ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ອົງການນິວເຄລຍ ສປຊ ແລະອີຣ່ານ ຈະຈັດການເຈລະຈາ ເພື່ອຫາ ‘ຄວາມຈະແຈ້ງ’ ຕໍ່ບັນຫານິວເຄລຍ 


ທຸງຊາດຂອງອີຣ່ານ ພັດປິວຢູ່ດ້ານນອກສຳນັກງານໃຫຍ່ຂອງອົງການພະລັງປະລະມະນູສາກົນ ຫຼື (IAEA) ໃນນະຄອນຫຼວງວຽນນາຂອງອອສເຕຣຍ, ວັນທີ 9 ກັນຍາ 2019. ພາບຖ່າຍໂດຍ REUTERS/Leonhard Foeger/File Photo
ທຸງຊາດຂອງອີຣ່ານ ພັດປິວຢູ່ດ້ານນອກສຳນັກງານໃຫຍ່ຂອງອົງການພະລັງປະລະມະນູສາກົນ ຫຼື (IAEA) ໃນນະຄອນຫຼວງວຽນນາຂອງອອສເຕຣຍ, ວັນທີ 9 ກັນຍາ 2019. ພາບຖ່າຍໂດຍ REUTERS/Leonhard Foeger/File Photo

ອົງການຕິດຕາມກວດການິວເຄລຍຂອງສະຫະປະຊາຊາດໄດ້ກ່າວໃນວັນພະຫັດ ວານນີ້ວ່າ ຕົນໄດ້ບັນລຸຂໍ້ຕົກລົງກັບອີຣ່ານທີ່ຈະຈັດການເຈລະຈາໃນເດືອນໜ້າຢູ່ໃນນະຄອນຫຼວງເຕຫະຣ່ານ ເພື່ອ “ຊີ້ແຈງບັນຫາຕ່າງໆທີ່ຍັງຄົງຄ້າງ” ເຊັ່ນວ່າ ການປາກົດມີທາດຢູເຣນຽມ ໃນສະຖານທີ່ຕ່າງໆ ທີ່ບໍ່ໄດ້ແຈ້ງໃຫ້ຊາບນັ້ນ.

ຜູ້ອຳນວຍການໃຫຍ່ອົງການພະລັງປະລະມະນູສາກົນ ຫຼື IAEA ທ່ານຣາຟາແອລ ໂກຣສ໌ຊີ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ກອງປະຊຸມດັ່ງກ່າວນັ້ນ ແມ່ນເປັນຄວາມພະຍາຍາມທີ່ຈະຫາຄຳຕອບໂດຍກົງຕື່ມອີກ ຫຼັງຈາກທີ່ໄດ້ໂອ້ລົມກັນກ່ອນໜ້ານີ້ໂດຍຜ່ານການແລກປ່ຽນຈົດໝາຍແລະການສົ່ງຂໍ້ຄວາມທັງຫຼາຍຊຶ່ງໄດ້ຮັບຄວາມຄືບໜ້າເລັກນ້ອຍ.

ທ່ານໂກຣສ໌ຊີ ໄດ້ເວົ້າວ່າ “ຄັນເຈົ້າຈະສືບຕໍ່ກັບການວົນວຽນໄປມາແບບນີ້ ທີ່ສາມາດດຳເນີນໄປເປັນເວລາຍາວນານ ຫຼືວ່າ ເຈົ້າລອງສິ່ງອື່ນເບິ່ງ. ແລະສິ່ງທີ່ຂ້າພະເຈົ້າໄດ້ກ່າວຕໍ່ຄູ່ຕຳແໜ່ງຈາກອີຣານຂອງພວກເຮົາໃນເຕຫະຣ່ານ ກໍແມ່ນວ່າ ຂ້າພະເຈົ້າຮູ້ສຶກວ່າ ພວກເຮົາຕ້ອງພະຍາຍາມປຶກສາຫາລືເລື້ອງນີ້ ໃນວິທີທາງອື່ນ.”

ທ່ານໂກຣສ໌ຊີ ໄດ້ກ່າວວ່າ ເປົ້າໝາຍຂອງທ່ານແມ່ນເພື່ອໃຫ້ມີ “ຄວາມເຂົ້າໃຈທີ່ຈະແຈ້ງຫຼາຍກວ່ານີ້” ແລະທີ່ຈະສາມາດລາຍງານຕໍ່ຄະນະກຳມະການປົກຄອງຂອງອົງການ IAEA ເມື່ອຕົນຈະພົບປະກັນໃນເດືອນມິຖຸນາ.

ທ່ານເວົ້າວ່າ “ຖ້າຫາກມີເຈດຕະນາດີ ຂ້າພະເຈົ້າແນ່ໃຈວ່າພວກເຮົາຈະສາມາດ ທີ່ຈະຢູ່ໃນສະຖານະພາບທີ່ດີກວ່າເກົ່າ.”

ສະຫະລັດ ໄດ້ກ່າວຕໍ່ຄະນະຜູ້ປົກຄອງໃນກອງປະຊຸມໃນວັນພະຫັດວານນີ້ ວ່າ ອີຣ່ານຕ້ອງຮ່ວມມືຢ່າງເຕັມທີ່ກັບອົງການ IAEA ເພື່ອຕອບຄໍາຖາມຕ່າງໆກ່ຽວກັບພວກວັດຖຸນິວເຄລຍຢູ່ໃນສະຖານທີ່ຕ່າງໆທີ່ບໍ່ໄດ້ແຈ້ງໃຫ້ຊາບ ເພື່ອສະແດງໃຫ້ປະຊາຄົມນາໆຊາດເຫັນວ່າ ໂຄງການນິວເຄລຍຂອງຕົນນັ້ນ ມີຈຸດປະສົງໃນທາງສັນຕິ.

ທ່ານລູອິສ ໂບໂນ ທູດພິເສດຂອງສະຫະລັດປະຈຳອົງການຈັດຕັ້ງສາກົນໃນນະ ຄອນວຽນນາ ເວົ້າວ່າ “ບັດນີ້ ຜູ້ອຳນວຍການໃຫຍ່ໄດ້ໃຫ້ໂອກາດແກ່ອີຣ່ານອີກຄັ້ງນຶ່ງໂດຍ ເພື່ອນຳສະເໜີການຮ່ວມມືທີ່ຈຳເປັນ ຕໍ່ໜ້າຄະນະກຳມະການນີ້ ທີ່ຈະພົບປະກັນໃນຄັ້ງໜ້າ. ພວກເຮົາຈະເບິ່ງຢ່າງໃກ້ຊິດ ໃນການຕອບສະໜອງຂອງອີຣ່ານທີ່ສ້າງສັນທີ່ສາມາດເຮັດໃຫ້ເກີດຄວາມກ້າວໜ້າພໍສົມຄວນ.”

ໃນປີ 2015 ສະຫະລັດ ອັງກິດ ຈີນ ຝຣັ່ງ ຣັດເຊຍ ແລະເຢຍຣະມັນ ໄດ້ບັນລຸຂໍ້ຕົກລົງກັບອີຣ່ານ ເພື່ອຈຳກັນໂຄງການນິວເຄລຍຂອງຕົນ ໃນການປ້ອງກັນບໍ່ໃຫ້ປະເທດດັ່ງກ່າວສາມາດພັດທະນາອາວຸດນິວເຄລຍ. ອີຣ່ານ ຊຶ່ງໄດ້ກ່າວວ່າ ໂຄງການນິວເຄລຍຂອງຕົນນັ້ນ ແມ່ນພຽງແຕ່ ເພື່ອຈຸດປະສົງໃນທາງສັນຕິເທົ່ານັ້ນ ກໍໄດ້ຖືກຜ່ອນຜັນມາດຕະການລົງໂທດ ເພື່ອເປັນການຕອບແທນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG