ອົງການຊອກຫາຂໍ້ມູນຄວາມຈິງຂອງ ສະຫະປະຊາຊາດ ໄດ້ສະຫຼຸບວ່າ ກອງທັບ ມຽນມາ ໄດ້ມີເຈຕະນາທີ່ຈະທຳການຂ້າລ້າງເຊື້ອຊາດເຜົ່າພັນ ຕໍ່ພວກຊົນກຸ່ມນ້ອຍຊາວມຸສລິມ ໂຣຮິງຢາ ໃນເວເລາທີ່ເຂົາເຈົ້າໄດ້ຂັບໄລ່ຊາວໂຣຮິງຢາ ຫຼາຍຮ້ອຍພັນຄົນອອກຈາກປະເທດໃນປີ 2017.
ລາຍງານ, ເຊິ່ງຖືກເປີດເຜີຍໃນວັນພະຫັດວານນີ້, ຍັງໄດ້ກ່າວວ່າ ລັດຖະບານດັ່ງກ່າວ ບໍ່ສາມາດທີ່ຈະປະຕິບັດພັນທະຄວາມຮັບຜິດຊອບຂອງເຂົາເຈົ້າ ພາຍໄດ້ສົນທິສັນຍາຂ້າລ້າງເຊື້ອຊາດເຜົ່າພັນ ເພື່ອສືບສວນສອບສວນ ແລະ ລົງໂທດ ກ່ຽວກັບການຂ້າລ້າງເຊື້ອຊາດເຜົ່າພັນ.
ທ່ານ ຣາດີກາ ຄູມາຣາສວາມີ ຜູ້ຊ່ຽວຊານຈາກອົງການດັ່ງກ່າວໄດ້ເວົ້າໃນພິທີເປີດຕົວຂອງລາຍງານນັ້ນວ່າ “ພວກເຮົາໄດ້ຖືກຂໍໃຫ້ເບິ່ງໃນເລື່ອງການລ່ວງລະເມີດສິດທິມະນຸດ, ຄວາມຮັບຜິດຊອບພື້ນຖານຂອງກອງທັບ ທັດມາດໍ, ເຊິ່ງແມ່ນກອງທັບຂອງ ມຽນມາ.
ຊາວ ໂຣຮິງຢາ ຫຼາຍກວ່າ 700,000 ຄົນໄດ້ຫຼົບໜີອອກຈາກລັດ ຣາໄຄນ໌ ທີ່ຕັ້ງຢູ່ພາກເໜືອຂອງ ມຽນມາ ໃນເດືອນສິງຫາ ແລະ ເດືອນກັນຍາ 2017, ຫຼັງຈາກພວກຫົວຮຸນແຮງ ໂຣຮິງຢາ ໄດ້ໂຈມຕີກອງກຳລັງຮັກສາຄວາມປອດໄພຂອງລັດ, ທີ່ໄດ້ນຳໄປສູ່ການແກ້ແຄ້ນຂອງທະຫານ. ເຂົາເຈົ້າໄດ້ສືບຕໍ່ຫາບ່ອນລີ້ໄພຢູ່ສູນອົບພະຍົບໃນປະເທດ ບັງກລາແດັສ ທີ່ຕັ້ງຢູ່ໃກ້ຄຽງ.
ອົງການຊອກຫາຂໍ້ມູນຄວາມຈິງ ໄດ້ເພັ່ງເລັງໃສ່ຄວາມຮຸນແຮງທີ່ອີງໃສ່ທາງເພດ ແລະ ເພດຍິງ, ເພດຊາຍ, ເຊິ່ງຖືກລາຍງານຢ່າງກວ້າງຂວາງ ໂດຍຜູ້ລອດຊີວິດທີ່ໄດ້ໄປຮອດປະເທດ ບັງກລາແດັສ.
ເຂົາເຈົ້າໄດ້ສະຫຼຸບວ່າກອງທັບ ທັດມາດໍ ໄດ້ສະແດງໃຫ້ເຫັນ “ເຈຕະນາໃນການຂ້າລ້າງເຜົ່າພັນ” ຕໍ່ຊົນເຜົ່າກຸ່ມນ້ອຍຊາວມຸສລິມດ້ວຍການ “ການຕັ້ງໃຈລົງໂທດ ໃສ່ສະພາບຊີວິດ ຂອງພວກແມ່ຍິງ ແລະ ເດັກຍິງ ທີ່ຈະສົ່ງຜົນໃຫ້ເກີດການທຳລາຍຊົນເຜົ່າ ໂຣຮິງຢາ ທັງໝົດ ຫຼື ສ່ວນນຶ່ງ.” ນີ້ລວມມີການຄາດຕະກຳ ແລະ ຂົ່ມຂືນແມ່ຍິງທີ່ຢູ່ໃນໄວຈະເລີນພັນຢ່າງກວ້າງຂວາງ ແລະ ເປັນລະບົບ, ເຮັດໃຫ້ອະໄວຍະວະການຈະເລີນພັນຂອງເຂົາເຈົ້າພິການ ຫຼື ບາດເຈັບ, ແລະ ໂຈມຕີແມ່ຍິງທີ່ຖືພາ ແລະ ເດັກນ້ອຍທາຣົກ.
ທ່ານ ຄູມາຣາສວາມີ ໄດ້ກ່າວກ່ຽວກັບ ຄວາມປ່າເຖື່ອນນັ້ນວ່າ “ພວກເຮົາໄດ້ພົບວ່າ ແທ້ຈິງແລ້ວ, ມັນແມ່ນຂອງພື້ນຖານໃນແຜນຍຸດທະສາດຂອງກອງທັບ ທັດມາດໍ ເຊິ່ງຖືກເອີ້ນວ່າ “ແຜນຍຸດທະຍາດ ສີ່ຕັດ.” ເຊິ່ງອະນຸຍາດໃຫ້ຄົນໃຊ້ກຳລັງຕໍ່ປະຊາກອນພົນລະເຮືອນ ເພື່ອຂົ່ມຂູ່ ແລະ ລົງໂທດປະຊາກອນພົນລະເຮືອນ ເພື່ອເປັນກົນລະຍຸດຂອງສົງຄາມ.”
ລາຍງານຍັງໄດ້ກ່າວວ່າ ຄວາມຮຸນແຮງດັ່ງກ່າວຕໍ່ພວກພົນລະເຮືອນ ແມ່ນມີຄວາມເປັນໄປໄດ້ທີ່ຈະເກີດຂຶ້ນອີກ “ໃນສະພາບ ຂອງການໂຍະຍານຜ່ອນຜັນ ແລະ ການຄຸ້ມກັນບໍ່ໃຫ້ຖືກລົງໂທດທີ່ມີມາຍາວນານ, ເຊິ່ງເຈົ້າໜ້າກອງທັບບໍ່ມີຄວາມຢ້ານກົວຫຼາຍພໍ ກ່ຽວກັບ ການລົງໂທດ ຫຼື ການດັດລະບຽບວິໄນ.”