ທ່ານພັນ ຄີມູນ ເລຂາທິການອົງການສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ພວກ
ພັກການເມືອງຄູ່ແຂ່ງທັງຫລາຍໃນປະເທດເນປາລ ຈົ່ງເພີ່ມຄວາມະຍາຍາມໃນ
ການຫາທາງຍຸຕິຂໍ້ຂັດແຍ້ງຂອງພວກເຂົາເຈົ້າກໍາລັງດໍາເນີນໄປຢູ່ໃນຂະນະນີ້
ເພື່ອໃຫ້ບັນລຸການຕົກລົງກັນຢ່າງໄວກ່ຽວກັບລັດຖະທໍາມະນູນສະບັບໃໝ່ນັ້ນ.
ຂະນະທີ່ກໍານົດເສັ້ນຕາຍສໍາລັບການເຮັດລັດຖະທໍາມະນູນສະບັບໃໝ່ຂອງເນປາລ ຍັງ
ເຫລືອເວລາບໍ່ເຖິງນຶ່ງເດືອນນັ້ນ ທ່ານເລຂາທິການອົງການສະຫະປະຊາຊາດໄດ້ຮຽກ
ຮ້ອງໃນວັນສຸກຜ່ານມານີ້ ໃຫ້ພັກການເມືອງທັງຫລາຍຈົ່ງເອົາທ່າທີທີ່ສາມາດປັບປ່ຽນ
ໄດ້ຢ່າງສູງ ເພື່ອຫາທາງໃຫ້ມີການບັນລຸຄວາມເຫັນພ້ອມກັນຢ່າງເປັນເອກະສັນກ່ຽວ
ກັບບັນຫາຕ່າງໆ ເຊັ່ນ ການລວມເອົາພວກອະດີດກະບົດ ທີ່ນິຍົມລັດທິເໝົາເຂົ້ານໍາ
ນັ້ນ.
ນອກນີ້ແລ້ວທ່ານພັນ ຄີມູນ ຍັງໄດ້ກ່າວວ່າ ທ່ານເຊື່ອວ່າ ການດໍາເນີນການສ້າງສັນ
ຕິພາບຂອງເນປາລນັ້ນແມ່ນໄດ້ປະສົບຜົນສໍາເລັດທີ່ສໍາຄັນ ຫລາຍປະການໄປແດ່
ແລ້ວ ແຕ່ກໍຍັງບໍ່ສໍາເລັດຢ່າງສົມບູນ.
ລັດຖະບານຂອງເນປາລ ແມ່ນຕົກຢູ່ໃນສະພາບທີ່ບໍ່ໄປບໍ່ມາທາງໃດນັບຕັ້ງ ແຕ່ອະ
ດີດນາຍົກລັດຖະມົນຕີ Madhav Kumar ຂອງເນປາລໄດ້ລາອອກຈາກຕໍາແໜ່ງ
ເມື່ອເດືອນມິຖຸນາປີຜ່ານມາຍ້ອນຄວາມກົດດັນຈາກພັກຝ່າຍຄ້ານມາວອີສ ນັ້ນ.
ພັກມາວອີສ ແມ່ນຄວບຄຸມບ່ອນນັ່ງສ່ວນຫລາຍໃນສະພາ ແຕ່ກໍບໍ່ພຽງພໍ ທີ່ຈະ
ປົກຄອງປະເທດແຕ່ຝ່າຍດຽວໄດ້. ພັກດັ່ງກ່າວໄດ້ຮັບອະນຸຍາດໃຫ້ເຂົ້າຮ່ວມໃນ
ຄະນະລັດຖະບານຄືນໃໝ່ ລຸນຫລັງມີການເຊັນສັນຍາສັນຕິ ພາບຄັ້ງປີ 2006 ທີ່ໄດ້ຍຸຕິການກໍ່ການກະບົດຂອງພັກມາວອີສ ເປັນເວລາດົນນານເຖິງສິບປີນັ້ນ.
ຈາກຂໍ້ຂັດແຍ້ງກັນຕ່າງໆນາໆ ທີ່ຍັງດໍາເນີນໄປຢູ່ໃນຂະນະນີ້ ໃນລະຫວ່າງ
ພວກພັກການເມືອງທັງຫລາຍຂອງເນປາລ ອັນໂຮມທັງການແຕ່ງຕັ້ງລັດຖະ
ມົນຕີຊຸດໃໝ່ຂຶ້ນມານັ້ນ ແມ່ນໄດ້ຖ່ວງເວລາໃນການຮ່າງລັດຖະທໍາມະນູນສະ
ບັບໃໝ່ ທີ່ຈະຕ້ອງໃຫ້ແລ້ວສໍາເລັດລົງໃນວັນທີ່ 28 ຂອງເດືອນນີ້.