ໃນຂະນະປະຫວັດທີ່ບໍ່ດີ ໃນການເຄົາລົບນັບຖືສິດທິມະນຸດຂອງເກົາຫລີເໜືອໄດ້ຖືກ ບົດບັງດ້ວຍການທ້າທາຍໃນການທົດລອງອາວຸດນິວເຄລຍແລະລູກສອນໄຟຂີປະນາ ວຸດ ອົງການສະຫະປະຊາຊາດກໍຍັງສືບຕໍ່ເກັບກຳຫລັກຖານຕ່າງໆທີ່ຈຳເປັນເພື່ອຟ້ອງ ຮ້ອງດຳເນີນຄະດີ ກິມຈົງອຸນ ຜູ້ນຳຂອງເກົາຫຼີເໜືອແລະການນຳ ພາຂອງຜູ້ກ່ຽວ ໃນການກໍ່ໂທດກຳຕ້ານມະນຸດຊາດ.
ໃນປີ 2014 ຄະນະກຳມາທິການສືບສວນຫຼື COI ກ່ຽວກັບການລະເມີດສິດທິມະນຸດ ໃນເກົາຫຼີເໜືອ ໄດ້ອອກລາຍງານສະບັບນຶ່ງກ່ຽວກັບຕາໜ່າງຄຸມຂັງພວກ ນັກໂທດ ການເມືອງຢູ່ໃນປະເທດທີ່ມີທັງໝົດ 120,000 ຄົນແລະລາຍຊື່ໃນການ ກໍ່ໂທດກຳ ຕ່າງໆທີ່ຮວມທັງການກຳຈັດ ການຄາດຕະກຳ ການໃຊ້ເປັນຂ້າທາດ ການທໍລະມານ ການຈຳຄຸກ ການຂົ່ມຂືນສຳເລົາ ການບັງຄັບໃຫ້ແທ້ງລູກ ແລະການລ່ວງລະເມີດທາງ ເພດແບບຮຸນແຮງອື່ນໆ.
ລາຍງານດັ່ງກ່າວ ຍັງຮຽກຮ້ອງໃຫ້ອົງການສະຫະປະຊາຊາດ ສົ່ງເລື້ອງຜູ້ນຳເກົາຫຼີເໜືອ ໄປໃຫ້ສານອາຍານາໆຊາດ ຫຼື ICC ເພື່ອດຳເນີນຄະດີໃນການກໍ່ໂທດກຳຕ້ານມະນຸດຊາດ.
ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ໄດ້ລົງຄະແນນສຽງໃຫ້ການສະໜັບ ສະໜຸນຕໍ່ການສະເໜີແນະດັ່ງກ່າວ ແຕ່ມາດຕະການດັ່ງກ່າວໄດ້ ຕົກຄ້າງບໍ່ໄປບໍ່ມາຢູ່ໃນສະພາຄວາມໝັ້ນຄົງ ບ່ອນທີ່ພັນທະມິດຂອງເກົາຫລີເໜືອເຊັ່ນຈີນແລະຣັດເຊຍ ມີທ່າ ທາງວ່າ ຈະໃຊ້ສິດຢັບຢັງຕໍ່ມາດຕະການນີ້ຖ້າ ຫາກມີການນຳເອົາຂຶ້ນມາລົງຄະແນນສຽງກັນ.
ແຕ່ການດຳເນີນງານຍັງດຳເນີນຕໍ່ໄປ ໂດຍບັນດາກຸ່ມປົກປ້ອງສິດທິມະນຸດນາໆຊາດ ແລະອົງການຂ້າຫລວງໃຫຍ່ດ້ານສິດທິມະນຸດສະຫະປະຊາຊາດເພື່ອດຳ ເນີີນການທາງ ດ້ານກົດໝາຍຕໍ່ພວກເຈົ້າໜ້າທີ່ເກົາຫລີເໜືອ ຖ້າຫາກເວລາໃດລັດຖະບານກິມຈົງອຸນພັງທະລາຍລົງຫລືພວກເຈົ້າໜ້າທີ່ຂອງລັດຖະບານເປັນຜູ້ ຮັບຜິດຊອບໃນການດຳເນີນການທາງກົດໝາຍນັ້ນ.