ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ອະວຸໂສ ສປຊ ໄປຢ້ຽມຢາມ ເກົາຫຼີເໜືອ ໃນອາທິດນີ້


ເຈົ້າໜ້າທີ່ສະຫະປະຊາຊາດ ທ່ານ​ແຈັບຟຣີ ​ແຟລຕ​ແມນ ຖະແຫລງຕໍ່ກອງປະຊຸມນັກຂ່າວ.
ເຈົ້າໜ້າທີ່ສະຫະປະຊາຊາດ ທ່ານ​ແຈັບຟຣີ ​ແຟລຕ​ແມນ ຖະແຫລງຕໍ່ກອງປະຊຸມນັກຂ່າວ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສະຫະ​ປະຊາ​ຊາດ​ຄົນ​ນຶ່ງ ກຳ​ລັງເດີນທາງ​ ໄປ​ເກົາຫລີ​ເໜືອ ​ເພື່ອ​ຊ່ວຍ
​ຫລຸດ​ຜ່ອນຄວາມ​ເຄັ່ງ​ຕຶງ ກ່ຽວກັບ ໂຄງການລະເບີດ​ນິວ​ເຄລຍ ​ທີ່ ເປັນຄວາມລັບແລະ​
ການ​ທົດ​ລອງ​ຕິດລູກສອນ​ໄຟຂອງລະບອບການປົກຄອງເກົາຫຼີເໜືອ.

ທ່ານ​ແຈັບຟຣີ ​ແຟລຕ​ແມນ ຮອງ​ເລຂ​າທິການ​ໃຫຍ່​ສະຫະ​ປະຊາດຮັບຜິດຊອບ ກ່ຽວ
ກັບ​ກິດຈະການຈດ້ານ​ການ​ເມືອງ ​ໄດ້​ເດີນທາງ​ໄປ​ພຽງ​ຢາງ​ໃນ​ວັນ​ອັງຄານ​ມື້​ນີ້ ຫລັງ​
ຈາກ​ໄດ້​ຢຸດ​ແວ່​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ​ນຶ່ງ​ມື້ກ່ອນ​ໜ້າ​ນັ້ນ. ​ໂຄສົກຂອງ​ອົງການ​ສະຫະ​
ປະຊາ​ຊາດ ທ່ານສະແຕັບ​ຟານ ດຸ​ຈາຣຣິກ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ແຟລ​ຕແມນ
ຈະຫາລືກ່ຽວກັບ “ບັນຫາ​ຕ່າງໆ ທີ່ທັງສອງຝ່າຍມີ ຜົນ​ປະ​ໂຫຍດ ແລະ​ມີຄວາມເປັນ
ຄວາມ​ເປັນ​ຫ່ວງ” ກັບ​ລັດຖະມົນຕີ​ຕ່າງປະ​ເທດ ນີ ຢົງ ​ໂຮ ​ແລະ​ ຮອງ​ລັດຖະມົນຕີ ມີຍົງ
ກຸກລະຫວ່າງ​ການ​ຢ້ຽມຢາມ​ຂອງ​ທ່ານ​ທີ່​ຈະສິ້ນສຸດລົງ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້.

ການ​ຢ້ຽມຢາມ​ຂອງ​ທ່ານ​ແຟລຕ​ແມນ ​ມີຂຶ້ນ​ນຶ່ງ​ອາທິດ​ຫຼັງ​ຈາກ​ພຽງ​ຢາງ​ປະກາດວ່າ​ຕົນ
​ໄດ້​ປະສົບ​ຜົນ​ສຳ​ເລັດ​ໃນການ​ທົດ​ລອງ​ຢິງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະວີບຊະນິດ
ໃໝ່ ທີ່​ສາມາດ​ຍິງເຖິງແຜ່ນດິນ​ໃຫຍ່ສະຫະລັດ. ການຍິງທົດລອງດັ່ງກ່າວໄດ້ສ້າງຄວາມ
ເຄັ່ງຕຶງ ໂດຍເຮັດໃຫ້ການກ່າວໂຈມຕີກັນ ລະຫວ່າງລະບອບການປົກຄອງດັ່ງກ່າວ ​ແລະ​ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ທີ່ດຳເນີນມາເປັນເວລາຫຼາຍເດືອນແລ້ວນັ້ນ ເພີ້ມທະວີ
ຂຶ້ນຕື່ມ.

ທ່ານ​ດຸ​ຈາຣຣິກ ກ່າວ​ວ່າ ​ພຽງ​ຢາງ​ໄດ້​ທຳ​ການ​ເຊື້ອ​ເຊີນ​ທ່ານ​ແຟລ​ຕແມ​ນ ​ໃຫ້ໄປຢ້ຽມ
ຢາມ​ໃນ​ເດືອນ​ກັນຍາ ລະ​ຫວ່າງ​ການ​ເຕົ້າ​ໂຮມ​ປະຈຳ​ປີ​ຂອງ​ບັນດາ​ຜູ້ນຳ​ໂລກ​ທີ່ກອງ
ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ.

ທ່ານ​ແຟລຕ​ແມ​ນ ຍັງ​ຈະ​ພົບ​ປະ​ກັບ​ບັນ​ດາ​ຫົວໜ້າ​ໂຄງ​ການມະນຸດສະທຳ​ຕ່າງໆ​ຂອງ
ສະຫະ​ປະຊາ​ຊາດ ທີ່​ກຳລັງ​ປະຕິບັດ​ງານ​ຢູ່​ໃນ​ເກົາຫລີ​ເໜືອ ຮວມ​ທັງ ​ອົງການ​ຢູນີແຊ​ຟ
ອົງການ​ອະນາ​ໄມ​ໂລກ ​ແລະ​ກອງ​ທຶນ​ພົນລະ​ເມືອງ​ສະຫະ​ປະຊາ​ຊາດ. ​ແຕ່​ ທ່ານດຸ​
ຈາຣຣິກ ບໍ່​ໄດ້ແຈ້ງໃຫ້ຊາບ​ວ່າ ທ່ານ​ແຟລ​ຕແມນ ຈະ​ພົບ​ປະ​ກັບ​ຜູ້ນຳ​ເກົາຫລີ​ເໜືອ
ທ່ານກິມ ຈົງ ອຸນລະຫວ່າງ​ການ​ຢ້ຽມຢາມຂອງ​ທ່ານຫລືບໍ່.

ທ່ານ​ແຟລຕ​ແມນ ອະດີດ​ເຈົ້າ​ໜ້າ​ທີ່​ກະຊວງ​ຕ່າງປະ​ເທດສະຫະລັດ ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນ​
ສູງ​ຄົນ​ທຳ​ອິດ​ຂອງ​ສະຫະ​ປະຊາ​ຊາດ ທີ່​ຈະເດີນທາງ​ໄປ​ເກົາຫລີ​ເໜື​ອ ນັບ​ແຕ່​ຫົວໜ້າ
ດ້ານ​ມະນຸດ​ສະ​ທໍາໃນເວລານັ້ນ ທ່ານ​ນາງ​ວາ​ເລຣີ ອາ​ໂມ​ສ ​ໄດ້​ເດີນທາງໄປຢ້ຽມຢາມ
ໃນ​ປີ 2011. ຜູ້ດຳລົງຕຳແໜ່ງ ກ່ອນໜ້າ​ທ່ານ​ແຟລຕ​ແມນ ຄືທ່ານ​ນາງ​ລິນ ປາສ​ໂກ
​ໄດ້​ຢ້ຽມຢາມ​ໃນ​ປີ 2010.

ອ່່ານຂ່າວຍນີ້ເພີ້ມເປັນພາສາອັງກິດ

UN North Korea
please wait
Embed

No media source currently available

0:00 0:01:16 0:00

XS
SM
MD
LG