ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຖະແຫຼງການ ສປຊ ປະນາມການໂຈມຕີ ກຳປັ່ນເກົາຫຼີໃຕ້


ເກົາຫຼີເໜືອ ຊົມເຊີຍຖະແຫຼງການ ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ໄດ້ປະນາມ ການໂຈມຕີ ກຳປັ່ນລົບ ຂອງເກົາຫຼີໃຕ້ ແຕ່ບໍ່ໄດ້ຖິ້ມໂທດໂດຍກົງ ໃສ່ຄອມມູນິສ ເກົາຫຼີເໜືອ.

ເອກອັກຄະລັດຖະທູດ ຂອງເກົາຫຼີເໜືອ ປະຈຳອົງການ ສະຫະປະຊາຊາດ ທ່ານ SIN SON HO ເອີ້ນຖະແຫຼງການ ສະບັບນີ້ວ່າ ເປັນໄຊຊະນະ ອັນຍິ່ງໃຫຍ່ ທາງດ້ານການທູດ.

ກ່ອນໜ້ານີ້ ພຽງຢາງຂູ່ວ່າ ຈະດຳເນີນມາຕະການ ທາງທະຫານ ຖ້າຕົນຫາກ ປະເຊີນກັບ ການລົງໂທດ ໃດໆກໍຕາມ ໂດຍປະຊາຄົມ ນາໆຊາດ.
ຖະແຫຼງການ ຂອງສະພາ ຄວາມໝັ້ນຄົງ ທີ່ໄດ້ຮັບ ການອະນຸມັດ ຢ່າງເປັນເອກກະສັນ ໃນວັນມື້ວັນສຸກ ວານນີ້ ໄດ້ສະແດງ ຄວາມວິຕົກກັງວົນ ກ່ຽວກັບການພົບເຫັນ ຂອງຄະນະສືບສວນ ນາໆຊາດ ທີ່ສະຫຼຸບວ່າ ກຳປັ່ນຂອງ ເກົາຫຼີໃຕ້ຫຼົ້ມ ຍ້ອນຖືກ ລະເບີດຕໍປີໂດ ຂອງເກົາຫຼີເໜືອ.

ແຕ່ແນວໃດກໍຕາມ ເພື່ອເປັນການ ຜ່ອນຜັນຕໍ່ຈີນ ຖະແຫຼງການ ສະບັບນີ້ ຈຶ່ງບໍ່ໄດ້ຖິ້ມໂທດ ໂດຍສະເພາະເຈາະຈົງ ໃສ່ປະເທດໃດປະເທດນຶ່ງ ໃນການໂຈມຕີ.

ນອກນັ້ນ ຖະແຫຼງການ ຍັງໃຫ້ຂໍ້ສັງເກດວ່າ ເກົາຫຼີເໜືອ ໄດ້ປະຕິເສດວ່າ ຕົນບໍ່ມີສ່ວນໃດໆ ໃນການຈົມ ກຳປັ່ນ CHEONAN ຂອງເກົາຫຼີໃຕ້ ໃນວັນທີ 26 ມີນາ ຜ່ານມາ ທີ່ເຮັດໃຫ້ ທະຫານເຮືອ ເກົາຫຼີໃຕ້ 46 ຄົນ ເສຍຊີວິດນັ້ນ.

ທ່ານ MARK TONER ໂຄສົກກະຊວງ ການຕ່າງປະເທດ ສະຫະລັດ ກ່າວວ່າ ທ່ານຈະບໍ່ໃຫ້ ຄວາມເຫັນໃດໆ ຕໍ່ອັນທີ່ທ່ານເອີ້ນວ່າ ສຳນວນໂວຫານ ເກີນຄວາມຈິງ ຂອງເກົາຫຼີເໜືອນັ້ນ.

ເຈົ້າໜ້າທີ່ ສະຫະລັດ ໄດ້ສະແດງຄວາມ ເພິງພໍໃຈ ກັບຖະແຫຼງການ ຂອງອົງການ ສະຫະປະຊາຊາດ ໂດຍເວົ້າວ່າ ມັນໄດ້ບັນລຸ ເປົ້າໝາຍ ຂອງສະຫະລັດ ແລະເກົາຫຼີໃຕ້ ທີ່ເປັນພັນທະມິດ.



XS
SM
MD
LG