ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງ​ປະຊຸມ​ນິວ​ເຄລຍ ທີ່ສະຫະ​ປະຊາ​ຊາດ


ຄາດ​ວ່າ ປະທານາທິບໍດີ Mahmoud Ahmadinejad ​ແຫ່ງ​ອິຣ່ານ ຈະນຳ​ສະ​ເໜີ ​ເຫດຜົນ​ແລະ​ຂໍ້​ໂຕ້​ແຍ້​ງ ຂອງ​ປະ​ເທດ​ຂອງ​ທ່ານ ສຳລັບ​ໂຄງການ​ນີວ​ເຄລຍ​ ໃນ​ລະຫວ່າງການ​ກ່າວ​ປາ​ໄສ​ ຕໍ່​ນັດ​ທຳ​ອິດ​ຂອງ​ກອງ​ປະຊຸມ​ວ່າ​ດ້ວຍ​ສົນທິສັນຍາ​ຫ້າມ​ແຜ່ຜາຍ​ອາວຸດ​ນິວ​ເຄລຍ ​ໃນ​ມື້​ນີ້.

ທ່ານ Ahmadinejad ​ເດີນທາງ​ໄປ​ຮອດ​ນະຄອນ​ນິວຢອກ​ໃນ​ຕອນ ເຊົ້າ​ວັນ​ຈັນ​ມື້​ນີ້ ​ແລະ​ຄາດ​ວ່າ​ທ່ານ​ຈະ​ນຳສະ​ເໜີ​ການ​ປ່ຽນ​ແປງ​ຫລາຍ ຢ່າງໃນສົນທິສັນຍາ​ ຕລອດ​ທັງ​ຈະ​ທຳ​ການ​ເຍາະ​ເຍີ້​ຍຄວາມ​ພະຍາຍາມ​ຕ່າງໆ​ຂອງ​ນາໆ​ຊາດທີ່​ນຳພາ​ໂດຍສະຫະລັດ​ ​ເພື່ອ​ຈະ​ທຳ​ການ​ລົງ​ໂທ​ດ ຮອບ​ໃໝ່​ຕໍ່​ປະ​ເທດ​ຂອງ​ທ່ານ ຍ້ອນ​ການ​ຫລອມ​ທາ​ດຢູ​ເຣ​ນຽມຂອງ​ຕົນ​ນັ້ນ.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ທ່ານ​ນາງ​ຮີນ​ລາ​ຣີ ຄລິນ​ຕັນໄດ້​ກ່າວ​ອອກ​ມາ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ຜູ້ນຳ​ອິຣ່ານຈະພະຍາຍາມ ​ຫັນ​ເຫ​ຄວາມ​ສົນ​ໃຈ​ຂອງ​ຜູ້​ຄົນ​ ອອກ​ຈາກ​ການ​ທ່ີ​ປະ​ເທດ​ຂອງ​ທ່ານ​ບໍ່​ຍອມ​ປະຕິບັດ​ຕາມ​ ສົນທິສັນຍາ​ວ່າ​ດ້ວຍ​ການ​ຫ້າມ​ແຜ່ຜາຍ​ອາວຸດນິວເຄລຍນັ້ນ.

ເປັນ​ທີ່​ຄາດກັນ​ວ່າ ທ່ານ​ນາງ​ຮີນ​ລາຣີ ​ກໍ​ຈະ​ກ່າວ​ຄຳ​ປາ​ໄສໃນ​ຕອນໄຂ​ກອງ​ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້​ ເຊັ່ນ​ກັນ​ ທ່ີ​ສຳນັກງານ​ໃຫຍ່​ອົງການສະຫະ​ປະຊາ​ຊາດ​ ທ່ີ​ນະຄອນ​ນີວຢອກ​ນັ້ນ.

189 ປະ​ເທດທີ່​ລົງ​ນາມ​ຮັບຮອງ​ເອົາ​ສົນທິສັນຍາດັ່ງກ່າວ ​ເຕົ້າ​ໂຮມ​ກັນ​ໃນ​ທຸກໆ 5 ປີ ​ເພື່ອ​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ ​ເຣື່ອງການ​ປະຕິບັດ ​ຕາມ​ ແລະ​ເສີມ​ສ້າງ​ໃຫ້​ສົນທິສັນຍາ​ແຂງ​ແຮງ​ຂຶ້ນ ຊຶ່ງ​ມີ​ວັດຖຸ​ປະສົງເພື່ອ​ສະກັດ​ກັ້ນ​ການ​ແຜ່​ຜາຍ​ພວກ​ອາວຸດ​ນີວ​ເຄລຍນັ້ນ.

XS
SM
MD
LG