ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ: ກອງທັບມຽນມາ ເພີ້ມການໂຈມຕີທາງອາກາດ, ທຳການສັງຫານໝູ່ ເພື່ອປາບປາມປະຊາຊົນ


ແຟ້ມພາບ - ຍານພາຫະນະຂອງທະຫານ ໄດ້ຖືກພົບເຫັນ ໃນລະຫວ່າງຂະບວນແຮ່ໃນນະຄອນຫຼວງເນປີດໍ ຂອງມຽນມາ ວັນທີ 27 ມີນາ 2023
ແຟ້ມພາບ - ຍານພາຫະນະຂອງທະຫານ ໄດ້ຖືກພົບເຫັນ ໃນລະຫວ່າງຂະບວນແຮ່ໃນນະຄອນຫຼວງເນປີດໍ ຂອງມຽນມາ ວັນທີ 27 ມີນາ 2023

ທ່ານໂວລເກີ ເທີກ (Volker Türk), ຂ້າຫຼວງໃຫຍ່ເພື່ອສິດທິມະນຸດ ຂອງສະຫະປະຊາຊາດ, ກໍາລັງຮຽກຮ້ອງໃຫ້ນາໆຊາດດຳເນີນການເພື່ອຢຸດຕິລະບອບການປົກຄອງທີ່ໂຫດຮ້າຍ ແລະກົດຂີ່ຂົ່ມເຫັງຂອງທະຫານມຽນມາ ທີ່ນັບມື້ນັບຮຸນແຮງຂຶ້ນ, ເຊິ່ງໄດ້ໂຄ່ນລົ້ມລັດຖະບານທີ່ມາຈາກການເລືອກຕັ້ງຕາມລະບອບປະຊາທິປະໄຕຂອງປະເທດໃນວັນທີ 1 ກຸມພາ 2021.

​ໃນ​ບົດ​ລາຍ​ງານ​ສະບັບນຶ່ງ​ທີ່​ຍື່ນ​ຕໍ່​ສະພາ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ອັງຄານ​ວານ​ນີ້, ຫົວໜ້າ​ດ້ານສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ເຕືອນ​ວ່າ ລັດຖະບານຜະເດັດການ​ທະຫານ​ມຽນມາ​ໄດ້ “ຂະຫຍາຍ​ການ​ໂຈມ​ຕີ​ຕື່ມ​ອີກ” ຕໍ່​ພົນລະ​ເຮືອນ. ບົດລາຍງານກວມເອົາໄລຍະເວລານັບຕັ້ງແຕ່ວັນທີ 1 ເດືອນເມສາ ປີ 2022 ເຖິງວັນທີ 31 ກໍລະກົດ 2023.

"ພວກເຮົາ ຢູ່ທີ່ນີ້ ກຳລັງປະເຊີນກັບລະບົບການກົດຂີ່ຂົ່ມເຫັງ ທີ່ໂຫດຮ້າຍທີ່ຖືກອອກແບບມາເພື່ອບີບບັງຄັບ ແລະປາບປາມປະຊາຊົນຂອງຕົນ ແລະທໍາລາຍສັງຄົມ ເພື່ອຮັກສາຜົນປະໂຫຍດອັນຄັບແຄບຂອງພວກຊົນຊັ້ນສູງ ທີ່ບໍ່ຖືກຕ້ອງຕາມກົດໝາຍ," ທ່ານເທີກ (Türk) ກ່າວ.

"ໃນແຕ່ລະມື້, ປະຊາຊົນມຽນມາຕ້ອງປະເຊີນກັບການໂຈມຕີທີ່ໜ້າຢ້ານກົວ, ການລະເມີດສິດທິມະນຸດຢ່າງຈະແຈ້ງ ແລະຄວາມເສຍຫາຍຂອງຊີວິດການເປັນຢູ່ ແລະຄວາມຫວັງຂອງພວກເຂົາ."

ນັບ​ແຕ່​ທ່ານ​ໄດ້​ສົ່ງ​ບົດ​ລາຍ​ງານ​ຄັ້ງ​ຫຼ້າສຸດ, ​ທ່ານຂ້າຫຼວງໃຫຍ່​ກ່າວ​ວ່າ ສະພາບ​ການ​ໃນ​ປະ​ເທດ​ດັ່ງກ່າວ ໄດ້​ຊຸດ​ໂຊມ​ລົງ​ຕື່ມ​ອີກ ດ້ວຍ​ການ​ບຸກ​ໂຈມ​ຕີ​ທາງ​ທະຫານ​ ແບບບໍ່ມີສະຕິ “​ເຮັດ​ໃຫ້​ວິ​ກິດ​ການ​ສິດທິ​ມະນຸດ​ຮ້າຍ​ແຮງ​ຂຶ້ນ” ​ແລະ​ເຮັດ​ໃຫ້​ປະຊາຊົນ​ມຽນມາ​ເສຍ​ຊີວິດ​ແບບຮັບບໍ່ໄດ້.

ທ່ານກ່າວວ່າ ແຫຼ່ງຂໍ້ມູນທີ່ໜ້າເຊື່ອຖື, ໄດ້ກວດສອບພົບວ່າມີຜູ້ເສຍຊີວິດຢ່າງ ໜ້ອຍ 4,108 ຄົນ ດ້ວຍນໍ້າມືຂອງທະຫານ ແລະເຄືອຂ່າຍຂອງພວກເຂົາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG