ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ເອເຊຍຕາເວັນອອກ ກໍາລັງຕິດຕາມເບິ່ງການຮັບຮອງຂອງ IAEA ຕໍ່ແຜນການປ່ອຍນໍ້າເປື້ອນ ຈາກ​ໂຮງ​ໄຟ​ຟ້າ​ຟູ​ກູ​ຊິ​ມະ

ທ່ານຣາຟາເອລ ກຣອສຊີ, ເລຂາທິການໃຫຍ່ຂອງອົງການ IAEA, ຊ້າຍ, ນໍາສະເໜີບົດລາຍງານທີ່ກວມລວມຂອງອົງການ IAEA ກ່ຽວກັບແຜນການຂອງນາຍົກລັດຖະມົນຕີຍີ່ປຸ່ນ ສໍາລັບການປ່ອຍນໍ້າທີ່ໄດ້ຮັບການບໍາບັດແລ້ວ ຈາກໂຮງໄຟຟ້ານິວເຄລຍຟູກູຊິມະທ່ານຟູມິໂອະ ກິຊິດະ ຢູ່ທີ່ສໍານັກງານນາຍົກ, ວັນທີ 4 ກໍລະກົດ2023, ໂຕກຽວ.

ອົງການພະລັງງານປະລະມາ​ນູສາກົນຫຼື IAEA ໄດ້ສະເໜີໃຫ້​ການຮັບຮອງ​ຂັ້ນ​ສຸດ​ທ້າຍ ຕໍ່ແຜນການຂອງຍີ່ປຸ່ນ ທີ່​ຈະປ່ອຍນໍ້າທີ່​ໄດ້​ຮັບ​ການບຳ​ບັດ​ແລ້ວ ​ຈາກ​ໂຮງ​ໄຟ​ຟ້ານິວເຄລຍຟູກູຊິມະ ໄດອິຈິ (Fukushima Daiichi) ທີ່ເປ່ເພ, ລົງສູ່ມະຫາສະໝຸດປາຊີຟິກ.

ມັນເປັນການເຄື່ອນໄຫວທີ່ໂຕກຽວ ຫວັງວ່າ ຈະຊ່ວຍຫຼຸດຄວາມກັງວົນຂອງບັນ ດາປະເທດພັນທະມິດ ຢູໃນພູມິພາກ ແລະປະຊາຊົນຂອງພວກເຂົາເຈົ້າເອງ ເຊິ່ງລວມມີຊາວ​ປະ​ມົງ ທີ່ຕໍ່ຕ້ານກ່ຽວກັບກໍລະນີດັ່ງກ່າວນີ້ ຢ່າງແຂງຂັນ.

ຈາກໂຕກຽວ ໃນວັນອັງຄານວານນີ້, ເລຂາທິການໃຫຍ່ຂອງອົງການ IAEA ທ່ານຣາຟາເອລ ກຣອ​ສຊີ (Rafael Grossi) ກ່າວວ່າ ການສະເໜີແຜນການຂອງຍີ່ປຸ່ນ ແມ່ນສອດຄ່ອງກັບຄວາມປອດໄພຂັ້ນພື້ນຖານຂອງອົງການ ດ້ວຍ “ຄວາມຄາດຫວັງວ່າ ຈະມີຜົນກະທົບທາງລັງສີຕໍ່ສິ່ງແວດລ້ອມພຽງເລັກນ້ອຍ, ໝາຍເຖິງນໍ້າ, ປາ ແລະດິນຕົມ.”

ທ່ານກຣອສຊີ ໄດ້ນຳ​ສ​ະ​ເໜີບົດທົບທວນ ​ຂັ້ນສຸດທ້າຍ ທີ່ໄດ້ເລີ້ມມີການຮ້ອງຂໍ ຈາກລັດຖະບານໂຕກຽວໃນປີ 2021, ຕໍ່ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທ່ານຟູມິໂອະ ກິຊິດະ ທີ່ຈະເປັນຜູ້ຕັດສິນໃຈຄັ້ງສຸດທ້າຍວ່າ ໄວປານໃດທີ່ການປ່ອຍ​ນ້ຳ ເຊິ່ງ​ເປັນ​ບັນ​ຫາໂຕ້​ຖຽງກັນນີ້ ຈະເລີ້ມຕົ້ນຂຶ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG