ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ປ​ຊ ກ່າວ​ວ່າ ການ​ຂົນ​ຍ້າຍອາ​ຫານປະ​ເພດ​ເມັດ ອອກຈາກ​ຢູ​ເຄ​ຣນ ໄດ້ເຮັດ​ໃຫ້ ‘ມີກຳ​ລັງ​ໃຈ​ຫຼາຍ’


ກຳ​ປັ່ນ Navi Star ຂົນ​ສົ່ງສິນ​ຄ້າ​ທີ່​ເປັນ​ປະ​ລິ​ມານ​ຫລາຍ​ຕິດ​ທຸງ​ປາ​ນາ​ມາກຳ​ລັງ​ບັນ​ທຸກອາ​ຫານ​ປະ​ເພດ​ເມັດ​ອອກ​ຈາກ​ຢູ​ເຄ​ຣນ​ແລ່ນ​ໄປ​ຕາມ​ຊ່ອງ​ແຄບ Bosphorus ຜ່ານ​ນະ​ຄອນອິ​ສ​ຕານ​ບູ​ລ​ໄປ ໃນ​ວັນ​ທີ 7 ສິງ​ຫາ, 2022 ພາ​ຫລັງ​ໄດ້​ຖືກກວດ​ກາ​ຢ່າງ​ເປັນ​ທາງ​ການ​ແລ້ວ.
ກຳ​ປັ່ນ Navi Star ຂົນ​ສົ່ງສິນ​ຄ້າ​ທີ່​ເປັນ​ປະ​ລິ​ມານ​ຫລາຍ​ຕິດ​ທຸງ​ປາ​ນາ​ມາກຳ​ລັງ​ບັນ​ທຸກອາ​ຫານ​ປະ​ເພດ​ເມັດ​ອອກ​ຈາກ​ຢູ​ເຄ​ຣນ​ແລ່ນ​ໄປ​ຕາມ​ຊ່ອງ​ແຄບ Bosphorus ຜ່ານ​ນະ​ຄອນອິ​ສ​ຕານ​ບູ​ລ​ໄປ ໃນ​ວັນ​ທີ 7 ສິງ​ຫາ, 2022 ພາ​ຫລັງ​ໄດ້​ຖືກກວດ​ກາ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ຂໍ້​ຕົກ​ລົງ​ໃນ​ການ​ຂົນ​ຍ້າຍ​ອາ​ຫານ​ປະ​ເພດ​ເມັດ​ຂອງ​ຢູ​ເຄ​ຣນ ທີ່​ຕິດ​ຄ້າງ​ຢູ່​ໃນເລົ້າຫຼື​ຖັງ​ເກັບ​ເມັດ​ພືດແລະຢູ່​ທ່າ​ເຮືອທະ​ເລ​ດຳ ແມ່ນ​ໄດ້​ຮັບ​ຜົນ​ດີ, ໂດຍ​ມີ​ສະ​ບຽງ​ອາ​ຫານ​ຫຼາຍ​ກວ່າ 370,000 ໂຕນ​ ໄດ້ຖືກ​ຍົກ​ຍ້າຍ​ໄປ​ໃນ​ອາ​ທິດ​ທໍາ​ອິດ.

ທ່ານເຟ​ຣດ ເຄນ​ນີ (Fred Kenney) ຜູ້ຕາງຫນ້າຂອງອົງການສະຫະປະຊາຊາດຢູ່ສູນປະສານງານຮ່ວມ ທີ່ນະຄອນອິ​ສຕັນ​ບູ​ລກ່າວວ່າ "ສາມຮ້ອຍເຈັດ​ສິບພັນໂຕນ ໃນໄລຍະເບື້ອງຕົ້ນຂອງການປະຕິບັດງານນີ້, ຂ້າພະເຈົ້າຄິດວ່າ ເປັນສັນຍານທີ່ເຮັດໃຫ້ມີກໍາລັງໃຈຫຼາຍ."

​ສູນ​ປະສານ​ງານ​ຮ່ວມ ຫລື JCC ມີຜູ້ຕາງໜ້າຈາກຣັດເຊຍ, ເທີ​ກີ, ຢູເຄຣນ ແລະສະຫະປະຊາຊາດ. ​ມັນ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ຂໍ້​ລິ​ເລີ່ມອາ​ຫານ​ປະ​ເພດ​ເມັດ​ທະ​ເລ​ດໍາ ​ໃນ​ວັນ​ທີ 22 ກໍ​ລະ​ກົດຜ່ານ​ມາ ໂດຍ​ໄດ້​ເຊັນ​ກັນ​ໃນນະຄອນອິ​ສ​ຕັນ​ບູ​ລ ເພື່ອ​ຕິດ​ຕາມ​ກວດ​ກາ​ການ​ເຄື່ອນ​ໄຫວ​ຢ່າງ​ປອດ​ໄພ​ຂອງ​ກໍາ​ປັ່ນ​ການ​ຄ້າເຂົ້າໄປ​ຫາ ​ແລະ​ອອກຈາກ​ທ່າ​ເຮືອ​ພາກ​ໃຕ້​ຂອງຢູ​ເຄ​ຣນ ເພື່ອ​ຈຸດ​ປະ​ສົງ​ໃນ​ການ​ສົ່ງ​ອອກ​ສະ​ບຽງ​ອາ​ຫານ​ໄປຫາ​ຕະ​ຫຼາດ​ສາ​ກົນ.

ກຳ​ປັ່ນ​ຫຼາຍ​ສິບ​ລຳ​ ໄດ້​ຕິດ​ຄ້າງ​ຢູ່​ທ່າ​ເຮືອ​ຂອງ​ຢູ​ເຄ​ຣນນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໄດ້​ບຸກ​ລຸກ​ໃນ​ວັນ​ທີ 24 ກຸມພາ​ຜ່ານ​ມານີ້. ມາ​ຮອດ​ດຽວນີ້ ກຳ​ປັ່ນ​ສິບກວ່າລຳ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ແລ່ນ ​ຫຼື​ ອອກ​ຈາກ​ທ່າ​ເຮືອ​ເຫລົ່າ​ນັ້ນ​ໄປ.

"ມັນເປັນສິ່ງຈໍາເປັນສໍາລັບພວກເຮົາໃນປັດຈຸບັນເພື່ອເຮັດໃຫ້ກຳ​ປັ່ນ ເຫຼົ່ານັ້ນ ອອກໄປ​ໄດ້ ເພື່ອໃຫ້ພວກເຮົາສາມາດເອົາກຳ​ປັ່ນເຂົ້າມາຂົນ​ເອົາສິນຄ້າ ແລ້ວມຸ້ງໜ້າໄປສູ່ທ່າເຮືອຕ່າງໆ ທີ່ຈະປະກອບສ່ວນເຂົ້າ ໃນການຫຼຸດຜ່ອນຄວາມບໍ່ຫມັ້ນຄົງທາງດ້ານອາຫານທົ່ວໂລກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຄນ​ນີ ທີ່ເປັນຜູ້ອໍານວຍການດ້ານກົດຫມາຍສຳ​ລັບ​ອົງການ​ການ​ເດີນ​ເຮືອ​ສາກົນ ຫລື Maritime Organization ຊຶ່ງ​ເປັນອົງການ​ສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ​ອຸດສາຫະກຳ​ການ​ຂົນ​ສົ່ງ​ຂອງ​ໂລກ.

ທ່ານກ່າວຕໍ່ບັນດານັກຂ່າວຜ່ານການໂທທາງວິດີໂອຈາກນະ​ຄອນ​ອິ​ສ​ຕັນ​ບູ​ລ ວ່າ JCC ໄດ້ເຫັນ "ຄວາມຍິນ​ດີອັນໃຫຍ່ຫຼວງ" ຈາກບໍ​ລິ​ສັດ ຂົນສົ່ງທີ່ຈະຂ້າມຊ່ອງ​ແຄບ ບອ​ສ​ເພີ​ຣັ​ສ (Bosporus) ເຂົ້າໄປຫາທະເລດໍາເພື່ອໄປ​ເອົາສິນຄ້າ​ທີ່​ເປັນ​ອາ​ຫານ​ປະ​ເພດເມັດ ຢູ່ທ່າເຮືອໂອ​ແດ​ສ​ຊາ, ເຊີ​ໂນ​ມອ​ສ​ຄ໌ (Chornomorsk) ແລະ ພິ​ບເດັນ​ນີ (Pivdennyi) ຫຼືເອີ້ນອີກ​ຊື່​ນຶ່ງວ່າ ຢູ​ສ​ນີ (Yuzhny) ແລະເວົ້າວ່າມີ ກຳ​ປັ່ນບັນ​ທຸກ​ອາ​ຫານ​ປະ​ເພດເມັດຈໍານວນນຶ່ງຫວ່າງເປົ່າທີ່ທອດ​ສະ​ໝໍ​ຢູ່ໃນເທີ​ກີ ເພື່ອລໍສັນຍາຮັບ​ເໝົາ. ກຳ​ປັ່ນ​ສີ່​ລຳ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ຫາ​ທ່າ​ກຳ​ປັ່ນ​ຂອງ​ຢູ​ເຄ​ຣນ​ແລ້ວ.

ຄາດ​ວ່າ​ຈະ​ມີ​ການສົ່ງ​ອອກອາ​ຫານ​ປະ​ເພດ​ເມັດ​ເຂົ້າໄປ​ໃນ​ຕະຫຼາດ​ໂລກ​ໄດ້​ຫຼາຍ​ກວ່າ 20 ລ້ານ​ໂຕນ. ອົງ​ການສະຫະ​ປະຊາ​ຊາດ​ກ່າວ​ວ່າ ລາຄາ​ອາ​ຫານ​ປະ​ເພດ​ເມັດ​ທົ່ວ​ໂລກ​ໄດ້​ເລີ່ມ​ຫຼຸດ​ລົງ​ແລ້ວ ນັບ​ຕັ້ງ​ແຕ່ມີ​ຂໍ້​ລິ​ເລີ່ມ​ດັ່ງກ່າວ​ໄດ້ເຊັນ​ກັນ​ເມື່ອ​ເກືອບ 3 ອາທິດ​ກ່ອນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG