ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ ສ​ປ​ຊ ກ່າວ​ວ່າ ໃຊ້​ຄວາມ​ປະ​ສົງ​ຂອງ​ກຸ່ມ​ຕາ​ລີ​ບານ ທີ່​ຢາກ​ໃຫ້​ສາ​ກົນ​ຮັບ​ຮູ້ ເປັນ​ເຄື່ອງ​ຕໍ່​ລອງ


​ແຟ້ມ - ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ອາ​ມີ​ນາ ໂມ​ຮຳ​ເໝັດ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ຢູ່​ທີ່ Victoria Falls ປະ​ເທດ​ຊິມ​ບັບ​ເວ ເມື່ອ​ວັນ​ທີ 25 ກຸມ​ພາ 2020. (Columbus Mavhunga/VOA)
​ແຟ້ມ - ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ອາ​ມີ​ນາ ໂມ​ຮຳ​ເໝັດ ກ່າວ​ຄຳ​ປາ​ໄສ ຕໍ່​ກອງ​ປະ​ຊຸມ​ຢູ່​ທີ່ Victoria Falls ປະ​ເທດ​ຊິມ​ບັບ​ເວ ເມື່ອ​ວັນ​ທີ 25 ກຸມ​ພາ 2020. (Columbus Mavhunga/VOA)

ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາ​ອາ​ມີ​ນາ ໂມ​ຮຳ​ເໝັດ ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ຊ່ອງ​ທາງ​ໃນ​ການ​ຊັກ​ຈູງ​ທີ່​ດີ​ທີ່​ສຸດ​ ຂອງ​ປະ​ຊາ​ຄົມ​ສາ​ກົນ ​ທີ່​ຈະ​ຊັກ​ຊວນ​ໃຫ້​ພວກ​ຕາ​ລີ​ບານ​ຕ່າວ​ປີ້ນ​ໃນ​ການ​ຈຳ​ກັດ​ຮັດ​ແຄບ​ຕໍ່​ສິດ​ທິ​ແມ່​ຍິງ ​ໃນ​ອັ​ຟ​ກາ​ນິ​ສ​ຖານ ກໍ​ຄື​ຄວາມ​ປະ​ສົງ​ຂອງ​ກຸ່ມ​ດັ່ງ​ກ່າວ ຢາກ​ໃຫ້​ສາ​ກົນ​ຮັບ​ຮູ້.

“ຂ້າ​ພະ​ເຈົ້າ​ເດີນ​ທາງ​ໄປ​ອັ​ຟ​ກາ​ນິ​ສ​ຖານ​ຄິດ​ວ່າ​ບາງ​ທີ​ພວກ​ຜູ້​ນຳ​ຕາ​ລີ​ບານ ບໍ່​ໄດ້​ສົນ​ໃຈ​ກ່ຽວ​ກັບ​ການ​ຮັບ​ຮູ້ ພວກ​ເຂົາ​ສົນ​ໃຈ” ທ່ານ​ນາງ​ໂມ​ຮຳ​ເໝັດ ກ່າວ​ຕໍ່​ພວກ​ນັກຂ່າວກ່ຽວ​ກັບ​ການ​ເດີນ​ທາງ​ໄປ​ທີ່ນັ້ນ. “ການ​ຮັບ​ຮູ້​ແມ່ນ​ນຶ່ງ​ໃນ​ອຳ​ນາດ​ງັດ​ງ້າງ​ທີ່​ພວກ​ເຮົາ​ມີ ແລະ​ກໍ​ຄວນ​ຖືກ​ນຳ​ມາ​ໃຊ້.”

ຮອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ໄດ້​ເດີນ​ທາງ​ກັບ​ຄືນ​ມາ​ ຈາກ​ການ​ໄປ​ຢ້ຽມ​ຢາມ​ເປັນ​ເວ​ລາ 2 ອາ​ທິດທີ່​ໄດ້​ນຳ​ພາ​ທ່ານ​ນາງ​ແລະ​ຄະ​ນະ​ຜູ້​ແທນ ຮວມ​ທັງ​ຫົວ​ໜ້າ​ແມ່​ຍິງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ຮອງ​ຫົວ​ໜ້າ​ຮັບ​ຜິດ​ຊອບ​ທາງ​ດ້ານ​ການ​ເມືອງ​ແລະ​ການ​ສ້າງ​ຄວາມ​ສະ​ຫງົບໄປ​ຍັງຫຼາຍໆ​ປະ​ເທດ​ອິ​ສ​ລາມ ຕະ​ຫລອດ​ທັງ​ເມືອງ​ຕ່າງໆ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ຮວມ​ທັງນະ​ຄອນ​ຫຼວງ​ກາ​ບູ​ລ ການ​ດາ​ຮາ ແລະ​ເຮ​ຣາດ. ທ່​ານ​ນາງ​ຍັງ​ໄດ້​ພົບ​ປະ​ກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ຮາ​ມິດ ກາ​ຊາຍ ແລະ ​ອະ​ດີດ​ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ທ່ານ​ອັບ​ດູ​ລ​ລາ ອັບ​ດູ​ລ​ລາ.

ທ່ານ​ນາ​ງ​ກ່າວ​ວ່າ ມັນ​ເປັນ​ທີ່​ຈະ​ແຈ້ງວ່າ ​ກຸ່ມ​ຕາ​ລີ​ບານ​ຕ້ອງ​ການໆ​ຮັບ​ຮູ້ ໂດຍ​ແຈ້ງ​ໃຫ້​ທ່ານ​ນາງ​ຊາບ​ວ່າ ພວກ​ເຂົາ​ໄດ້​ມອງ​ເບິ່ງ​ການ​ບັນ​ລຸ​ຜົນ​ຂອງ​ພວກ​ເຂົາ​ ໂດຍ​ອ້າງວ່າ​ໄດ້​ລຶ​ບ​ລ້າງ​ການ​ສໍ້​ລາດ​ບັງ​ຫຼວງແລະ​ຢຸດ​ເຊົາ​ການ​ປູກ​ຝິ່ນ​ໃນ​ຂະ​ນະ

ທີ່​ທຳ​ການ​ໃຫ້​ອະ​ໄພ​ຍະ​ໂທດ​ທົ່ວ​ໄປ. ແຕ່​ແນວ​ໃດ​ກໍ​ຕາມ ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ເດືອນ​ພະ​ຈິກ​ພົບ​ວ່າ ຂົງ​ເຂດ​ທີ່​ປູກ​ຝິ່ນ​ໄດ້​ເພີ້ມ​ຂຶ້ນ ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ຕາ​ລີ​ບານ.

“ທັງ​ໝົດ​ນີ້ ພວກ​ເຮົາ​ກ່າວ​ວ່າ ມັນ​ບໍ່​ພຽງ​ພໍ​ເມື່ອ​ເວົ້າ​ເຖິງ​ເງື່ອນ​ໄຂ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ" ທ່ານ​ນາງ​ໂມ​ຮຳ​ເໝັດ​ບອກວ່າ ທ່ານ​ນາງ​ກ່າວ​ຕໍ່​ພວກ​ເຂົາ​ຈັ່ງ​ຊັ້ນ.

ທ່ານ​ນາງ​ໂມ​ຮຳ​ເໝັດ ຊຶ່ງ​ເປັນ​ມຸ​ສ​ລິມ ກ່າວ​ວ່າ ນຶ່ງ​ໃນ​ການ​ທ້າ​ທາຍ​ທີ່​ໃຫຍ່​ທີ່​ສຸດ ໃນ​ການ​ຮັບ​ມື​ກັບ​ກຸ່ມ​ດັ່ງ​ກ່າວ​ “ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ຜູ້​ນຳ​ແລະ​ຕໍ່​ປະ​ເທດ” ກໍ​ແມ່ນ​ວ່າ​ຈະ​ນຳ​ເອົາ​ພວກ​ເຂົາ “ຈາກ​ສັດ​ຕະ​ວັດ​ທີ 13 ມ​າ​ສູ່​ສັດ​ຕະ​ວັດ​ທີ 21” ໄດ້​ແບບ​ໃດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG