ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່​ ສປຊ ​ປະນາມ ​ການ​ສັງຫານ ທີ່​ປຶກສາ ​ທາງ​ກົດໝາຍ ​ພັກລັດຖະບານ ມຽນມາ ​


ຜູ້ຄົນພາກັນໄປໄວ້ທຸກ ທ່ານ Ko Ni ໃນຂະນະທີ່ສົບຂອງທ່ານ ຖືກນຳໄປທີ່ສຸສານ ໃນນະຄອນຢາງກຸ່ງມຽນມາ, 30 ມັງກອນ, 2017.
ຜູ້ຄົນພາກັນໄປໄວ້ທຸກ ທ່ານ Ko Ni ໃນຂະນະທີ່ສົບຂອງທ່ານ ຖືກນຳໄປທີ່ສຸສານ ໃນນະຄອນຢາງກຸ່ງມຽນມາ, 30 ມັງກອນ, 2017.

ເຈົ້າ​ໜ້າ​ທີ່​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ປະນາມ​ການ​ສັງຫານທີ່​ປຶກສາ​ທາງ​ກົດໝາຍ
ຂອງ​ພັກລັດຖະບານມຽນມາ ​ແລະ​ຮຽກຮ້ອງ​ໃຫ້​ມີການ​ສືບສວນ “​ທີ່​ເໝາະ​ສົມ ບໍ່​ເຂົ້າ
ຂ້າງ​ອອກ​ຂາ”
ຕໍ່​ຄະດີການ​ສັງຫານດັ່ງກ່າວ​ນີ້.

ທ່ານ Ko Ni ສະມາຊິກ​ຄົນ​ສຳຄັນ​ຂອງ​ກຸ່ມ​ມຸສລິ​ມສຽງ​ສ່ວນ​ນ້ອຍ​ຂອງ​ມຽນມາ ​ໄດ້​ຖືກ​ຍິງ​ຕາຍ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່​ທ່າ​ນລໍຖ້າ​ລົດ​ເທັກ​ຊີຢູ່​ຂ້າງ​ນອກ​ສະໜາມ​ບິນ​
ນາໆ​ຊາດໃນນະຄອນ​ຢ່າງ​ກຸ້ງ. ທ່ານ​ຫາ​ກໍ​ກັບຄືນສູ່​ມຽນມາ ​ຈາກການ​ເດີນທາງ​ໄປຕ່າງປະ​ເທດ.

ຄົນ​ຂັບ​ລົດ​ເທັກ​ຊີ ​ກໍໄດ້​ຮັບ​ການ​ບາດ​ເຈັບ​ຈາ​ກການ​ໂຈມ​ຕີ​ຄັ້ງ​ນີ້. ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມື​ປືນ ​
ໄດ້​ຖືກ​ຈັບ​ກຸມ​ແລ້ວ.

“ຂ້າພະ​ເຈົ້າ​ຕົກ​ໃຈ ກ່ຽວ​ກັບ​ການ​ຍິງ​ສັງຫານຄັ້ງ​ນີ້ ຕໍ່​ຜູ້​ທີ່​ໄດ້​ຮັບການ​ຍົກຍ້ອງ ​ແລະ​ບໍ່​ມີ​ເຫດຜົນ​ເລີຍ ຜູ້​ຊຶ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​ພົບ​ປະ ໃນ​ຕອນ​ທີ່​ຂ້າ​ພະເຈົ້າ​ໄປ​ຢ້ຽມຢາມ​ປະ​ເທ​ດ
ຊຶ່ງ​ຮວມທັງ​ການ​ຢ້ຽມຢາມ​ຄັ້ງ​ຫຼ້າ​ສຸດ​ປະມານ​ສັບປະດາຜ່ານ​ມາ​ນີ້,”
ຊຶ່ງ​ນັ້ນ​ແມ່ນ​ການ
ກວ່າຂອງ​ທ່ານນາງ Yanghee Lee ຜູ້​ລາຍ​ລາຍ​ງານ​ພິ​ເສດຂອງ​ອົງການ​ສະຫະປະຊາ​
ຊາດ ​ກ່ຽວ​ກັບສະຖານະ​ການ​ສິດທິມະນຸດ​ໃນ​ມຽນມາ.

ທ່ານ​ນາງ ​ໄດ້​ກ່າ​ວ່າ ການ​ຕາຍ​ຂອງ​ເພິ່ນ ​ແມ່ນ​ເປັນ​ “ການສູນ​ເສຍ​ຢ່າງ​ໃຫຍ່​ຫຼວງຂອງ​
ຜູ້​ປົກປ້ອງສິດທິມະນຸດ ​ແລະ​ສຳ​ຫຼັບ​ມຽນມາ.”

​ໂຄສົກ​ຂອງ​ປະທານາທິບໍດີ​ມຽນມາ ​ໄດ້​ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ ​ໃນ​ການ​ໂຈມ​ຕີ​ຄັ້ງ​ນີ້
​ແມ່ນ​ກຳລັງ​ຢູ່​ໃນ​ການ​ສືບສວນ​ຢູ່. ຍັງ​ບໍ່​ທັນ​ມີ​ສາ​ເຫດ​ຂອງ​ການ​ຍິງ​ຄັ້ງ​ນີ້​ເທື່ອ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG