ອົງການພະລັງງານປະລະມານູສາກົນ ຫຼື IAEA ເວົ້າວ່າ ອິຣ່ານໄດ້ເອົາບາດກ້າວທີ່ສຳຄັນ ໄປສູ່ການສ້າງເຕົາແຍກນິວເຄລຍອີກເຕົານຶ່ງທີ່ບັນດານັກຊ່ຽວຊານຕາເວັນຕົກເວົ້າວ່າ ອາດເປັນການສະໜອງ ເສັ້ນທາງທີສອງ ເພື່ອຜະລິດວັດຖຸສຳລັບສ້າງລະເບີດນີວເຄຼຍ.
ໃນລາຍງານປະຈໍາໄຕມາດສະບັບນຶ່ງ ທີ່ໄດ້ຮັບໂດຍບັນດາ
ອົງການຂ່າວຕາເວັນຕົກເມື່ອວັນພຸດວານນີ້ ອົງການນີວເຄຼຍ
ຂອງສະຫະປະຊາຊາດເວົ້າວ່າ ອິຣ່ານໄດ້ຈັດສົ່ງເຕົາແຍກ
ໄປຍັງໂຮງໄຟຟ້ານິວເຄລຍ ທີ່ໃຊ້ heavy water ຫຼືນໍ້າທີ່ບັນຈຸ
ໄຮໂດຣເຈັນໄອໂຊຕົບຫຼາຍຜິດປົກກະຕິ ທີ່ຢູ່ໃກ້ເມືອງ Arak
ທາງພາກຕາເວັນຕົກຂອງປະເທດ. ລາຍງານເວົ້າວ່າ ເຕົາແຍກດັ່ງ ກ່າວ ຍັງບໍ່ທັນໄດ້
ຕິດຕັ້ງເທື່ອ.
ບັນດາປະເທດມະຫາອໍານາດຕາເວັນຕົກຢ້ານກົວວ່າ ໂຮງໄຟຟ້ານິວເຄລຍທີ່ເມືອງ Arak ນີ້ ອາດເປັນບ່ອນສະໜອງທາດ plutonium ສໍາລັບສ້າງ ອາວຸດນີວເຄຼຍໄດ້ ຖ້າຫາກເຊື້ອໄຟຂອງເຕົາແຍກທີ່ໃຊ້ແລ້ວຖືກນຳໄປກັ່ນໃໝ່ອີກ.
ຝ່າຍອິຣ່ານໂຕ້ແຍ້ງວ່າ ຄວາມໄຝ່ຝັນດ້ານນີວເຄຼຍຂອງຕົນແມ່ນໃນທາງສັນຕິ. ທ່ານ Ali Ashar Soltanieh ເອກອັກຄະລັດຖະທູດອິຣ່ານປະຈໍາອົງການ IAEA ເວົ້າເມື່ອວັນພຸດ
ວານນີ້ວ່າ ລັດຖະບານຂອງທ່ານໃຫ້ຄວາມຮ່ວມມືຫຼາຍໄປກວ່າຂໍ້ບັງຄັບ ພາຍໃຕ້ສົນທິ
ສັນຍາຫ້າມແຜ່ຜາຍນີວເຄຼຍນັ້ນອີກ ຊຶ່ງທ່ານ ອາລີ ເວົ້າຕື່ມວ່າ: “ຫຼັງຈາກເວລາ 10 ປີ ຂອງການກວດກາຢ່າງເຂັ້ມງວດທີ່ສຸດໃນປະຫວັດສາດຂອງ IAEA ນັ້ນ ບໍ່ປະກົດ
ເຫັນຫຼັກຖານໃດໆຂອງການແປຮູບວັດຖຸນີວເຄຼຍ ຫຼືກິດຈະກໍາຕ່າງໆດ້ານນີວເຄຼຍ
ຕໍ່ວັດຖຸປະສົງທີ່ຖືກຫ້າມແຕ່ຢ່າງໃດ ແລະທຸກໆຢ່າງຍັງຢູ່ໃນລັກສະນະໃນທາງສັນຕິ. ທີ່ຈິງແລ້ວ ນີ້ຄືຫຼັກ ຖານອັນແຈ້ງຂາວທີ່ສຸດເພື່ອພິສູດວ່າການກ່າວຫາທັງໝົດຕໍ່ຕ້ານອິຣ່ານນັ້ນ ແມ່ນເປັນເລຶ່ອງຈອມປອມ ແລະເສກສັນປັ້ນແຕ່ງຫຼາຍກວ່າ.”