ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ເວົ້າ​ເຖິງ ຄວາມ​ກ້າວ​ໜ້າ ແລະ ບັນ​ຫາ​ທ້າ​ທາຍ ຢູ່ ຊູ​ດານ​ໃຕ້


ທ່ານ​ເດ​ວິດ ເຊຍ​ເຣີ ຜູ້​ຕາງ​ໜ້າ​ພິ​ເສດ ຂອງ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ເມື່ອ​ວັນ​ທີ 29 ມີ​ຖຸ​ນາ 2018 ທີ່​ນະ​ຄອນ​ຫຼວງ​ຈູ​ບາ ຂອງ ຊູ​ດານ​ໃຕ້.
ທ່ານ​ເດ​ວິດ ເຊຍ​ເຣີ ຜູ້​ຕາງ​ໜ້າ​ພິ​ເສດ ຂອງ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່າວ​ຕໍ່​ກອງ​ປະ​ຊຸມ​ນັກ​ຂ່າວ ເມື່ອ​ວັນ​ທີ 29 ມີ​ຖຸ​ນາ 2018 ທີ່​ນະ​ຄອນ​ຫຼວງ​ຈູ​ບາ ຂອງ ຊູ​ດານ​ໃຕ້.

ຫົວ​ໜ້າຜູ້​ຕາງ​ໜ້າອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ຊູ​ດານ​ໃຕ້ ໄດ້​ໃຫ້​ພາບ​ພົດ​ທີ່​ປະສົມ​ປະ​ສານກັນ ກ່ຽວ​ກັບ​ຄວາມ​ກ້າວ​ໜ້າ​ ໃນ​ວັນ​ສຸກວານນີ້ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ​ພວມ​ຈະກ້າວ​ໄປ​ສູ່​ສັນ​ຕິ​ພາບ ຫລັງ​ຈາກ​ໄດ້​ເກີດ​ສົງ​ຄາມ​ກາງ​ເມືອງ ມາ​ເປັນ​ເວ​ລາ​ດົນກວ່າ 5 ປີ​ແລ້ວ.

ທ່ານ​ເດ​ວິດ ເຊຍ​ເຣີ ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດວ່າ ໂດຍ​ທົ່ວ​ໄປ​ແລ້ວ ລະ​ດັບ​ຂອງ​ຄວາມ​ຮຸນ​ແຮງທີ່​ກ່ຽວ​ຂ້ອງ​ກັບ​ການ​ເມືອງ​ໄດ້ຫລຸດ​ລົງ ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ ໄດ້​ໄປ​ມາ​ຢ່າງ​ເສ​ລີ​ ໃນ​ນະ​ຄອນ​ຫຼວງ ແລະ​ນັບ​ເປັນ​ເທື່ອ​ທຳ​ອິດ ໃນ​ຮອບ 3 ປີ ທີ່​ພວກ​ອົບ​ພະ​ຍົບ​ຫຼົບ​ໄພ​ພາຍ​ໃນ​ປະເທດ ໄດ້​ສະ​ແດງ​ຄວາມ​ເຕັມ​ໃຈ ​ທີ່​ຈະ​ກັບ​ຄືນ​ໄປ​ບ້ານ​ເດີມ.

ທ່ານ​ເຊຍ​ເຣີ ກ່າວ​ວ່າ “ນັ້ນ​ແມ່ນ​ໃນ​ທາງບວກ, ບັນ​ຫາ​ທ້າ​ທາຍ​ທີ່​ສຳ​ຄັນ​ໃນ​ເວ​ລານີ້ ແມ່ນ​ຮັກ​ສາ​ແຮງ​ກະ​ຕຸກ​ຊຸກ​ຍູ້​ຕໍ່​ຂັ້ນ​ຕອນ​ສັນ​ຕິ​ພາບ ໃຫ້​ດຳ​ເນີນ​ຕໍ່​ໄປ.”

ຜູ້​ຕາງ​ໜ້າ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ກຳ​ນົດ​ເວ​ລາ​ທີ່​ຕັ້ງ​ໄວ້ ໃນ​ວັນ​ທີ 12 ກັນ​ຍາ​ປີ 2018 ເພື່ອ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ “ແມ່ນ​ຍັງ​ມີ​ການ​ຊັກ​ຊ້າກວ່າ​ຄວນ​ທີ່​ຈະ​ເປັນ​ຢ ແລະ​ບັນ​ຫາ​ພື້ນ​ຖານ​ຕ່າງໆ ຍັງ​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ ເຊັ່ນ​ວ່າການ​ສະ​ໜອງ​ຄວາມ​ປອດ​ໄພ ໃຫ້​ແກ່​ພວກ​ຜູ້​ນຳ​ຝ່າຍ​ຄ້ານ​ທີ່​ເດີນ​ທາງ​ກັບ​ຄືນ​ປະເທດ ຮວມ​ທັງ​ທ່ານ​ຮິກ ມາ​ຊາ ຜູ້​ຊຶ່ງ​ໃນ​ເວ​ລານີ້ ຢູ່​ທີ່​ນະ​ຄອນ​ຄາ​ທູມ ປະ​ເທດ​ຊູ
ດານ.

ເວ​ລາ​ກຳ​ລັງ​ຈະ​ໝົດ​ລົງ ສຳ​ລັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂັ້ນ​ຕອນ​ດັ່ງ​ກ່າວ​ຂອງ​ສັນ​ຕິ​ພາບ ໂດຍ​ຈະ​ສິ້ນ​ສຸດ​ລົງ ໃນ​ວັນ​ທີ 12 ເມ​ສານີ້ ເວ​ລາ​ລັດ​ຖະ​ບານ​ກ່ອນ​ໄລ​ຍະ​ຂ້າມ​ຜ່ານ ມີ​ກຳ​ນົດ​ຈະ​ເຂົ້າ​ຮັບ​ໜ້າ​ທີ່ ແລະ​ທ່ານ​ມາ​ຊາ ມີ​ກຳ​ນົດ​ຈະ​ກັບ​ຄືນ​ໄປ​ນະ​ຄອນ​ຈູ​ບາ ເພື່ອ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ ໃນ​ຖາ​ນະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ.

ອ່ານ​ຂ່າວນີ້​ຕ​ື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG