ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໒ ທັນວາ ໒໐໒໕

ຫ້ອງການແຫ່ງອົງການ ສປຊ ກ່າວວ່າ ຈີນ ມີການອ້າງອີງຂໍ້ມູນທີ່ຜິດ ຕໍ່ຫົວໜ້າໜ່ວຍງານທາງດ້ານສິດທິມະນຸດ


ໃນຮູບພາບທີ່ຖືກເຜີຍແຜ່ໂດຍອົງການສະຫະປະຊາຊາດນີ້,ຂ້າຫຼວງໃຫຍ່ທາງດ້ານສິດທິມະນຸດແຫ່ງອົງການສະຫະປະຊາຊາດ ທ່ານນາງມິແຊລ ບາເຊີເລ (ຜູ້ທີສອງ ແຕ່ຊ້າຍຫາຂວາ), ຈັດການປະຊຸມທາງອອນລາຍກັບ ທ່ານດູ ຮັງເຫວີຍ (Du Hangwei), ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງຈີນ (ໃນຈໍ computer ທາງເບື້ອງຂວາ).
ໃນຮູບພາບທີ່ຖືກເຜີຍແຜ່ໂດຍອົງການສະຫະປະຊາຊາດນີ້,ຂ້າຫຼວງໃຫຍ່ທາງດ້ານສິດທິມະນຸດແຫ່ງອົງການສະຫະປະຊາຊາດ ທ່ານນາງມິແຊລ ບາເຊີເລ (ຜູ້ທີສອງ ແຕ່ຊ້າຍຫາຂວາ), ຈັດການປະຊຸມທາງອອນລາຍກັບ ທ່ານດູ ຮັງເຫວີຍ (Du Hangwei), ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມໝັ້ນຄົງແຫ່ງຊາດຂອງຈີນ (ໃນຈໍ computer ທາງເບື້ອງຂວາ).

ຫ້ອງການຂ້າຫຼວງໃຫຍ່ເພື່ອສິດທິມະນຸດແຫ່ງອົງການສະຫະປະຊາຊາດ ທ່ານນາງມິ​ແຊລ ບາເຊີເລ (Michelle Bachelet) ໄດ້ມີການຊີ້ແຈງກ່ຽວກັບຄໍາປາໄສຂອງທ່ານ ໃນລະຫວ່າງການເດີນທາງໄປຢ້ຽມຢາມຈີນ ໃນປັດຈຸບັນ, ເຊິ່ງກ່າວວ່າ ຄວາມຄິດເຫັນຕ່າງໆຂອງທ່ານນາງ ຖືກອ້າງອີງແບບຜິດໆ ແລະມີລັກສະນະທີ່ບິດເບືອນ ໂດຍສື່ມວນຊົນຂອງລັດຖະບານຈີນ.

ກຸ່ມປົກ​ປ້ອງສິດທິມະນຸດກ່າວວ່າ ການອ້າງອີງຂໍ້ມູນທີ່ຜິດພາດນັ້ນ ສະທ້ອນໃຫ້ເຫັນເຖິງວົງກວ້າງ ກ່ຽວກັບຄວາມພະຍາຍາມຂອງລັດຖະບານຈີນທີ່ຈະເຮັດໃຫ້ ການຢ້ຽມ ຢາມໃນຄັ້ງນີ້ ເປັນໄປໃນທາງບວກ, ເຊິ່ງທ່ານນາງ ບາເຊີເລ ພະຍາ ຍາມຊອກຫາການປະຕິບັດທີ່ດີຂອງລັດຖະບານຈີນ ຕໍ່ຊົນກຸ່ມນ້ອຍຊາວວີເກີ ທີ່ອາໄສຢູ່ໃນຂົງເຂດຊິນຈຽງ ທາງທິດຕາເວັນຕົກສຽງເໜືອຂອງປະເທດຈີນ.

ໃນການຢ້ຽມຢາມເປັນເວລາ 6 ມື້, ເຊິ່ງຈະສິ້ນສຸດລົງໃນວັນເສົາທີ່​ຈະ​ມາ​ເຖິງນີ້ ຈະລວມມີເມືອງອູຣຸມ​ຈີ (Urumqi) ແລະເມືອງກາສກາ (Kashgar), ເຊິ່ງເປັນບ່ອນທີ່ ຈີນ ຖືກກ່າວຫາວ່າ ກໍ່ອາຊະຍາກໍາຕໍ່ມະນຸດຊາດ, ແລະມີການຂ້າລ້າງເຜົ່າພັນ ໂດຍບາງອົງກອນທາງດ້ານສິດທິມະນຸດແລະລັດຖະບານຂອງປະເທດ ຕ່າງໆ, ເຊິ່ງລວມເຖິງສະຫະລັດນໍາອີກດ້ວຍ. ປະເດັນດັ່ງກ່າວນີ້ ໄດ້ນໍາໄປສູ່ການລົງໂທດທາງດ້ານການທູດ ຕໍ່ກິລາໂອລິມປິກລະດູໜາວ ທີ່ຈັດຂຶ້ນໃນນະ ຄອນຫຼວງປັກກິ່ງເມື່ອຕົ້ນປີນີ້.

ຢູ່ໃນອີເມລ ທີ່ສົ່ງເຖິງ VOA, ໂຄສົກຂອງຫ້ອງການຂ້າຫຼວງໃຫຍ່ເພື່ອສິດທິມະນຸດແຫ່ງອົງການສະຫະປະຊາຊາດ ທ່ານນາງເອລິສຊາເບັດ ທຣັອສເຊລ (Elizabeth Throssell) ກ່າວວ່າ ທ່ານນາງບາເຊີເລ ໄດ້ “ກ່າວຍົກຍ້ອງຄວາມສໍາເລັດໃນການລຶບລ້າງຄວາມຍາກຈົນຂອງຈີນ,” ແຕ່ ທ່ານນາງບໍ່ໄດ້ “ຊື່ນຊົມກ່ຽວກັບຄວາມຄວາມພະຍາຍາມ ແລະຄວາມສໍາເລັດໃນການລຶບລ້າງຄວາມທຸກຍາກ, ການປົກປ້ອງສິດທິມະນຸດ, ພ້ອມທັງການເຂົ້າໃຈຢ່າງແຈ່ມແຈ້ງກ່ຽວກັບການພັດທະນາເສດຖະກິດ ແລະສັງຄົມ ຂອງຈີນ,” ອີງຕາມການລາຍງານຂອງສື່ມວນຊົນຈີນ ທີ່ອອກອາກາດໂດຍ CCTV.

Uyghur Genocide in China: What We Know About the Republic’s Concentration Camps
please wait

No media source currently available

0:00 0:04:28 0:00

ທ່ານນາງ ທຣັອສເຊລ ກ່າວຕໍ່ VOA ວ່າ “ທ່ານນາງບາເຊີເລ ກ່າວວ່າ ‘ຈີນ ມີບົດບາດທີ່ສໍາຄັນໃນສະຖາບັນພະຫຸພາຄີ,’” ແຕ່ ທ່ານນາງໄດ້ໂຕ້ແຍ້ງກ່ຽວກັບຄໍາບັນຍາຍເປັນພາສາອັງກິດ ທີ່ໄດ້ລາຍງານຢູ່ໃນ CCTV ວ່າ ທ່ານນາງ “ກ່າວຍົກຍ້ອງຕໍ່ບົດບາດສໍາຄັນຂອງຈີນ ໃນການສົ່ງເສີມນະໂຍບາຍພະຫຸພາຄີ.”

ສະຖານທູດ ຈີນ ຢູ່ໃນ ອີຣັກ ໄດ້ຂຽນຂໍ້ຄວາມຢູ່ໃນທະວິດເຕີ້ວ່າ “ທ່ານນາງ ບາບາເຊີເລ ໄດ້ສະແດງຄວາມຍິນດີກັບຈີນ ກ່ຽວກັບຄວາມສໍາເລັດທີ່ສໍາຄັນໃນດ້ານການພັດທະນາເສດ​ຖະກິດ, ສັງຄົມ, ແລະການປົກປ້ອງສິດທິມະນຸດ.”

ແຕ່ອີງຕາມລາຍງານຂອງທ່ານນາງທຣັສເຊລ, ທ່ານນາງບາເຊີເລ ໄດ້ກ່າວວ່າ “ພວກເຮົາຈະຫາລືກ່ຽວກັບບັນ​ຫາທີ່ລະອຽດອ່ອນ, ປະເດັນຕ່າງໆກ່ຽວກັບຄວາມສໍາຄັນທາງດ້ານສິດທິມະນຸດ, ແລະຂ້າພະເຈົ້າຫວັງວ່າ ການຢ້ຽມຢາມໃນຄັ້ງນີ້ ຈະຊ່ວຍໃຫ້ພວກເຮົາດໍາເນີນງານຮ່ວມກັນ ເພື່ອຄວາມກ້າວໜ້າທາງດ້ານສິດທິມະນຸດຢູ່ໃນ ຈີນ ແລະໃນທົ່ວໂລກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG