ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຈະອອກຖະແຫຼງການ ປະນາມເກົາຫລີເໜືອ


ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ
ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ

ເປັນທີ່ຄາດກັນວ່າ ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ຈະໃຫ້ການອະນຸມັດ ຕໍ່ຖະແຫຼງການ ສະບັບນຶ່ງ ໃນວັນສຸກມື້ນີ້ ປະນາມເກົາຫຼີເໜືອ ໃນການຈົມກຳປັ່ນລົບ ຂອງເກົາຫລີໃຕ້ ໃນຕົ້ນປີນີ້.

ຖະແຫຼງການ ທີ່ຮ່າງໂດຍສະຫະລັດ ໄດ້ສະແດງຄວາມ ວິຕົກກັງວົນ ເປັນທີ່ສຸດ ຕໍ່ການພົບເຫັນ ຂອງຄະນະສືບ ສວນ ນາໆຊາດ ທີ່ສະຫຼຸບວ່າ ການປັ່ນລົບ ຂອງເກົາຫຼີໃຕ້ ໄດ້ຖືກໂຈມຕີ ໂດຍເຮືອດຳນໍ້າ ຂອງເກົາຫຼີເໜືອ. ແຕ່ກໍບໍ່ໄດ້ຖິ້ມໂທດ ໂດຍກົງ ໃສ່ພຽງຢາງ ກ່ຽວກັບເຫດຮ້າຍ ດັ່ງກ່າວ.

ສະຫະລັດ ປະກາດ ໃນວັນພະຫັດ ວານນີ້ວ່າ ສະມາຊິກຖາວອນ ທັງ 5 ປະເທດ ຂອງ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ປະກອບດ້ວຍ ຣັດເຊຍ ຈີນ ອັງກິດ ຝຣັ່ງ ແລະ ສະຫະລັດ ບວກເກົາຫຼີໃຕ້ ແລະຍີ່ປຸ່ນ ໄດ້ຕົກລົງເຫັນພ້ອມ ກ່ຽວກັບ ຮ່າງຖະແຫຼງການ ຊຶ່ງໄດ້ມີການແຈກຢາຍ ໃຫ້ແກ່ສະມາຊິກ ທັງ 15 ປະເທດ ຂອງສະພາ ຄວາມໝັ້ນຄົງ ໃນລະຫວ່າງ ການປະຊຸມ ແບບປິດລັບນັ້ນ.

ເອກອັກຄະລັດຖະທູດ ຂອງສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານ ນາງ SUSAN RICE ກ່າວວ່າ ຖະແຫຼງການ ສະບັບນີ້ ຖ້າຫາກໄດ້ຮັບ ການອະນຸມັດ ໂດຍສະພາຄວາມໝັ້ນຄົງ ຄົບຄະນະແລ້ວ ຈະສົ່ງຄຳເຕືອນ ແບບເປັນນໍ້ານຶ່ງສຽງດຽວ ກ່ຽວກັບ ການຈົມກຳປັ່ນລົບ ຂອງເກົາຫຼີໃຕ້.

XS
SM
MD
LG