ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຫົວໜ້າ ນິວເຄລຍ ສປ​ຊ ຫວັງວ່າ ການເຈລະຈາ ກັບ ອີຣ່ານ ຈະສ້າງ ຜົນດີ (ວີດີໂອ)


UN Nuclear Chief Hopeful Iran Talks Bring 'Concrete Results'
please wait

No media source currently available

0:00 0:03:40 0:00
ລິງໂດຍກົງ
ຫົວໜ້າ​ນິວ​ເຄລຍ ສະຫະ​ປະຊາ​ຊາດ ທ່ານ Yukiya Amano
ກໍາລັງ​ຢູ່ ປະ​ເທດ​ອີຣ່ານ ​ ​ເພື່ອການ​ເຈລະຈາເທຶ່ອຫລ້າ​ສຸດໃນ​
ຫຼາຍໆ​ບັ້ນ ເພື່ອ​ຕອບ​ຄໍາ​ຖາມ​ຂອງ​ໂລກກ່ຽວ​ກັບໂຄງການ​ນິວ​
ເຄລຍຂອງ​ປະ​ເທດ. ​

ການ​ປະຊຸ​ມຂອງ​ທ່ານ ກັບບັນດາ​ເຈົ້າ​ໜ້າ​ທີ່​ໃນ​ວັນ​ຈັນ​ມື້​ນີ້ ທີ​
ນະ​ຄອນ​ເຕ​ຫະຣ່ານ ຕິດຕາມ​ມາ​ຫລາຍ​ມື້ ດ້ວຍການ​ເຈລະຈາ
​ ທີ່​ເປັນ​ອິດ​ສະລະ ລະຫວ່າງ ອີຣ່ານ ​ແລະ​ ປະ​ເທດ​ມະຫາ​ອໍາ
ນາດ​ກຸ່ມ​ນຶ່ງ ​ແມ່ນຍັງແນ່​ໃສ່​ການ​ຄ້ຳປະກັນ ວ່າ ອີຣ່ານ ຈະບໍ່​
ພັດທະນາ​ ອາວຸດ​ນິວ​ເຄລຍ.

ທ່ານ​ A​mano ກ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ສະຫະ​ປະຊາ​ຊາດ
​ແມ່ນພະຍາຍາມ​ກໍ່​ຕັ້ງ ຢູ່​ໃນ​ຂໍ້​ສະ​ເໜີ​ຂອງ ອີຣ່ານ ທີ່​ໄດ້​ເຮັດ​ໃນ​
ເດືອນ​ແລ້ວ​ນີ້ ກັບ​ອັນ​ທີ່​ທ່ານ​ຮ້ອງວ່າ “ມາດ​ຕະການທີ່​ປະຕິບັດ
​ໄດ້” ​ເພື່ອ​ຮັດ​ແໜ້ນ​ການ​ຮ່ວມ​ມືກັນ. ທ່ານອາມາ​ໂນ​ກ່າວ​ວ່າ
“ຂ້າພະ​ເຈົ້າ ຫວັງວ່າ ການເຈລະຈາ ທີ່​ຈະ​ມີຂື້ນ ຈະ​ສ້າງຜົນ
ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນ​ໜາວ່າ ພວກ​ເຮົາ​ຈະ​ກ້າວ​ໄປ​ໜ້າ​ຢ່າງ​
ໃດ ​ເພື່ອ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຄ້າງ​ຄາ​ຢູ່ ​ເພື່ອ​ຄໍ້າ​ປະກັນ​ວ່າ ​ໂຄງການ​ອາວຸດນິວ​ເຄລຍ
ອີຣ່ານ ​ແມ່ນມີ​ສະ​ເພາະ​ຈຸດປະສົງ ​ໃນທາງ​ສັນຕິ​ເທົ່າ​ນັ້ນ.

XS
SM
MD
LG