ​ກວ່າ​ຕອນທີ່ບັນຫາຂັດແຍ້ງເລີ້ມ​ຂື້ນ ຄົນ​ຫວ່າງ​ງານ​ແມ່ນເກືອບ 60 ​ເປີ​
ເຊັນ ​ແລະ​ເກືອບ​ສອງ​ສ່ວນ​ສາມ​ຂອງ​ພົນລະ​ເຮືອນ ດຳລົງຊີ ວິດຢູ່​ພາຍ​ໃຕ້​ຄວາມທຸກ​ຍາກ​
ລຳບາກທີ່​ສຸດ ​ໃນ​ຂະນະ​ທີ່​ຊາວຊີ​ເຣຍຫລາຍ​ກວ່່າ​ 220,000 ​ໄດ້​ຖືກ​ຂ້າ​ຕາຍ.

UN Syria
please wait
Embed

No media source currently available

0:00 0:01:33 0:00

XS
SM
MD
LG