ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສປຊ ຈະສືບສວນ ການລະເມີດ ສິດທິມະນຸດ ໃນ ເກົາຫຼີເໜືອ


ຊາວເກົາຫຼີເໜືອ ຍ່າງກາຍປ້າຍໂຄສະນາ ຂອງລັດຖະບານ ທີ່ຖະໜົນສາຍນຶ່ງ ໃນຄຸ້ມ Phyongchon ຂອງນະຄອນຫຼວງພຽງຢາງ (19 ມີນາ 2013)
ຊາວເກົາຫຼີເໜືອ ຍ່າງກາຍປ້າຍໂຄສະນາ ຂອງລັດຖະບານ ທີ່ຖະໜົນສາຍນຶ່ງ ໃນຄຸ້ມ Phyongchon ຂອງນະຄອນຫຼວງພຽງຢາງ (19 ມີນາ 2013)
ອົງການສະຫະປະຊາຊາດ ໄດ້ສ້າງຕັ້ງຄະນະກຳມາທິການນຶ່ງຂຶ້ນ
ເພື່ອສືບສວນ ເບິ່ງການລ່ວງລະເມີດສິດທິມະນຸດ ໃນເກົາຫຼີເໜືອ
ໂດຍເວົ້າວ່າການລ່ວງລະເມີດຈຳນວນນຶ່ງອາດມີຄວາມຮ້າຍແຮງ
ເທົ່າກັນກັບການກໍ່ໂທດກຳຕ້ານມະນຸດຊາດ.

ສະພາສິດທິມະນຸດ ຂອງອົງການສະຫະປະຊາຊາດ ໄດ້ຮັບຜ່ານ
ມະຕິດັ່ງກ່າວ ດ້ວຍຄະແນນສຽງຢ່າງເປັນເອກກະສັນ ໃນວັນພະ
ຫັດວານນີ້ ເພື່ອໃຫ້ສ້າງຕັ້ງຄະນະກຳມາທິການທີ່ຈະທຳການສືບ
ສວນ ເບິ່ງການລະເມີດສິດທິມະນຸດ ຢ່າງເປັນລະບົບ ແຜ່ກວ້າງ
ແລະຮ້າຍແຮງ ຢູ່ໃນເກົາຫຼີເໜືອ.

ນອກນັ້ນ ມະຕິດັ່ງກ່າວຍັງໄດ້ປະນາມການທໍລະມານ ແລະຄ້າຍ
ສັບພະທຸກສຳລັບພວກນັກໂທດການເມືອງຕາມທີ່ໄດ້ມີການກ່າວ
ຫາຢູ່ໃນເກົາຫຼີເໜືອ.

ສະຫະພາບຢູໂຣບແລະຍີ່ປຸ່ນເປັນຜູ້ນຳສະເໜີຮ່າງຍັດຕິສະບັບ
ນີ້ ຊຶ່ງໄດ້ຮັບການ ສະໜັບສະໜຸນຈາກສະຫະລັດ.

ບັນດາກຸ່ມປົກປ້ອງສິດທິມະນຸດໄດ້ຮຽກຮ້ອງມາເປັນເວລາດົນນານແລ້ວໃຫ້ນາໆຊາດດຳ
ເນີນຄວາມພະຍາຍາມດັ່ງກ່າວເພື່ອຍຸຕິການລ່ວງລະເມີດສິດທິມະນຸດຂອງເກົາຫຼີເໜືອຊຶ່ງ ເຊື່ອກັນວ່າຮວມຢູ່ໃນບັນດາປະເທດທີ່ມີການລະເມີດຮ້າຍແຮງທີ່ສຸດໃນໂລກນັ້ນ.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວວ່າ ການສືບສວນຂອງອົງການ
ສະຫະປະຊາຊາດ ຈະຊ່ອຍເຜີຍແບການລ່ວງລະເມີດ ທີ່ມີມາເປັນເວລາຫຼາຍທົດສະວັດ ຂອງລັດຖະບານເກົາຫຼີເໜືອ.

ເຈົ້າໜ້າທີ່ເກົາຫຼີເໜືອໄດ້ປະຕິເສດວ່າ ພຽງຢາງບໍ່ໄດ້ລ່ວງລະເມີດການເຄົາລົບນັບຖືສິດ
ມະນຸດ ແຕ່ຢ່າງໃດເລີຍ.

ກ່ຽວຂ້ອງກັນ

XS
SM
MD
LG